spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ອາຫານ ຊ່ວຍເພີ່ມໄຂມັນຊະນິດດີໃຫ້ກັບຮ່າງກາຍ

6 ອາຫານ ຊ່ວຍເພີ່ມໄຂມັນຊະນິດດີໃຫ້ກັບຮ່າງກາຍ

Published on

 

  • ໄຂມັນຊະນິດບໍ່ດີ LDL ແມ່ນໂຕທີ່ໄປເກາະຕິດຜະໜັງເສັ້ນເລືອດ ແລະກໍ່ໃຫ້ເກີດພະຍາດຮ້າຍຕ່າງໆ ຕາມມາ
  • ໄຂມັນຊະນິດດີ HDL ມີໜ້າທີ່ເກັບສິ່ງເສດເຫຼືອ ຫຼືໄປເກັບຄາບໄຂມັນທີ່ເກາະຢູ່ຕາມຜະໜັງເສັ້ນເລືອດ ໃຫ້ໄປທີ່ຕັບ ແລະຂັບອອກທາງນໍ້າບີ ຊຶ່ງໄຂມັນຊະນິດນີ້ກໍຈະຖືກແບ່ງແຍກຍ່ອຍອອກໄປອີກ ເປັນແບບທີ່ຮ່າງກາຍສາມາດສ້າງເອງໄດ້ ກັບສ້າເອງບໍ່ໄດ້.

6 ອາຫານເພີ່ມໄຂມັນຊະນິດດີໃຫ້ກັບຮ່າງກາຍ

  1. ນໍ້າມັນໝາກກອກ: ເປັນນໍ້າມັນທີ່ມີກົດໄຂມັນອິ່ມຕົວດ່ຽວສູງ ມີປະໂຫຍດຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຫົວໃຈ ລອງເອົານໍ້າມັນໝາກກອກມາປະກອບອາຫານ ຫຼືເລືອກກິນອາຫານທີ່ມີສ່ວນປະສົມຂອງນໍ້າມັນໝາກກອກ
  2. ຖົ່ວຊະນິດເປືອກແຂງ: ມີໄຂມັນຊະນິດບໍ່ອິ່ມຕົວເຊິງຊ້ອນ ຊຶ່ງເປັນກົດໄຂມັນທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ເພາະສະນັ້ນຈຶ່ງຄວນກິ່ນເຂົ້າໄປ ນອກຈາກຈາກສິ່ງນີ້ຈະຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດຫົວໃຈແລ້ວ ຍັງຊ່ວຍຫຼຸດລະດັບຄໍເລດເຕີລອຍໃນເລືອດໄດ້
  3. ໝາກອະໂວກາໂດ: ມີໄຂມັນບໍ່ອິ່ມຕົວເຊິງຊ້ອນ ຊຶ່ງເປັນກົດຂອງໄຂມັນທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ຄືກັບຖົ່ວຊະນິດເປືອກແຂງ
  4. ປາທະເລນໍ້າເລິກ: ມີໄຂມັນສູງເຊັ່ນ ປາແຊວມອນ, ປາທູ…ເປັນຕົ້ນ ກໍເປັນອາຫານທີ່ຊ່ວຍເພີ່ມໄຂມັນຊະນິດດີໃຫ້ແກ່ຮ່າງກາຍໄດ້
  5. ນໍ້າມັນແກ່ນໝາກອະງຸ່ນ: ຊຶ່ງມີສ່ວນຊ່ວຍຕໍ່ຕ້ານອະນຸມຸນອິດສະລະ ຍັງຊ່ວຍຢັບຢັ້ງການແກ່ກ່ນໄວ ຫຼຸດການເກີດຮອຍຫ່ຽວ ບໍາລຸງຜິວພັນ ຊ່ວຍຊ່ອມແຊມ ແລະຟື້ນຟູເຊວຜິວໄດ້
  6. ຫົວຜັກບົ່ວໃຫຍ່: ສິ່ງນີ້ເປັນຕົວຊ່ວຍຫຼຸດລະດັບຄໍເລດເຕີລອຍ ດ້ວຍການໄປເພີ່ມປະລິມານຂອງໄຂມັນຊະນິດດີ ແລະຈະໄປຊ່ວຍກໍາຈັດຄໍເລດເຕີລອຍທີ່ສະສົມຢູ່ໃນຜະໜັງຫຼອດເລືອດໄດ້ ແລະຍັງຊ່ວຍເຮັດໃຫ້ເລືອດບໍ່ແຂງຕົວ ແລະອຸດຕັນທີ່ຫຼອດເລືອດ ຈຶ່ງຊ່ວຍຫຼຸດອັນຕະລາຍຄວາມສ່ຽງຂອງການເກີດພະຍາດຫຼອດເລືອດຫົວໃຈ ແລະພະຍາດອໍາມະພາດໄດ້.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...