spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກໄມ້ 7 ຊະນິດ ທີ່ຊ່ວຍຕ້ານພະຍາດ ແລະຕ້ານອະນຸມູນອິດສະລະ

ໝາກໄມ້ 7 ຊະນິດ ທີ່ຊ່ວຍຕ້ານພະຍາດ ແລະຕ້ານອະນຸມູນອິດສະລະ

Published on

ໝາກໄມ້ ທີ່ມີປະໂຫຍດ ແລະມີຄຸນຄ່າທາງໂຄສະນາການ ຕໍ່ຮ່າງກາຍໃນປະລິມານສູງ, ມີການພິສູດທາງວິທະຍາສາດແລ້ວວ່າ ສານທີ່ຢູ່ໃນໝາກໄມ້ດັ່ງກ່າວນີ້ ມີສັບພະຄຸນເປັນຢາກະຕຸ້ນການເຮັດວຽກຂອງລະບົບຕ່າງໆ ແລະເສີມສ້າງພູມຕ້ານທານໄດ້ອີກດ້ວຍ

  1. ໝາກສີດາ: ເປັນໝາກໄມ້ທີ່ມີວິຕາມິນຊີ, ມີໃຍອາຫານ ແລະສານຕ້ານອະນຸມູນອິດສະລະໃນປະລິມານສູງ ຊ່ວຍກະຕຸ້ນການເຮັດວຽກຂອງເມັດເລືອດຂາວ ເຮັດໃຫ້ຮ່າງກາຍມີພູມຕ້ານທານກັບພະຍາດຫຼາຍຂຶ້ນ
  2. ໝາກເຟືອງ: ມີວິຕາມິນຊີ, ວິຕາມິນເອດ ຟອສຟໍຣັດ ແລະແຄວຊຽມ ຊ່ວຍຮັກສາອາການເລືອດອອກຕາມແຂ້ວ, ເປັນຢາລະບາຍທ້ອງໄດ້ດີ
  3. ໝາກພິລາ: ເປັນໝາກໄມ້ທີ່ມີລິດເປັນຢາບຳລຸງກຳລັງ, ແກ້ອາການເຈັບທ້ອງ, ແກ້ພະຍາດເລືອດຈາງ, ປິ່ນປົວບາດແຜ, ແກ້ອາການເຈັບກະເພາະ, ແກ້ອາການເຈັບທ້ອງໄດ້
  4. ໝາກຫຸ່ງ: ມີວິຕາມິນຊີ, ມີເບຕ້າແຄໂຣທີນ, ໄລໂຄພີນ, ໂພແທັກຊຽມ ແລະໃຍອາຫານ ເມື່ອກິນຕະຫຼອດຈະເຮັດໃຫ້ຜິວຊຸ່ມຊື່ນ ມີເສັ້ນໃຍອາຫານທີ່ຊ່ວຍໃນການຂັບຖ່າຍ, ກຳຈັດໄຂມັນໃນລຳໄສ້ ຊ່ວຍໃຫ້ລຳໄສ້ສະອາດດູດຊຶມອາຫານໄດ້ດີ
  5. ໝາກກ້ຽງໃຫຍ່: ມີສານເພັກຕິນສູງ ມີຄຸນສົມບັດຊ່ວຍຫຼຸດຄໍເລດເຕີລໍໃນເລືອດ ແລະມີສານໂມໂນເທີປີນ ທີ່ຊ່ວຍກຳຈັດສານມະເຮັງ
  6. ໝາກຂາມ: ມີສານແອນທຣາຄວິນິນ ເຊິ່ງຊ່ວຍໃຫ້ປະຈຳເດືອນມາເປັນປົກກະຕິ ແລະຍັງມີກົດອິນຊີຫຼາຍຊະນິດເຊັ່ນ: ກົດທຣາຣິກ, ກົດຊິຕຣິກ ມີລິດເປັນຢາລະບາຍອ່ອນໆ ເພີ່ມກາກໃຍອາຫານ ແລະຊ່ວຍຂັບຖ່າຍສະດວກ
  7. ໝາກຍົມ: ເປັນໝາກໄມ້ທີ່ມີລົດຊາດສົ້ມ ທີ່ອຸດົມດ້ວຍແຄວຊຽມ, ຟອສຟໍຣັດ, ວິຕາມິນເອ ແລະວິຕາມິນຊີສູງ ມີລິດຊ່ວຍປິ່ນປົວບາດແຜ ແລະໃຊ້ເປັນຢາຂັບນໍ້າປັດສະວະ, ຫຼຸດອາການຫຼອດລົມອັກເສບ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...