spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສັນຍານເຕືອນວ່າລໍາໄສ້ມີປັນຫາ

8 ສັນຍານເຕືອນວ່າລໍາໄສ້ມີປັນຫາ

Published on

 

  1. ທ້ອງອືດ, ທ້ອງເຟີ້: ກ່ຽວກັບການຍ່ອຍອາຫານຈະບອກວ່າລໍາໄສ້ບໍ່ສາມາດຍ່ອຍອາຫານໃຫ້ກາຍເປັນພະລັງງານໄດ້ຢ່າງເໝາະສົມ ແບັກທີເຣຍໃນລໍາໄສ້ນ້ອຍຫຼາຍເກີນໄປ ຫຼືພະຍາດກົດໄຫຼກັບ ແລະຈໍາເປັນຕ້ອງກິນຢາທຸກວັນ ນີ້ບໍ່ແມ່ນການປິ່ນປົວຕົ້ນຕໍ ເມື່ອເວລາຜ່ານໄປອາດເຮັດໃຫ້ລໍາໄສ້ເສຍຫາຍຮຸນແຮງ ດັ່ງນັ້ນຄວນປິ່ນປົວໃຫ້ເຖິງສາເຫດທີ່ແທ້ຈິງ
  2. ຫຼຸດນໍ້າໜັກບໍ່ລົງ ໂດຍສະເພາະຮອບແອວ: ຄືລໍາໄສ້ສົ່ງຜົນຕໍ່ຂະບວນການເຜົາຜານ ເນື່ອງຈາກບໍ່ມີເຊື້ອຈຸລະຊີໃນການຍ່ອຍໄຂມັນ ຫຼືຄາຣ໌ໂບໄຮເດຣຕໄດ້ຢ່າງມີປະສິດທິພາບ ຜົນທີ່ຕາມມາຄືຂອງເສຍຈະຖືກເກັບໄວ້ເປັນເນື້ອເຍື້ອໄຂມັນ ຊຶ່ງປົກກະຕິຈະສະສົມຢູ່ຕາມລອບແອວ
  3. ບໍ່ສະບາຍຢູ່ຕະຫຼອດ: ລະບົບພູມຄຸ້ມກັນຢ່າງໜ້ອຍຮ້ອຍລະ 70 ຢູ່ໃນລໍາໄສ້ ຊຶ່ງໝາຍຄວາມວ່າ ຫາກລໍາໄສ້ຂາດຄວາມສົມດຸນກັໍມີໂອກາດຮັບເຊື້ອໄວຣັດຫຼາຍຂຶ້ນ ແລະບໍ່ສະບາຍຕະຫຼອດ ເນື່ອງຈາກຮ່າງກາຍບໍ່ສາມາດຕ້ານທານເຊື້ພະຍາດໄດ້
  4. ຜິວພັນເລີ່ມບໍ່ສົດໃສ: ຜິວໜັງຂອງຄົນເຮົາເປັນອະໄວຍະວະທີ່ໃຫຍ່ສຸດຂອງຮ່າງກາຍ ແລະສາມາດບົ່ງບອກໄດ້ວ່າເກີດຫຍັງຂຶ້ນພາຍໃນຮ່າງກາຍ
  5. ເມື່ອຍງ່າຍ ແລະຮູ້ສຶກເພຍຕະຫຼອດເວລາ: ຊຶ່ງອາດມີສາເຫດມາຈາກພະຍາດລໍາໄສ້ ດັ່ງນັ້ນຕ້ອງປິ່ນປົວສຸຂະພາບຂອງລະບົບຍ່ອຍອາຫານກ່ອນ
  6. ຄຽດ, ອາລົມປ່ຽນແປງງ່າຍ ຫຼືຊຶມເສົ້າ: ສານເຊໂຣໂທນິນ ຫຼືສື່ປະສາດທີ່ຊ່ວຍກໍານົດອາລົມທີ່ສໍາຄັນຂອງຄົນຮ້ອຍລະ 95 ນັ້ນທີ່ຈິງຢູ່ໃນລໍາໄສ້ ບໍ່ແມ່ນຢູ່ໃນສະມອງ ຄວາມສໍາພັນການຢູ່ຮ່ວມກັນລະຫວ່າງສຸຂະພາບລໍາໄສ້ກັບສຸຂະພາບປະສາດຈຶ່ງຄ່ອນຂ້າງຊັດເຈນ
  7. ຄວາມສັບສົນ ຄວາມຄິດບໍ່ແຈ່ມໃສ: ສາເຫດຄືເມື່ອລໍາໄສ້ອັກເສບ ສະໝອງກໍອາດອັກເສບດ້ວຍເຊັ່ນກັນ ແລະເຮັດໃຫ້ຂະບວນການຮັບຮູ້ລົົ້ມເຫຼວ
  8. ມີປັນຫາພູມຄຸ້ມກັນທໍາລາຍຕົນເອງ: ລໍາໄສ້ອາດມີສ່ວນກ່ຽວຂ້ອງກັບພູມຄຸ້ມກັນທໍາລາຍຕົນເອງ ເມື່ອລໍາໄສ້ຮົ່ວແອນຕິບໍດີຈະໂຈມຕີອະນຸພາກທີ່ຫຼຸດອອກໄປ ຊຶ່ງອາດກະຕຸ້ນການທໍາງານຂອງພູມຄຸ້ມກັນຫຼາຍເກີນໄປ ຈົນນໍາໄປສູ່ພາວະພູມຄຸ້ມກັນທໍາລາຍຕົນເອງ ເຊັ່ນ ໄທລອຍ ຫຼືຕ່ອມໝວກໝາກໄຂ່ຫຼັງອ່ອນແອ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...