spot_img
Homeນານາສາລະ11 ສັບພະຄຸນຂອງເຫັດຫູໜູ ແລະປະໂຫຍດໃນການປິ່ນປົວພະຍາດ

11 ສັບພະຄຸນຂອງເຫັດຫູໜູ ແລະປະໂຫຍດໃນການປິ່ນປົວພະຍາດ

Published on

 

  1. ສັບພະຄຸນເຫັດຫູໜູມີສານສໍາຄັນເຊັ່ນສານທີ່ມີຊື່ວ່າ ອະດີໂນຊີນ ຊຶ່ງມີສັບພະຄຸນຊ່ວຍຫຼຸດຄວາໜຽວຂຸ້ນຂອງເລືອດ ເຮັດໃຫ້ເລືອດບໍ່ໄປອຸດຕັນເສັ້ນເລືອດຫົວໃຈ, ສະໝອງ ແລະໃນອະໄວຍະວະອື່ນໆພາຍໃນຮ່າງກາຍ
  2. ມີສັບພະຄຸນຊ່ວຍເຮັດໃຫ້ຮ່າງກາຍມີກໍາລັງ
  3. ມີຄຸນສົມບັດຊ່ວຍຄາຍຄວາມຕຶງຄຽດຂອງຮ່າງກາຍ ສົ່ງຜົນໃຫ້ຮ່າງກາຍສົດຊື່ນ ເຮັດໃຫ້ຜິວພັນສົດໃສມີສຂະພາບດີ
  4. ເປັນຢາເຢັນຊ່ວຍແກ້ອາການໄອ, ບັນເທົາອາການເຈັບຄໍ, ແກ້ຮ້ອນໃນ ລວມທັງມສັບພະຄຸນຊ່ວຍແກ້ອາການຮາກເປັນເລືອດ ແລະແກ້ເລືອດດັງໄຫຼໄດ້
  5. ມີສັບພະຄຸນຊ່ວຍຫຼຸດຄວາມດັນໂລຫິດສູງ, ຊ່ວຍບໍາລຸງເລືອດ, ປິ່ນປົວພະຍາດໂລຫິດຈາງ ເຮັດໃຫ້ເລືອດລົມໃນຮ່າງກາຍໄຫຼວຽນໄດ້ສະດວກ
  6. ມີຄຸນສົມບັດເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ, ປ້ອງກັນພະຍາດລິດສີດວງທະວານ, ສາມາດຂັບຂອງເສຍອອກຈາກໃນລໍາໄສ້ໄດ້ດີ ເນື່ອງຈາດເຫັດຫູໜູອຸດົມໄປດ້ວຍເສັ້ນໃຍອາຫານ ຊຶ່ງຍັງມີຜົນດີຕໍ່ການຊ່ວຍຄວບຄຸມນໍ້າໜັກ
  7. ຊ່ວຍແກ້ອາການຂອງປະຈໍາເດືອນມາຫຼາຍ ຫຼືມາບໍ່ປົກກະຕິ ລວມທັງປິ່ນປົວອາການລົງຂາວທີ່ຜິດປົກກະຕິ
  8. ມີລິດໃນການຊ່ວຍເບິ່ງແຍງ ແລະບໍາລຸງອະໄວຍະວະຕ່າງໆໃນຮ່າງກາຍເຊັ່ນ: ຕັບ, ປອດ, ກະເພາະອາຫານ ຫຼືລໍາໄສ້ໃຫຍ່ ໃຫ້ສົມບູນແຂງແຮງ ສາມາດທໍາງານໄດ່ຢ່າງມີປະສິດທິພາບດີ
  9. ເປັນແຫຼ່ງຂອງວິຕາມິນຫຼາຍຊະນິດ ໂດຍສະເພາະວິຕາມິນຊີ ຊຶ່ງມີລິດໃນການຕໍ່ຕ້ານອະນຸມຸນອິດສະລະ ຊ່ວຍປ້ອງກັນ ແລະຢັບຢັ້ງບໍ່ໃຫ້ເຊວມະເຮັງຜິດປົກກະຕິຈົນກາຍເປັນເນື້ອຮ້າຍໄດ້
  10. ອຸດົມໄປດ້ວຍຟົດສະຟໍຣິກ ຊຶ່ງເປັນແຮ່ທາດທີ່ມີຄວາມສໍາຄັນກັບທຸກເຊວໃນຮ່າງກາຍ ມີໜ້າທີ່ຊ່ວຍສົ່ງເສີມການທໍາງານຂອງເຊວມະເຮັງຕ່າງໆ ໃຫ້ທໍາງານໄດ້ຢ່າງເປັນປົກກະຕິ
  11. ອຸດົມໄປດ້ວຍແຄວຊຽມ ຊ່ວຍບໍາລຸງກະດູກ ແລະແຂ້ວໃຫ້ແຂງແຮງ ຈະທໍາງານຮ່ວມກັບຟົດສະຟໍຣິກ ຫຼຸດຄວາມສ່ຽງຈະເກີດພະຍາດກະດູກພ່ອຍໄດ້ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ແລະບັນເທົາອາການເຈັບແຂ້ວ ແລະເຈັບເຫືອກໄດ້

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...