spot_img
Homeຂ່າວທ້ອງຖິ່ນສະເຫຼີມສະຫຼອງຄົບຮອບ 150 ປີການຄົ້ນພົບ ແລະສຶກສາຄົ້ນຄວ້າວັດພູຈໍາປາສັກ

ສະເຫຼີມສະຫຼອງຄົບຮອບ 150 ປີການຄົ້ນພົບ ແລະສຶກສາຄົ້ນຄວ້າວັດພູຈໍາປາສັກ

Published on

ໃນວັນທີ 9 ທັນວາ 2016 ຜ່ານມາທີ່ວັດພູຈຳປາສັກໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 150 ປີຂອງການຄົ້ນພົບ ແລະ ສຶກສາຄົ້ນຄວ້າກ່ຽວກັບມໍລະດົກໂລກວັດພູຈຳປາສັກ ພ້ອມທັງປິດໂຄງການຮ່ວມມືລາວ-ຝຣັ່ງ ໃນການບູລະນະສ້ອມແປງສະຖານບູຮານ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ນາງ ໂກຣດີນ ເລີດຸກ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ທ່ານ ອຸດົມສີ ແກ້ວສັກສິດ ຫົວໜ້າຫ້ອງການມໍລະດົກໂລກວັດພູຈຳປາສັກ, ມີບັນດາທ່ານມາຈາກພະແນກການ ທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ສີທົນ ແກ້ວພູວົງ ໃຫ້ຮູ້ວ່າ: ສະຖານບູຮານວັດພູແມ່ນຕົວຢ່າງຊັ້ນເລີດ ໃນການວາງແຜນຜັງ ອອກແບບກໍ່ສ້າງ ທີ່ກົມກືນກັບຈຸດພິເສດທຳມະຊາດ ທັງສອດຄ່ອງກັບຄວາມເຊື່ອຖືທາງສາສະໜາ ທີ່ເຕັມໄປດ້ວຍຄຸນຄ່າທາງວັດທະນະທຳ ແລະ ສະຖາປັດຕະຍະກຳອັນເກົ່າແກ່, ຖືວ່າເປັນເວລາ 150 ປີທີ່ຄະນະວິຊາການຂອງຝຣັ່ງ ໄດ້ຄົ້ນພົບວັດພູຈໍາປາສັກ ແລະ ໄດ້ເປີດການຮ່ວມມືຕັ້ງແຕ່ນັ້ນມາ. ຈາກນັ້ນກໍ່ເປັນເວລາຂອງການຄົ້ນຄວ້າສຳຫຼວດ ຕາມດ້ວຍການຂຸດຄົ້ນທາງບູຮານຄະດີ, ການຄົ້ນຄວ້າທາງວິທະຍາສາດ ແລະ ກ້າວເຂົ້າເປັນມໍລະດົກໂລກຂອງອົງການສຶກສາ,ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍແນັສໂກ UNESCO ຈົນມາຮອດຂັ້ນຕອນການສຸມໃສ່ການບູລະນະສ້ອມແປງ.

ຈາກຜົນງານດັ່ງກ່າວແມ່ນການປະກອບສ່ວນຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະແມ່ນໂຄງການຮ່ວມມືລາວ-ຝຣັ່ງ ທີ່ໄດ້ປະກອບສ່ວນກໍ່ສ້າງບຸກຄະລາກອນໃຫ້ແກ່ວັດພູ ແລະບັນດາແຂວງພາກໃຕ້ ໃນວຽກງານມໍລະດົກວັດທະນະທຳ ຜ່ານໂຮງຮຽນພາກສະໜາມ ຂອງການສ້ອມແປງປະຕູທາງເຂົ້າ ແລະ ສີໜ້າດ້ານທິດຕາເວັນອອກຂອງໂຮງຊາວຫຼັງໃຕ້ ທີ່ສຳເລັດຢ່າງຈົບງາມ.

ຂ່າວ: ໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...