spot_img
Homeນານາສາລະ12 ເຫດຜົນ ທີ່ເຮັດໃຫ້ເຈົ້າບໍ່ລວຍຈັກເທື່ອ

12 ເຫດຜົນ ທີ່ເຮັດໃຫ້ເຈົ້າບໍ່ລວຍຈັກເທື່ອ

Published on

ຫຼາຍຄົນຢາກລວຍ ມີເງິນໃຊ້ບໍ່ຂາດມື ບໍ່ເດືອດຮ້ອນ ຢາກໄດ້ຫຍັງກໍໄດ້ຕາມໃຈຕົນເອງຕ້ອງການ ແຕ່ຄວາມຈິງບໍ່ໄດ້ເປັນດັ່ງທີ່ຄິດ, ແຕ່ລະຄົນໃນສັງຄົມມີຖານະທີ່ແຕກຕ່າງກັນ, ຫາກວ່າເຈົ້າເປັນຄົນໜຶ່ງທີ່ຍັງບໍ່ລວຍໄດ້ດັ່ງທີ່ໃຈຕ້ອງການ ແລະສົງໄສວ່າ ເປັນຫຍັງຕົນເອງບໍລວຍຄືຄົນອື່ນຈັກເທື່ອ ລອງມາເບິ່ງເຫດຜົນທີ່ເຮັດໃຫ້ເປັນແບບນີ້ ຈະໄດ້ຮູ້ຕົວ ແລະແກ້ໄຂໄດ້ທັນ

  1. ບໍ່ຄິດຈະເກັບເງິນ: ຖ້າເຈົ້າປ່ອຍຕົວເອງໃຊ້ເງິນໂດຍບໍ່ເກັບ ໂອກາດທີ່ມີເງິນ ຫຼືການລົງທຶນກໍໜ້ອຍລົງ ເມື່ອຮອດເວລາທີ່ສຳຄັນທີ່ຕ້ອງມີເຮືອນ, ມີລົດ ກໍບໍ່ມີເງິນຊື່ໍ້ ຫຼືຈະລົງທຶນກໍບໍ່ມີເງິນ
  2. ບໍ່ວາງແຜນການໃຊ້ຈ່າຍ: ບັນຫາທີ່ຫຼາຍຄົນຕ້ອງພົບ ເມື່ອມີລາຍຮັບຫຼາຍເທົ່າໃດ ແຕ່ລາຍຈ່າຍບໍ່ພໍ ຫຼືພໍຈ່າຍແຕ່ບໍ່ມີເງິນເກັບ ນັ້ນເພາະເຈົ້າບໍ່ມີການຄວບຄຸມການໃຊ້ຈ່າຍ
  3. ບໍ່ລົງມືເຮັດ: ສາເຫດສຳຄັນຄືການບໍ່ລົງມືເຮັດ, ຫາກເຈົ້າຕັ້ງໃຈໄວ້ແລ້ວວ່າຈະເກັບເງິນ, ກໍຂໍໃຫ້ລົງມືເຮັດ, ວາງແຜນໃຫ້ດີ ແລະເຮັດຕາມທີ່ວາງແຜນໃຫ້ໄດ້ ຮັບຮອງວ່າເຈົ້າເຮັດໄດ້ແນ່ນອນ
  4. ບໍ່ມີຄວາມເຊື່ອໝັ້ນໃນຕົວເອງ: ເຈົ້າເປັນຄົນທີ່ລໍ່າລວຍມີເງິນຄຳ ຢ່າສະແດງອອກເຖິງຄວາມບໍ່ໝັ້ນໃຈ ສົ່ງເສີມຕົວເອງດ້ວຍຄວາມຄິດໃນແງ່ຮ້າຍວ່າເຈົ້າມີທາງລວຍໄດ້ ເພາະຄວາມຄິດຈະກຳນົດການກະທຳ ຖ້າຫາກວ່າເຈົ້າເຊື່ອໝັ້ນ ແລະພ້ອມ ກໍຄວນລົງມືເຮັດ ຈະເຮັດໃຫ້ເຈົ້າລວຍໄດ້ແນ່ນອນ
  5. ເປັນໜີ້: ໜີ້ທີ່ມາພ້ອມ ກັບດອກເບ້ຍ ຄືບັນຫາໃຫຍ່ທີ່ເຮັດໃຫ້ເຈົ້າບໍ່ລວຍຈັກເທື່ອ ເມື່ອຫາເງິນມາໄດ້ກໍຕ້ອງເອົາມາໃຊ້ໜີ້ ບໍ່ມີໃຫ້ເກັບ ຫຼືເອົາໄວ້ລົງທຶນ, ທາງທີ່ດີເຈົ້າຄວນຈັດລາຍຈ່າຍໃຫ້ສົມດູນກັບລາຍໄດ້ ແລະເກັບຈົນກວ່າຈະມີເງິນຊື້ສິ່ງທີ່ເຈົ້າຕ້ອງການ
  6. ບໍ່ມີຄວາມອົດທົນ: ຖ້າຫາກວ່າບໍ່ມີຄວາມອົດທົນ ກໍຈະເຮັດໃຫ້ເຈົ້າບໍ່ມີວັນທີ່ຈະລວຍໄດ້ ດັ່ງນັ້ນເຖິງວ່າຈະພົບກັບບັນຫາໃຫຍ່ພຽງໃດຕ້ອງອົດທົນ
  7. ບໍ່ມີຄວາມຮູ້ທາງດ້ານການເງິນ: ຄວາມຮູ້ທາງດ້ານການຈັດການດ້ານການເງິນສຳຄັນ ຖ້າເຈົ້າເປັນຄົນໜຶ່ງທີ່ເກັບເງິນເກັ່ວ ແລະສາມາດອອມເງິນໄດ້ ແຕ່ການທີ່ບໍ່ມີຄວາມຮູ້ກ່ຽວກັບການຈັດການເງິນ ກໍອາດຈະເຮັດໃຫ້ເຈົ້າລວຍໄດ້ຊ້າກວ່າທີ່ຄວນຈະເປັນ ດັ່ງນັ້ນ ຄວນສຶກສາຄວາມຮູ້ເລື່ອງເງິນເພີ່ມເຕີມຈະດີທີ່ສຸດ
  8. ບໍ່ເລືອກລົງທຶນ: ການລົງທຶນຈັກຢ່າງ ຈະເປັນຕົວຂັບເຄື່ອນໃຫ້ເຈົ້າມີລາຍຮັບຫຼາຍຂຶ້ນ ຢ່າຫວັງຝາກຊີວິດໄວ້ກັບງານບໍລິສັດຮັບລາຍເດືອນ ເພາະບໍ່ມີຫຍັງທີ່ແນ່ນອນ
  9. ບໍ່ມີການວາງແຜນອະນາຄົດ: ຫາກວ່າເຈົ້າໃຊ້ຊີວິດດ້ວຍການບໍ່ວາງແຜນ ທຸກຢ່າງຈະດຳເນີນໄປຕາມຄວາມສະດວກສະບາຍ ບໍ່ມີກຳນົດວ່າຈະຕ້ອງໃຊ້ເງິນຕອນໃດ ເຈົ້າກໍຄົງຄິດເອົາໄວ້ວ່າເຈົ້າບໍ່ຕ້ອງອອມ ຄວນເລີ່ມຕົ້ນກຳນົດວາງແຜນຊີວິດໄດ້ແລ້ວ
  10. ມັກເຄື່ອງທີ່ແພງ: ສິ່ງທີ່ແພງໆ ທີ່ເວົ້າເຖິງຄຸນນະພາບອາດເປັນເຄື່ອງທີ່ຄຸ້ມຄ່າ ແຕ່ຢ່າລືມວ່າສິ່ງຂອງເຫຼົ່ານີ້ລາຄາສູງ ເມື່ອເວລາດົນໄປກໍມີລຸ້ນໃໝ່ອອກມາ ແລ້ວຊື້ອີກນັ້ນເປັນການເຮັດໃຫ້ເງິນຂອງເຈົ້າຫາຍໄປເປັນຈຳນວນຫຼາຍ
  11. ບໍ່ມີແຮງຈູງໃຈ: ຫຼາຍໆຄົນບໍ່ຄິດຈະເກັບເງິນ, ບໍ່ຄິດຈະອອມ ເພາະຍັງບໍ່ມີແຮງຈູງໃຈທີ່ຈະເຮັດໃຫ້ຮູ້ສຶກຢາກເກັບເງິນຫຼາຍເທົ່າທີ່ຄວນ ລອງມາເລີ່ມຕົ້ນຈາກເປົ້າໝາຍສັ້ນໆ ແລ້ວເຮັດໃຫ້ໄດ້
  12. ຂາດຄວາມຮັກໃນເລື່ອງວຽກ: ບໍ່ຄວນເຮັດທຸລະກິດ ຫຼືອາຊີບທີ່ເຈົ້າບໍ່ໄດ້ສົນໃຈແທ້ ຫຼືບໍ່ມີຄວາມຮູ້ຫຼາຍພໍທີ່ຈະເຮັດເດັດຂາດ ເພາະເຈົ້າຈະເຮັດໄດ້ບໍ່ດີພໍ ແຕ່ຖ້າເປັນເລື່ອງທີ່ເຈົ້າມັກ ເຈົ້າຈະສາມາດເຮັດສິ່ງນັ້ນໄດ້ດີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ ຈະຖືກເຈົ້າໜ້າທີ່ປັບໄໝ

ເຈົ້າໜ້າທີ່ຈະປັບໄໝ ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ. ພທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ອີງຕາມປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ...

ປຶກສາຫາລື 5 ຫົວຂໍ້ສຳຄັນ ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ,...

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...