spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 23 ທັນວາ ຫຼືມື້ວາງຈຳໜ່າຍເກມ Gran Turismo

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 23 ທັນວາ ຫຼືມື້ວາງຈຳໜ່າຍເກມ Gran Turismo

Published on

​ວັນທີ 23 ທັນວາ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Gran Turismo (GT) ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ GT ເປັນຊີຣີທີ່ບຸກເບີກເກມແຂ່ງລົດແນວໃໝ່ທີ່ເອີ້ນວ່າ: Driving Simulation ເຊິ່ງຜູ້ຫຼິ້ນຈະສາມາດປັບແຕ່ງລົດທີ່ໃຊ້ແຂ່ງໄດ້ດ້ວຍຕົນເອງ ແລະການປັບແຕ່ງໃນແຕ່ລະສ່ວນຂອງລົດກໍຈະອີງຕາມຫຼັກການຟີສິກ ແລະກົນສາດ ຫຼາຍກວ່າເກມແຂ່ງລົດອື່ນໆໃນຊ່ວງເວລານັ້ນ, ທັງນີ້ GT ຍັງເປັນອີກເກມ Exclusive ທີ່ພັດທະນາໂດຍ Sony Computer Entertainment (SCE) ອີກນຳ. 

ຂັ້ນຕອນການພັດທະນາເກມ GT ໄດ້ໃຊ້ເວລາດົນເຖິງ 5 ປີເຕັມໆ, ໂດຍທ່ານ Kazunori Yamauchi (ຄາຊຶໂນຣິ ຢາມາອຸຈິ) ດີຊາຍເນີ້ຂອງເກມໄດ້ໃຫ້ສຳພາດວ່າແຜນການພັດທະນາເກມ Gran Turismo ໄດ້ເລີ່ມຂຶ້ນໃນຊ່ວງເຄິ່ງປີ 1992 ແລະບຸກຄະລາກອນໃນຕອນເລີ່ມພັດທະນາມີພຽງປະມານ 7-15 ຄົນເທົ່ານັ້ນ ແລະທຸກຄົນຕ່າງກໍຮ່ວມມືກັນເຮັດວຽກໝົດມື້ໝົດຄືນ ແບບທີ່ເວົ້າໄດ້ວ່າໂຕທ່ານຢາມາອຸຈິເອງໄດ້ກັບເຮືອນພຽງປີລະ 4 ມື້ເທົ່ານັ້ນ, ແຕ່ເມື່ອເກມສຳເລັດແລ້ວ ຜົນລັບທີ່ອອກມາທັງດ້ານຍອດຂາຍ ແລະຄຳວິຈານນັ້ນຖືວ່າກາຍເປົ້າໝາຍໄປຢ່າງຂາດລອຍ. ນອກຈາກນີ້ ທ່ານຢາມາອຸຈິ ຍັງເສີມອີກວ່າ ເກມ GT ພາກທຳອິດນີ້ໄດ້ດຶງພະລັງກຣາບຟິກຂອງເຄື່ອງ PS1 ອອກມາໄດ້ປະມານ 75% ຈົນມາຮອດ GT2 ຈຶ່ງສາມາດດຶງພະລັງເຄື່ອງ PS1 ອອກມາໄດ້ຈົນສຸດ. 

ສຳລັບລົດທີ່ມີໃຫ້ເລືອກໃຊ້ໃນ GT ຈະມີຢູ່ທັງໝົດ 172 ຄັນ ໂດຍມາຈາກຜູ້ຜະລິດ 11 ລາຍ ແລະມີສະໜາມແຂ່ງໃຫ້ປະລອງຄວາມໄວທັງໝົດ 11 ສະໜາມ ເຊິ່ງຈະມີໂໝດໃຫ້ຫຼິ້ນຢູ່ 2 ໂໝດຫຼັກໆໄດ້ແກ່: ໂໝດອາເຂດ ແລະໂໝດຊິມູເລຊັ່ນ (ສຳລັບເວີຊັ່ນທີ່ວາງຈຳໜ່າຍໃນທະວີບຢຸໂຣບຈະປ່ຽນຊື່ໂໝດຊິມູເລຊັ່ນເປັນ Gran Turismo Mode) ເຊິ່ງໃນໂໝດຊິມູເລຊັ່ນນີ້ ຜູ້ຫຼິ້ນຈະຕ້ອງເຮັດການເສັງໃບຂັບຂີ່ດ້ວຍການຜ່ານການທົດສອບໃນຮູບແບບຕ່າງໆ ແລະທົວນາເມັ້ນທີ່ມີໃຫ້ເລືອກແຂ່ງໃນໂໝດຊິມູເລຊັ່ນຈະຕ້ອງການລະດັບຂອງໃບຂັບຂີ່ທີ່ແຕກຕ່າງກັນໄປ ເມື່ອຊະນະໃນແຕ່ລະລາຍການກໍຈະໄດ້ເງິນລາງວັນເພື່ອນຳໄປຊື້ລົດຫຼືອຸປະກອນແຕ່ງລົດໃຫ້ມີຄວາມແຮງຂຶ້ນໄດ້. 

Fact ເລັກນ້ອຍກ່ຽວກັບເກມ Gran Turismo

  • ບໍ່ເຊື່ອກໍຕ້ອງເຊື່ອວ່າ GT ພາກທຳອິດນີ້ເປັນເກມທີ່ເຮັດຍອດຂາຍສູງສຸດອັນດັບ 1 ຂອງເຄື່ອງ PS1 ເວົ້າໄດ້ວ່າແຊງທັງ Final Fantasy VII, Final Fantasy VIII ຫຼື Resident Evil ເລີຍ, ໂດຍສາມາດເຮັດຍອດຂາຍລວມທັງໝົດໄດ້ 10.85 ລ້ານຊຸດ ແລະເປັນພາກທີ່ຂາຍດີທີ່ສຸດຂອງຊີຣີ.

  • Eiffel 65 ວົງດົນຕີຈາກເມືອງຕູຣິນ ປະເທດອີຕາລີ ເຄີຍພັນລະນາເຖິງຄວາມສຸດຍອດຂອງເກມ GT ໄວ້ໃນເນື້ອເພງ My Console ຖ້າຫາກໃຜທີ່ມີໃຈຮັກໃນຊີຣີ Gran Turismo ກໍໜ້າຈະລອງເຂົ້າໄປຟັງເບິ່ງກັນເດີ້

  • ຄຳວ່າ Gran Turismo ເປັນພາສາອີຕາລີ ມີຄວາມໝາຍຕາມພາສາອັງກິດວ່າ: Grand Touring ທີ່ກ່າວເຖິງການແຂ່ງລົດຫຼູທີ່ມີຄວາມແຮງສູງໃນດ້ານຄວາມໄວແລະແລ່ນທາງໄກໄດ້ດີ ແລະລົດສ່ວນໃຫຍ່ທີ່ໃຊ້ແຂ່ງຈະເປັນແບບ 2 ປະຕູທີ່ມີ 2 ບ່ອນນັ່ງນັ້ນເອງ (ບາງຄັນອາດເປັນ 2 ປະຕູ ມີ 4 ບ່ອນນັ່ງ) 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...