Homeຂ່າວເຫດການຄ່າຈ້າງ 5 ລ້ານກີບ ຂົນຢາບ້າ 60 ພັນເມັດ ມານະຄອນຫຼວງວຽງຈັນ

ຄ່າຈ້າງ 5 ລ້ານກີບ ຂົນຢາບ້າ 60 ພັນເມັດ ມານະຄອນຫຼວງວຽງຈັນ

Published on

ຜູ້ຖືກຫາຄົນນີ້ຊື່ທ້າວ ຄຳສິງ ອາຍຸ 29 ປີ ປະຊາຊົນຢູ່ບ້ານໂພນພະ ເມືອງອານຸວົງ ແຂວງໄຊສົມບູນ ຖືກເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ຈັບຕົວຍ້ອນມີການພົວພັນກັບຢາເສບຕິດ ໃນວັນທີ 10 ທັນວາ 2016.

ຜູ້ກ່ຽວສາລະພາບວ່າ: ໄດ້ຮັບການວ່າຈ້າງຈາດນາງ ຍອດ ອາຍຸ 35 ປີ ຢູ່ບ້ານຊຽງກົກໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ເປັນຈຳນວນເງິນ 5 ລ້ານກີບ ເພື່ອຂົນສົ່ງຢາບ້າ ຈຳນວນ 60 ພັນເມັດ ຈາກເມືອງລອງ ແຂວງຫຼວງນ້ຳທາ ລົງມານະຄອນຫຼວງວຽງຈັນ.
ຜູ້ກ່ຽວໄດ້ຕອບຕົກລົງເຮັດ, ແຕ່ກ່ອນໜ້ານັ້ນ ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ໄດ້ຮັບຂ່າວຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາບາດັ່ງກ່າວ ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງຕິດຕາມແກ້ໄຂທັນທີ ແລະ ເມື່ອທ້າວ ຄຳສິງ ເດີນທາງມາຮອດຄິວລົດແຂວງຫຼວງນ້ຳທາ ຄາດວ່າມີຄົນໂທບອກຜູ້ກ່ຽວວ່າມີການສະກັດຈັບ, ຜູ້ກ່ຽວຈຶ່ງວາງແຜນຖິ້ມຖົງໃສ່ຢາບ້າ 60 ພັນເມັດນັ້ນໄວ້ຢູ່ຕັ້ງນັ່ງໃນຄິວລົດ ແລ້ວທໍາທ່າຍ່າງມາເຫັນ ແລະ ບອກພົນລະເມືອງດີໃຫ້ແຈ້ງຕໍ່ເຈົ້າໜ້າທີ່.
ແຕ່ສຸດທ້າຍ, ສົງໄສຢ້ານໜີບໍ່ລອດ ຜູ້ກ່ຽວຈຶ່ງໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ດ້ວຍຕົວເອງ ແລະ ຍອມຮັບສາລະພາບວ່າຕົນເອງເປັນຄົນເອົາຖົງໃສ່ຢາບ້າໄປຖິ້ມໄວ້ຢູ່ຕັ່ງນັ່ງນັ້ນ. ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ກໍາລັງຕິດຕາມຈັບຕົວນາງ ຍອດ ທີ່ເປັນຜູ້ວ່າຈ້າງໃນຄະດີດັ່ງກ່າວນີ້.

ຂ່າວຈາກໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...