spot_img
Homeນານາສາລະສັບພະຄຸນທາງຢາຂອງ "ຫວ້ານຫອມ"

ສັບພະຄຸນທາງຢາຂອງ “ຫວ້ານຫອມ”

Published on

ຫວ້ານຫອມ ເປັນພືດສະໝຸນໄພຊະນິດໜຶ່ງ ທີ່ມີຄຸນປະໂຫຍດຫຼາຍແລະເຊື່ອວ່າເປັນສິ່ງສັກສິດ ເພາະເປັນຫວ້ານມຸງຄຸນ ແລະຍັງມີສັບພະຄຸນທາງຢາ ທີ່ຊ່ວຍບຳລຸງຮ່າງກາຍຂອງເຮົາອີກດ້ວຍ

  1. ແກ້ອາການປວດ, ບວມ ແລະອັກເສບ: ເອົາຫວ້ານຫອມມາທຸບໃຫ້ມຸ່ນ ແລະເອົານໍ້າໃສ່ພໍຊຸ່ມ ແລ້ວເອົາໃສ່ແພພັນໄວ້ບໍລິເວນທີ່ປວດ, ບວມ ເຊິ່ງມີການວິໄຈພົບວ່າ ຫວ້ານຫອມມີລິດຫຼຸດການອັກເສບ
  2. ແກ້ອາການເຈັບຫົວ, ບຳລຸງຫົວໃຈ: ອາການເຈັບຫົວ ຫຼືຄວາມຄຽດ ໃຫ້ທຸບຫວ້ານຫອມທັງຫົວ ແລະໃບ ໃສ່ນໍ້າເລັກໜ້ອຍ ແລ້ວເອົາມາທາບ່ອນທີ່ເຈັບຫົວ ຫຼືຈະໃຊ້ສະເພາະຫົວ ມາຕຳ ຄັ້ນເອົານໍ້າ ໄວ້ທາບ່ອນທີ່ເຈັບຫົວ, ນອກນັ້ນຍັງມີການປະສົມກັບຢາຫອມ ເພື່ອບຳລຸງຫົວໃຈ ແລະປະສາດ
  3. ແກ້ອາການທ້ອງອືດ, ເຈັບທ້ອງ: ຫວ້ານຫອມມີສັບພະຄຸນເປັນຢາຂັບລົມ ແລະແກ້ອາການເຈັບທ້ອງ ດ້ວຍການໃຊ້ຫົວສົດໆ ຄັ້ນເອົານໍ້າ ຫຼືຕົ້ມກິນ ຈະຊ່ວຍບັນແກ້ອາການດັ່ງກ່າວໄດ້
  4. ແກ້ອາການເປັນຫວັດ ສຳລັບເດັກນ້ອຍ: ໃຊ້ຫວ້ານະຫອມທຸບ ແລ້ວເອົາໄປໄວ້ເທິງກະໝ່ອມເດັກນ້ອຍ ຈະຊ່ວຍແກ້ອາການເປັນຫວັດ ແລະເຊື່ອວ່າຈະຊ່ວຍກະໝ່ອມເດັກນ້ອຍປິດໄວຂຶ້ນ
  5. ຕ້ານອະນຸມູນອິດສະລະ: ມີການສາພົບວ່າ ຫວ້ານຫອມ ມີລິດຕ້ານອະນຸມູນອິດສະລະ, ຫຼຸດການອັກເສບ, ແກ້ປວດ ແລະຂ້າເຊື້ອແບັກທີເລຍໄດ້
  6. ຊ່ວຍໃຫ້ນອນຫຼັບດີ ແລະຄາຍຄຽດ: ດ້ວຍການເອົາຫວ້ານຫອມມາຕົ້ມ ແລ້ວກິນ ຈະຊ່ວຍໃຫ້ນອນຫຼັບດີ ແລະຄາຍຄຽດໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...