spot_img
Homeນານາສາລະ10 ນິໄສໃນການເຮັດວຽກ ທີ່ເຮັດໃຫ້ເປັນທີ່ນັບຖື ແລະໜ້າເຊື່ອຖື

10 ນິໄສໃນການເຮັດວຽກ ທີ່ເຮັດໃຫ້ເປັນທີ່ນັບຖື ແລະໜ້າເຊື່ອຖື

Published on

ຄົນເຮົາເກີດມາຕ້ອງມີໜ້າທີ່ ທີ່ຕ້ອງໄດ້ຮັບຜິດຊອບ ທັງຕໍ່ຕົນເອງ, ຄອບຄົວ ແລະສັງຄົມ, ຖ້າເມື່ອຮອດເວລາທີ່ຕ້ອງໄດ້ເຮັດວຽກ ກໍຕ້ອງເຮັດອອກມາໃຫ້ດີ ເຊິ່ງການເຮັດວຽກທຸກມື້ນີ້  ຄົນທີ່ເຮັດວຽກຍ່ອມຕ້ອງການໃຫ້ຄົນອ້ອມຂ້າງນັບຖື ແລະເຊື່ອຖື, ມື້ນີ້ແອັດມິນ ຈຶ່ງມີ 10 ນິໄສໃນການເຮັດວຽກທີ່ເຮັດໃຫ້ ເປັນທີ່ຍອມຮັບ ແລະໜ້າເຊື່ອຖືມາບອກໃຫ້ທຸກຄົນຮູ້ນຳກັນ

  1. ກົງຕໍ່ເວລາ: ເລື່ອງເວລາສຳຄັນຫຼາຍ ການຂາດວຽກ ການເຂົ້າປະຊຸມສວາຍ, ການບໍ່ໄປຕາມນັດ ແລະອື່ນືໆ ລ້ວນແຕ່ເຮັດໃຫ້ຂາດຄວາມເຊື່ອຖື, ແຕ່ຖ້າຫາກເຮົາກົງຕໍ່ເວລາ ກໍຈະເຮັດໃຫ້ໃຜໆ ຢາກເຮັດວຽກຮ່ວມກັບເຮົາ ເພາະຢ່າງໜ້ອຍໃນເລື່ອງພື້ນຖານທີ່ສຳຄັນໃນເວລານັ້ນ ພວກເຂົາສາມາດເຊື່ອໃຈເຈົ້າໄດ້
  2. ຮັກສາຄຳເວົ້າ: ການທີ່ເຮົາເວົ້າສິ່ງໃດໜຶ່ງອອກໄປແລ້ວ ຕ້ອງຮັກສາຄຳເວົ້າໃຫ້ດີ ເວົ້າແລ້ວຕ້ອງເຮັດໄດ້ ຖ້າເຮັດບໍ່ໄດ້ກໍບໍ່ຄວນເວົ້າອອກມາ ຢ່າເວົ້າລອຍໆໃຫ້ຄົນອື່ນຕັ້ງຄວາມຫວັງນຳ ເພາະເຂົາຈະເສຍໃຈພາຍຫຼັງ
  3. ບໍ່ເວົ້າຂວັນຄົນອື່ນ: ເວລາໃດກໍຕາມ ບໍ່ຄວນເວົ້າຂວັນ ຫຼືເວົ້າເລື່ອງທີ່ບໍ່ດີຂອງຄົນອື່ນ ເພາະ ການເວົ້າເຖິງຄົນອື່ນໃນທາງທີ່ບໍ່ດີນັ້ນ ຈະເຮັດໃຫ້ຄົນໆນັ້ນເສຍຫາຍ ແລະຄົນອື່ນກໍຈະບໍ່ເຊື່ອໝັ້ນ ແລະບໍ່ເຊື່ອໃຈເຮົາອີກຕໍ່ໄປ
  4. ກ້າຮັບຜິດຊອບ: ເມື່ອເກີດບັນຫາຫຍັງຂຶ້ນ ເຮົາຕ້ອງຍອມຮັບ ແລະຮັບຜິດຊອບ ຍອມຮັບຟັງຄຳຕຳໜິວິຈານ ຢ່າງໜ້ອຍກໍເຮັດໃຫ້ຄົນທີ່ເຮັດວຽກນຳເຫັນວ່າ ເຈົ້າບໍ່ໄດ້ໜີບັນຫາ ແລະຍອມຮັບໃນຄວາມຜິດຂອງຕົນເອງ
  5. ບໍ່ເລືອກປະຕິບັດ: ຄວນປະຕິບັດກັບໝູ່ຮ່ວມງານແບບສະເໝີກັນ ບໍ່ຄວນເຮັດແບບວ່າ ປະຕິບັດກັບຫົວໜ້າແບບໜຶ່ງ ດ້ວຍການເວົ້າຄຳອ່ອນຫວານ ແຕ່ວ່າກັບໝູ່ກັບປະຕິບັດນຳແບບໜຶ່ງ ເຊິ່ງຈະເຮັດໃຫ້ຄວາມໜ້າເຊື່ອຖືຂອງເຈົ້າຫຼຸດລົງ
  6. ບໍ່ເອົາເລື່ອງສ່ວນຕົວມາກ່ຽວເລື່ອງວຽກ: ຫຼາຍຄັ້ງມັກພົບບັນຫາ ເລື່ອງອະຄະຕິກັນ ຈົນເຮັດໃຫ້ຫຼາຍຄົນບໍ່ຕັ້ງໃຈເຮັດວຽກ, ການໃຊ້ອະຄະຕິໃນການເຮັດວຽກ ນັ້ນຈະສະແດງໃຫ້ເຫັນວ່າບໍ່ໄດ້ເຮັດວຽກແທ້, ການພະຍາຍາມທຳຮ້າຍຄົນອື່ນໃນບ່ອນເຮັດວຽກ ຜ່ານການເຮັດວຽກ ເປັນສິ່ງບໍ່ເໝາະສົມທີ່ສຸດ
  7. ຊ່ວຍເຫຼືອຄົນອື່ນ: ນອກຈາກການເຮັດວຽກຕາມໜ້າທີ່ຂອງຕົວເອງຢ່າງເຕັມທີ່ແລ້ວ ການມີນໍ້າໃຈ ຊ່ວຍເຫຼືອຄົນອື່ນໃນບ່ອນເຮັດວຽກນຳກັນ, ນອກຈາກຈະເຮັດໃຫ້ຄົນອື່ນ ເບິ່ງເຈົ້າໃນດ້ານດີແລ້ວ ເຂົາຍັງເຊື່ອຖືໃນຄວາມຮັກວຽກ ແລະນໍ້າໃຈທີ່ດີຂອງເຈົ້າອີກດ້ວຍ
  8. ມີກາລະເທສະ ແລະສຳມາຄາລະວະ: ຄົນທີ່ຮູ້ຫຍັງຄວນ ແລະບໍ່ຄວນ ແລະມີສຳມາຄາລະວະຕໍ່ຜູ້ໃຫຍ່ກວ່າ ດ້ວຍການສະແດງຄວາມຄິດເຫັນຂອງເຈົ້າກົງໄປກົງມາ ແບບມີມາລະຍາດ ແລະຖືກກາລະເທສະ
  9. ສ້າງບຸກຄະລິກທີ່ໜ້າເຊື່ອຖື: ບຸກຄະລິກທີ່ໜ້າເຊື່ອຖື ທັງພາຍນອກດ້ວຍການແຕ່ງຕົວ ລະບຽບຮຽບຮ້ອຍ ສະອາດຈົບງາມ ແລະດ້ານພາຍໃນ ຄືມີກິລິຍາມາລະຍາດ, ເວົ້າໃນສິ່ງທີ່ຄວນເວົ້າ ແລະບໍ່ເຮັດຕົວແບບສະບາຍຫຼາຍເກີນໄປ
  10. ຢ່າເອົາປຽບຄົນອື່ນ: ຄົນເຮົາຄວນເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ ຈຶ່ງຈະໄດ້ຊື່ວ່າໜ້າເຊື່ອຖື, ກ່ອນທີ່ຈະໄປຂໍໃຫ້ຄົນອື່ນເຮັດກໍຕ້ອງຄິດເລື່ອງນີ້ໃຫ້ດີ ເພາະການຂໍຄວາມຊ່ວຍເຫຼືອບາງຄັ້ງ ຄືການເພີ່ມວຽກໃຫ້ຄົນອື່ນ ເຊິ່ງຖ້າພວກເຂົາບໍ່ໄດ້ຢູ່ໃນພາວະທີ່ພ້ອມ ເຂົາກໍຈະຮູ້ສຶກວ່າເຈົ້າເອົາປຽບພວກເຂົາ

ທຸກຄົນສາມາດສ້າງຄວາມໜ້າເຊື່ອຖືດ້ວຍຕົວເອງໄດ້ ໃຫ້ເກີດຂຶ້ນກັບບຸກຄົນອ້ອມຂ້າງໄດ້, ລອງນຳເອົາໄປປັບໃຊ້ໃນຊີວິດປະຈຳວັນກັນເບິ່ງ ແລ້ວຊີວິດເຈົ້າຈະຄ່ອຍໆດີຂຶ້ນແນ່ນອນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...