spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ11 ສັບພະຄຸນຂອງເຫັດນາງລົມ ປະໂຫຍດໃນການປິ່ນປົວພະຍາດ

11 ສັບພະຄຸນຂອງເຫັດນາງລົມ ປະໂຫຍດໃນການປິ່ນປົວພະຍາດ

Published on

 

  1. ສັບພະຄຸນເຫັດນາງລົມອຸດົມໄປດ້ວຍກົດໂຟລິກ: ຊຶ່ງມີຫຼາຍກວ່າໃນພືດຜັກ ແລະຊີ້ນສັດຫຼາຍຊະນິດ ມີປະໂຫຍດໃນການຊ່ວຍປິ່ນປົວພາວະຊີດ ຫຼືພະຍາດໂລຫິດຈາງ ສົ່ງຜົນດີຕໍ່ຜູ້ທີ່ເປັນເບົາຫວານ ແລະຄວາມດັນໂລຫິດ ໂດຍຂະຊ່ວຍປັບຄວາມດັນໂລຫິດ ແລະຄວາມເຂັ້ມຂອງໄຂມັນໃນເລືອດ ແລະຫຼຸດລະດັບນໍ້າຕານໃນເລືອດ.
  2. ເຫັດນາງລົມຍັງເໝາະທີ່ຈະເປັນອາຫານຂອງຄົນຖືພາ: ເພາະມີສັບພະຄຸນຊ່ວຍປ້ອງກັນຄວາມພິການຂອງເດັກນ້ອຍເກີດໃໝ່ ແລະຊ່ວຍສ້າງນໍ້ານົມໃຫ້ແກ່ແມ່ຫຼັງເກີດລູກ.
  3. ປະໂຫຍດໃຊ້ເປັນອາຫານຄວບຄຸມນໍ້າໜັກ
  4. ເຫັດນາງລົມມີວິຕາມິນບີ 1 ແລະບີ2 ສູງກວ່າເຫັດຊະນິດອື່ນ: ຊຶ່ງເປັນກຸ່ມຂອງວິຕາມິນທີ່ຮ່າງກາຍບໍ່ໄດ້ຕ້ອງການຫຼາຍແຕ່ຈໍານວນເປັນຕ້ອງໄດ້ຮັບທຸກວັນ ໂດຍຈະທໍາງານຮ່ວມກັບສານອາຫານຊະນິດອື່ນ ມີສັບພະຄຸນຊ່ວຍບັນເທົາອາການເມົາລົດ ແລະປິ່ນປົວພະຍາດປາກນົກກະຈອກ.
  5. ສັບພະຄຸນຂອງເຫັດນາງລົມມີປະລິມານໂຊດຽມຕໍ່າ: ຈຶ່ງມັກນໍາປະໃຊ້ປຸງອາຫານຂອງຄົນທີ່ເປັນພະຍາດຫົວໃຈ ແລະໝາກໄຂ່ຫຼັງອັກເສບ ຊຶ່ງຈໍາເປັນຕ້ອງຈໍາກັດລະດັບຂອງໂຊດຽມໃນຮ່າງກາຍ ເພື່ອໃຫ້ຫົວໃຈ ແລະໝາກໄຂ່ຫຼັງທໍາງານເປັນປົກກະຕິ.
  6. ເຫັດນາງລົມຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ມີປະສິດທິພາບ: ຊຶ່ງຈະປ້ອງກັນບໍ່ໃຫ້ເຊື້ອພະຍາດ ຫຼືສິ່ງແປກປອມຕ່າງໆ ເຂົ້າສູ່ຮ່າງກາຍໄດ້.
  7. ເຫັດນາງລົມມີສັບພະຄຸນຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເນື້ອຮ້າຍ ແລະເຊວມະເຮັງໄດ້ ແລະມີຄວາມສາມາດຊ່ວຍຫຼຸດການກໍໃຫ້ເກີດພະຍາດຂອງເຊື້ອຈຸລິນທຣີ
  8. ມີຄຸນສົມບັດໃນການບໍາບັດອາການເຈັບປວດຕາມຮ່າງກາຍ ແລະບັນເທົາອາການມຶນຊາ ຍັງຊ່ວຍຫຼຸດອາການອັກເສບໄດ້.
  9. ປະໂຫຍດຊ່ວຍເບິ່ງແຍງກະດູກ ແລະແຂ້ວໃຫ້ແຂງແຮງ ຫຼຸດຄວາມສ່ຽງທີ່ຈະເກີດກະດູກເສື່ອມ, ກະດູກຫັກງ່າຍ ແລະພະຍາດກະດູກພ່ອຍ ຊຶ່ງເກີດຂຶ້ນກັບຄົນຊະລາ.
  10. ມີໂພແທກຊຽມ ຊ່ວຍໃຫ້ຮ່າງກາຍສາມາດນໍາເອົາອອກຊິເຈນໄປລ້າງສະໝອງໄດ້ດີ ສົ່ງຜົນໃຫ້ລະບົບທໍາງານຂອງສະໝອງດີຂຶ້ນ ເຮັດໃຫ້ຈິດໃຈແຈ່ມໃສ ຍັງຊ່ວຍກໍາຈັດຂອງເສຍອອກຈາກຮ່າງກາຍໄດ້ດີຂຶ້ນ.
  11. ປະໂຫຍດຂອງເຫັດນາງລົມດີຕໍ່ລະບົບຍ່ອຍອາຫານ ຊຶ່ງເຫັດນາງລົມເຮັດໃຫ້ການທໍາງານຂອງລະບົບຍ່ອຍອາຫານພາຍໃນຮ່າງກາຍເປັນໄປຢ່າງປົກກະຕິ ຊຶ່ງຈະຊ່ວຍປ້ອງກັນ ແລະປິ່ນປົວພະຍາດກະເພາະອາຫານ.

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...