Homeສຸຂະພາບ ແລະ ສີ່ງແວດລ້ອມວິທີເພີ່ມນ້ຳລໍ່ລື້ນໃນຊ່ອງຄອດ

ວິທີເພີ່ມນ້ຳລໍ່ລື້ນໃນຊ່ອງຄອດ

Published on

ບັນຫາຊ່ອງຄອດແຫ້ງ ສ່ວນຫຼາຍແມ່ນຈະເກີດກັບແມ່ຍິງທີ່ກຳລັງກ້າວເຂົ້າສູ່ໄວໝົດປະຈຳເດືອນ ຫຼື ຕັ້ງແມ່ຍິງອາຍຸ 40 ປີ ຂຶ້ນ​,​ ແຕ່ປັດຈຸບັນນີ້້ພົບວ່າ ບັນຫານ້ຳລໍ່ລື້ນໃນຊ່ອງຄອດແຫ້ງບໍ່ແມ່ນແຕ່ຈະເກີດຂຶ້ນກັບແມ່ຍິງອາຍຸສູງເທົ່າ ຍິງສາວໄວລຸ້ນກໍ່ມີໂອກາດເກີດບັນຫານີ້ໄດ້ເຊັ່ນດຽວກັນ, ສະນັ້ນ ໃນຄໍລຳ ສຸຂະພາບ ກັບ ລາວໂພສຕ໌ ມື້ນີ້ ແອັດມິນ ມີ ການດູແລຕົວໃນຂັ້ນພື້ນຖານ ສຳລັບສາວທີ່ມີບັນຫານ້ຳລໍ່ລື້ນແຫ້ງມາຝາກແຟນເພສ ເຊິ່ງຈະມີແນວໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

ວິທີເພີ່ມນ້ຳລໍ່ລື້ນໃນຊ່ອງຄອດ

  1. ຄວນມີການອອກກຳລັງກາຍຢ່າງສະໝ່ຳສະເໝີ
  2. ກິນອາຫານທີ່ມີປະໂຫຍດ ເຊັ່ນ: ພືດຜັກທີ່ມີສານ ໄຟໂຕເອສໂຕຣເຈນ ເຊັ່ນ: ເຕົ້າຫູ້, ນົມຖົ່ວເຫຼືອງ,​ ຖົ່ວດິນ ຫຼື ກິນຜະລິດຕະພັນອາຫານເສີມທີ່ມີສານ ໄຟໂຕເອສໂຕຣເຈນ
  3. ງົດ ຫຼື ຫຼຸດປະລິມານດື່ມ ເຄື່ອງດື່ມແອລກໍຮໍ, ເຄື່ອງດື່ມທີ່ມີຄາເຟອິນ ແລະ ງົດການສູບຢາ
  4. ຢຸດການສວນລ້າງຊ່ອງຄອດ ເພາະຈະເຮັດໃຫ້ຊ່ອງຄອດແຫ້ງລະຄາຍເຄືອງໄດ້ງ່າຍຫວ່າເກົ່າ
  5. ເຮັດຈິດໃຈໃຫ້ສະບາຍ ແຈ່ມໃສໄວ້ ເພາະຄວາມຄຽດມີສ່ວນເຮັດໃຫ້ຮ່າງກາຍຜະລິດຮໍໂມນໄດ້ໜ້ອຍລົງນັ້ນເອງ

ສາວໆ ທີ່ມີບັນຫາເລື່ອງນ້ຳລໍ່ລື່ນທີ່ຊ່ອງຄອດແຫ້ງ ຄວນລອງເອົາຂໍ້ແນະນຳຂ້າງເທິງນີ້ໄປໃຊ້ລອງເບິ່ງ

ແຫລ່ງຂໍ້ມູນຈາກ: http://health.kapook.com/view13531.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...