spot_img
Homeຂ່າວທ້ອງຖິ່ນສະພາບອາກາດລະຫວ່າງວັນທີ 28 ທັນວາ 2016 ຫາ 1 ມັງກອນ 2017

ສະພາບອາກາດລະຫວ່າງວັນທີ 28 ທັນວາ 2016 ຫາ 1 ມັງກອນ 2017

Published on

ສະພາບອາກາດລະຫວ່າງວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ມວນອາກາດໜາວເຢັນເພີ່ມຂຶ້ນຕື່ມອີກ ປົກຄຸມຢູ່ທົ່ວພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ ຫາແຮງ ເຊິ່ງຈະເຮັດໃຫ້ອາກາດເຢັນລົງຢູ່ຕື່ມອີກ 2 ຫາ 4 ອົງສາ ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນໃນແຕ່ລະພາກ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 26 – 27 ທັນວາ 2016 ອາກາດຍັງຈະເຢັນພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 29 – 31 ອົງາ, ຈາກນັ້ນວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ອາກາດເຢັນຫາໜາວເຢັນລົງຕື່ມອີກ, ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 27 – 29 ອົງສາ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 26 – 27 ທັນວາ 2016, ອາກາດຍັງສຶບຕໍ່ໜາວເຢັນພ້ອມີໜອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜາວເຢັນຫຼາຍ ພ້ອມມີໜອກປົກຫຸ້ມຢູ່ເຂດຮ່ອມພູ, ພູສູງ ແລະ ເນີນພູ, ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ ແລະ ຫົວພັນ ອຸນຫະພູມຕໍ່າສຸດ 08 – 10 ອົງສາ. ຈາກນັ້ນວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ອາກາດຈະໜາວເຢັນຫຼາຍ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 06 – 08 ອົງສາ ແລະ ສູງສຸດ 15 – 17 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 26 – 27 ທັນວາ 2016, ອາກາດໜາວເຢັນພ້ອມມີໜອກບາງຫຸ້ມຢູ່ທົ່ວໄປ ແລະ ໜອກໜາໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 28 – 30 ອົງສາ. ຈາກນັ້ນວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ອາກາດຈະໜາວເຢັນລົງຕື່ມອີກ ແລະ ຈະມີລົມພັດຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 10 – 12 ອົງສາ ແລະ ສູງ ສຸດ 25 – 27 ອົງສາ.

ພາກກາງ: ໃນໄລຍະວັນທີ 26 – 27 ທັນວາ 2016, ອາກາດຍັງຈະເຢັນພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜາວເຢັນຢູ່ເຂດແຂວງໄຊສົມບູນ, ຫຼັກຊາວ ແລະ ເມືອງວຽງທອງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 27 – 29 ອົງສາ, ຈາກນັ້ນວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ອາກາດຈະໜາວເຢັນລົງຕື່ມອີກ ແລະ ໜາວຫຼາຍຢູ່ເຂດແຂວງໄຊສົມບູນ, ຫຼັກຊາວ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກໃຕ້: ໃນໄລຍະວັນທີ 26 – 28 ທັນວາ 2016, ອາກາດເຢັນພ້ອມມີໜອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 30 – 32 ອົງສາ, ຈາກນັ້ນວັນທີ 29 ທັນວາ 2016 ຫາ ວັນທີ 1 ມັງກອນ 2017 ອາກາດເຢັນລົງຕື່ມອີກ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 28 – 30 ອົງສາ.

 

ແຫລ່ງທີ່ມາຈາກ: ຢູນ່າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...