spot_img
Homeຂ່າວພາຍ​ໃນປະທານປະເທດຕ້ອນຮັບຜູ້ແທນຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ປະທານປະເທດຕ້ອນຮັບຜູ້ແທນຫວຽດນາມ ເຂົ້າຢ້ຽມຂ່ຳນັບ

Published on

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ຕ້ອນຮັບ ຄະນະຜູ້ແທນຫວຽດນາມເຂົ້າ ຢ້ຽມຂ່ຳນັບໃນຕອນແລງວັນ ທີ 21 ທັນວານີ້, ທີ່ທຳນຽບປະ ທານປະເທດ ນຳໂດຍທ່ານ ຫງວຽນ ຈີ່ ຢຸງ ລັດຖະມົນຕີກະ ຊວງແຜນການ ແລະ ການລົງ ທຶນ, ປະທານຄະນະກຳມະການ ຮ່ວມມືຫວຽດນາມ-ລາວ ພ້ອມ ຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບກະຊວງແຜນການ ແລະ ການລົງທຶນຂອງລາວ, ທ່ານປະທານປະເທດໄດ້ກ່າວ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຫງວຽນ ຈີ່ ຢຸງ ພ້ອມຄະນະທີ່ໄດ້ ເດີນທາງ ມາຢ້ຽມຢາມລາວ ເພື່ອເສີມ ຂະຫຍາຍສາຍພົວພັນລະ ຫວ່າງສອງກະຊວງ ຊຶ່ງເປັນກະ ຊວງທີ່ສຳຄັນ ໃນການເປັນເສ ນາທິການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສະນັ້ນ ສະເໜີໃຫ້ສອງກະຊວງ ມີການພົວພັນຢ່າງໃກ້ຊິດ ເພື່ອ ຊ່ວຍເຫຼືອຊຸກຍູ້ ແລະ ຖອດ ຖອນບົດຮຽນໃຫ້ແກ່ກັນ ໃນ ການວາງແຜນພັດທະນາເສດ ຖະກິດແຫ່ງຊາດໃຫ້ມີປະສິດທິຜົນ ໃນແຕ່ລະໄລຍະ ພ້ອມກັນ ນັ້ນກໍໄດ້ສະເໜີໃຫ້ສອງຝ່າຍ ກວດກາຄືນການຈັດຕັ້ງປະຕິ ບັດບັນດາໂຄງການ, ກິດຈະ ການຕ່າງໆທີ່ສອງ ຝ່າຍໄດ້ຕົກ ລົງນຳກັນຢ່າງມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ເພື່ອນຳເອົາໝາກຜົນຕົວຈິງ ມາສູ່ປະຊາຊົນສອງຊາດແລະ ໃນປີ 2017 ນີ້ ເປັນປີຄົບຮອບ ໃຫຍ່ຂອງສອງວັນປະຫວັດ ສາດຄື: ວັນສ້າງຕັ້ງສາຍພົວ ພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ ຊຶ່ງສອງ ປະເທດຈະຕ້ອງໄດ້ຈັດກິດ ຈະກຳສຳຄັນຮ່ວມກັນ ເພື່ອ ເຮັດໃຫ້ການສະເຫຼີມສະຫຼອງ ສອງວັນປະຫວັດສາດດັ່ງກ່າວ ມີຄວາມໝາຍເລິກເຊິ່ງ ແລະ ປະສົບຜົນສຳເລັດຢ່າງຈົບ ງາມ. ຕອນທ້າຍ ທ່ານປະທານ ປະເທດຍັງໄດ້ກ່າວສະແດງ ຄວາມຊົມເຊີຍຕໍ່ທ່ານ ຫງວຽນ ຈີ່ ຢຸງ ທີ່ໄດ້ຮັບຄວາມໄວ້ເນື້ອ ເຊື່ອໃຈຈາກພັກ-ລັດຖະບານ ຫວຽດນາມທີ່ແຕ່ງ ຕັ້ງໃຫ້ ເປັນ ປະທານຄະນະກຳມະການ ຮ່ວມມືຫວຽດນາມ-ລາວ. ໂອ ກາດດັ່ງກ່າວ ທ່ານປະທານປະ ເທດຍັງໄດ້ຝາກຄວາມຢື້ຢາມ ຖາມຂ່າວ ແລະ ຄວາມອວຍ ພອນໄຊ ອັນປະເສີດ ໄປຍັງພັກ -ລັດຖະບານ ແລະ ປະຊາຊົນ ຫວຽດນາມຈົ່ງມີພະລານາໄມ ສົມບູນ ໃນໂອກາດປີໃໝ່ 2017 ທີ່ຈະມາເຖິງ ອວຍພອນໃຫ້ສາຍ ພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ-ສອງລັດກໍຄື ປະຊາຊົນສອງຊາດຈົ່ງໝັ້ນຄົງ ຕະຫຼອດໄປ.

ແຫລ່ງຂ່າວຈາກ:​
(ຂ່າວ-ພາບ: ພູວຽງຄຳ)

http://www.pasaxon.org.la/index/22-12-16/content1.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...