spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7 ສາເຫດ ທີ່ເຮັດໃຫ້ພູມຕ້ານທານໃນຮ່າງກາຍຕໍ່າ

7 ສາເຫດ ທີ່ເຮັດໃຫ້ພູມຕ້ານທານໃນຮ່າງກາຍຕໍ່າ

Published on

ຮ່າງກາຍບໍ່ສະບາຍນັ້ນ ບໍ່ວ່າຈະໜ້ອຍ ຫຼືຫຼາຍ ກໍຈະສ້າງບັນຫາ ທັງຄຸນນະພາບຊີວິດ, ເວລາ, ເງິນ ຫຼືວຽກງານ ເຊິ່ງອາດເປັນສາເຫດມາຈາກພູມຕ້ານທານໃນຮ່າງກາຍຕໍ່າ ເຊິ່ງສາເຫດມາຈາກດັ່ງນີ້

  1. ອາຫານ: ຫາກອາຫານທີ່ເຮົາກິນນັ້ນປົນເປື້ອນສານພິດ, ມີເຊື້ອພະຍາດ ແລະຂາດການໂຄສະນາການທີ່ດີ ເຊິ່ງເປັນສາເຫດເຮັດໃຫ້ພູມຕ້ານທານເຮັດວຽກໜັກ
  2. ສານເຄມີເຊັ່ນ: ການເຮັດສີຜົມ, ການແຕ່ງໜ້າ, ສີດນໍ້າຫອມກິ່ນສັງເຄາະຕ່າງໆ, ທາສີເລັບ, ຄີມບຳລຸງຜິວຕ່າງໆ ທີ່ມີສ່ວນປະສົມຂອງສານເຄມີ
  3. ມົນລະພາວະ: ມົນລະພາວະເປັນພິດ, ຄວັນສານເຄມີຈາກໂຮງງານອຸດສາຫະກຳ, ຄວັນຈາກທໍ່ລົດ ເຊິ່ງມາທາງອາກາດທີ່ເຮົາສູດດົມໃນແຕ່ລະມື້
  4. ໂຮໂມນ: ໂຮໂມນບາງຊະນິດ ມີຜົນຕໍ່ລະບົບພູມຄຸ້ມກັນເຊັ່ນ Steroid ທີ່ມີລິດຢັບຢັ້ງການກິນເຊື້ອພະຍາດຂອງເມັດເລືອດຂາວຫຼຸດການອັກເສບ ແລະຫຼຸດການສ້າງແອນຕິບໍດີ ເຮັດໃຫ້ເກີດພະຍາດຕ່າງໆໄດ້ງ່າຍ
  5. ຜິວໜັງ: ລວມເຖິງເນື້ອເຍື່ອເມືອກທີ່ຢູ່ໃນອະໄວຍະວະຕ່າງໆ ທີ່ເຮັດໜ້າທີ່ເປັນດ່ານທຳອິດ ທີ່ຮ່າງກາຍໃຊ້ເພື່ອປ້ອງກັນເຊື້ອພະຍາດເຂົ້າສູ່ຮ່າງກາຍ, ຫາກເກີດກັບຜູ້ທີ່ເປັນພະຍາດຜິວໜັງ ຈະເກີດການຕິດເຊື້ອພະຍາດທົ່ວຮ່າງກາຍໄດ້ງ່າຍ
  6. ອາຍຸ: ໃນເດັກນ້ອຍ ລະບົບພູມຄຸ້ມກັນເຕີບໂຕບໍ່ເຕັມທີ່, ຜູ້ອາຍຸສູງ ລະບົບພູມຄຸ້ມກັນເສື່ອມ, ກັບໜຸ່ມສາວ ລະບົບພູມຄຸ້ມກັນເຮັດວຽກໄດ້ເຕັມທີ່
  7. ກຳມະພັນ: ການຕອບສະໜອງທາງລະບົບພູມຄຸ້ມກັນ ຢູ່ພາຍໃຕ້ການຄວບຄຸມຂອງຍີນ ເຊິ່ງອາດຖ່າຍທອດທາງກຳມະພັນໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...