spot_img
Homeຂ່າວທ້ອງຖິ່ນເຫດການເຂື່ອນໄຟຟ້າເຊກະໝານ 3 ແຕກ ຍັງບໍ່ມີຄໍາຕອບຊັດເຈນກ່ຽວກັບເລື່ອງນີ້

ເຫດການເຂື່ອນໄຟຟ້າເຊກະໝານ 3 ແຕກ ຍັງບໍ່ມີຄໍາຕອບຊັດເຈນກ່ຽວກັບເລື່ອງນີ້

Published on

ດັ່ງທີ່ທ່ານໄດ້ຮັບຊາບຂ່າວໄປແລ້ວວ່າ: ເກີດເຫດອຸບມົງເຂື່ອນໄຟຟ້າເຊກະຫມານ 3 ແຕກນໍ້າໄຫຼທະລຸຖ້ວມຢ່າງຮຸນແຮງ ໃນຕອນເຊົ້າຂອງວັນທີ 16 ທັນວາ 2016 ທີ່ບ້ານ ດາກຢຣັງ, ເມືອງ ດາກຈຶງ ແຂວງເຊກອງ , ເຫດບໍ່ຄາດຄິດດັ່ງກ່າວເກີດຂຶ້ນໃນລະດູແລ້ງແທ້ໆ ແຕ່ປັດຈຸບັນຍັງບໍ່ມີຄໍາຕອບຊັດເຈນຈາກພາກສ່ວນກ່ຽວຂ້ອງ.

ເຈົ້າຫນ້າທີ່ຈາກພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງໄດ້ເປີດເຜີຍຕໍ່ນັກຂ່າວຜ່ານໂທລະສັບໃນຕອນບ່າຍຂອງວັນທີ 19 ທັນວາ 2016 ວ່າປັດຈຸບັນແຂວງຂອງຕົນໄດ້ເກັບຂໍ້ມູນ ແລະ ຫລັກຖານສົ່ງມາສູນກາງເປັນການຮີບດ່ວນເພື່ອດໍາເນີນສືບສວນສອບວ່າເຂື່ອນແຕກເກີດຂຶ້ນຍອ້ນຫຍັງ ແລະ ແມ່ນໃຜຈະຮັບຜິດຊອບ.

ເຈົ້າຫນ້າທີ່ທ້ອງຖິ່ນຍັງເປີດເຜີຍວ່າເຫດການຄັ້ງນີ້ອາດເປັນອຸທາຫອນ ຫລື ເປັນບົດຮຽນອັນຍິ່ງໃຫຍ່ສໍາລັບຜູ້ຮັບເໝົາກໍ່ສ້າງຕອ້ງຄໍານືງເຖິງມາດຕະຖານ ແລະ ຄວາມປອດໄພ…

ໂຄງການ ກໍ່ສ້າງເຂຶ່ອນ ເຊກະຫມານ3 ຂະໜາດ 250 ເມກາວັດ ລົງທຶນໂດຍ ບໍລິສັດ VLP (Viet-Lao Power Investment and Development Joint Stock Company) ຂອງຫວຽດນາມ ໃນເຂດ ເມືອງດັກຈຶງ ແຂວງ ເຊກອງ ຕິດກັບພື້ນທີ່ ແຂວງ ອັດຕະປື ດ້ວຍມູນຄ່າກໍ່ສ້າງ 173,7ລ້ານໂດລາ ໂດຍຝ່າຍຫວຽດນາມຖືຮຸ້ນ 85% ບໍລິສັດລັດວິສາຫະກິດໄຟຟ້າລາວຖືຮຸ້ນ 15% ມີໄລຍະສໍາປະທານ 30 ປີ.ກະແສໄຟຟ້າສ່ວນໃຫຍ່ຖືກສົ່ງໄປຂາຍຫຽວດນາມ, ເຂື່ອນດັ່ງກ່າວໄດ້ນໍາໃຊ້ມາພຽງ 2-3 ປີ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ ແລະ ວີໂອເອລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...