spot_img
Homeນານາສາລະກະທຽມ ສະໝຸນໄພພື້ນບ້ານ ທີ່ມີປະໂຫຍດຫຼາຍຢ່າງ

ກະທຽມ ສະໝຸນໄພພື້ນບ້ານ ທີ່ມີປະໂຫຍດຫຼາຍຢ່າງ

Published on

ກະທຽມ ສະໝຸນໄພຊະນິດໜຶ່ງທີ່ມີຄຸນປະໂຫຍດຫຼາຍ ເປັນວັດຖຸດິບໜຶ່ງ ໃນເມນູ ອາຫານຫຼາຍປະເພດທີ່ຄົນມັກແຕ່ງ ແລະຍັງມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາຫຼາຍຢ່າງ

  1. ຫຼຸດຈຸກສຽບແໜ້ນທ້ອງ: ໃຊ້ຫົວກະທຽມ 5-7 ກີ້ມ ມາປອກເປືອກ ເອົາມາຕໍາໃຫ້ລະອຽດ ເພີ່ມນໍ້າສົ້ມສາຍຊູປະມານ 2 ບ່ວງ ປຸງລົດຊາດດ້ວຍນໍ້າຕານ ຫຼືເກືອເລັກໜ້ອຍເພື່ອໃຫ້ກິນງ່າຍ ແລະກິນຫຼັງຈາກອາຫານ
  2. ຂັບແມ່ທ້ອງໄດ້ຫຼາຍຊະນິດ: ເພາະກະທຽມມີສານໄດອັລລິສ ໄດຊັລໄຟ ມີລິດໃຊ້ຂ້າແມ່ທ້ອງໄດ້ດີ
  3. ປ້ອງກັນມະເຮັງ: ດ້ວຍການກິນກະທຽມ ໃນປະລິມານ 2-5 ມິລິກຣາມຕໍ່ມື້ ຫຼືຢ່າງໜ້ອຍ 1 ກີ້ມຕໍ່ມື້ ກໍຊະຊ່ວຍປ້ອງກັນມະເຮັງ ແລະຫຼຸດການເພີ່ມຈຳນວນເຊວ
  4. ແກ້ທ້ອງບິດ: ເພາະກະທຽມມີລິດຂ້າເຊື້ອພະຍາດທີ່ເປັນພິດກັບລຳໄສ້ໄດ້ດີ ເຊິ່ງມີສານສຳຄັນຄືກາລິຊິນ ດ້ວຍການກິນກະທຽມ 12-15 ກີ້ມຕໍ່ມື້ ດ້ວຍການປອກກາບອອກ ແລ້ວບົດກິນດິບໆ ປະສົມນໍ້າເຜິ້ງ ຫຼືນໍ້າຕານລົງເລັກໜ້ອຍ ກິນມື້ລະ 3 ເທື່ອຫຼັງອາຫານ
  5. ຮັກສາບາດແຜທີ່ເນົ່າເປື່ອຍ ແລະເປັນໜອງ: ເພາະສາມາດຢັບຢັ້ງເຊື້ອຕ່າງໆເຊັ່ນ ເຊື້ອທີ່ເຮັດໃຫ້ເປັນໜອງ ແລະຮັກສາບາດແຜສົດໆ ດ້ວຍການເອົາກະທຽມມາ 1 ຫົວ ປອກເປືອກແລ້ວຕຳລະອຽດ ແລ້ວພອກບໍລິເວນທີ່ເປັນແຜ ປະໄວ້ 30 ນາທີ ແລ້ວເອົາອອກມາທຳຄວາມສະອາດແຜ ຈະຊ່ວຍໃຫ້ຄ່ອຍໆດີຂຶ້ນໄດ້
  6. ຫຼຸດໄຂມັນໃນເສັ້ນເລືອດ, ຫຼຸດຄວາມດັນເລືອດ ຫຼືປິ່ນປົວພະຍາດເສັ້ນເລືອດຫົວໃຈ ແລະສະໝອງຕີບ: ດ້ວຍການກິນກະທຽມສົດ ຄັ້ງລະ 5 ກຣາມ ດ້ວຍການບົດໃຫ້ມຸ່ນໃຫ້ໄດ້ 1 ບ່ວງກາເຟ ກິນພ້ອມອາຫານທຸກມື້ວັນລະ 3 ເທື່ອ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...