spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສະໝຸນໄພຕ້ານອາການເປັນຫວັດ ແລະໄອ

ສະໝຸນໄພຕ້ານອາການເປັນຫວັດ ແລະໄອ

Published on

ໃນຊ່ວງສະພາບອາກາດປ່ຽນແປງ ອາກາດໜາວແບບນີ້ ຄວນກິນອາຫານເຜັດຮອ້ນ ເພື່ອຊ່ວຍຂັບນໍ້າ ແລະເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍ ເຊິ່ງຄວາມເຜັດຮ້ອນນັ້ນ ແນ່ນອນວ່າ ແມ່ນໝາກເຜັດນັ້ນເອງ, ແຕ່ນອກຈາກນັ້ນ ຍັງມີຫອມບົ່ວ, ກະທຽມ, ຂີງ, ຫົວສີໄຄ, ໃບກະເພົາ ເຊິ່ງແຕ່ລະຊະນິດກໍມີສັບພະຄຸນທີ່ແຕກກັນເຊັ່ນ:

  • ຫົວຫອມບົ່ວ: ສາມາດແກ້ຫວັດ, ນໍ້າມູກໄຫຼ, ໄອ ແລະຂັບລົມໄດ້
  • ຫົວກະທຽມ: ຊ່ວຍລະບາຍພິດໄຂ້, ແກ້ໄອ ແລະຂັບກະເທິ
  • ຂີງ: ຊ່ວຍບັນເທົາຫວັດ, ທ້ອງອືດ, ທ້ອງເຟີ້, ປວດຮາກ ແລະເຈັບຫົວໄດ້
  • ຫົວສີໄຄ: ຊ່ວຍຫຼຸດໄຂ້, ແກ້ເຈັບຫົວ, ຫຼຸດຄວາມດັນເລືອດ, ຂັບເຫື່ອ, ຊ່ວຍຮັກສາພະຍາດຫອບຫືດ ແລະຊ່ວຍຜ່ອນຄາຍຕົນຕົວໄດ້
  • ໃບກະເພົາ: ເຮັດໃຫ້ຮ່າງກາຍອົບອຸ່ນ, ຂັບກະເທິ ແລະຂັບເຫື່ອ

ນອກຈາກສະໝຸນໄພທີ່ເວົ້າມານັ້ນແລ້ວ ຜັກ ແລະໝາກໄມ້ທີ່ມີວິຕາມິນຊີສູງ ກໍສາມາດຊ່ວຍປ້ອງກັນໄດ້ເຊັ່ນ: ຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...