7 ບັນຫາສຸຂະພາບຂອງຜູ້ຊາຍ ທີ່ບໍ່ຄວນເບິ່ງຂ້າມ

0
4433

ຜູ້ຊາຍສ່ວນຫຼາຍບໍ່ໃສ່ໃຈສຸຂະພາບຂອງຕົນເອງຫຼາຍເທົ່າຜູ້ຍິງ, ເຊິ່ງມັກເບິ່ງຂ້າມວ່າເປັນເລື່ອງນ້ອຍ, ປະໄວ້ແລ້ວຫາກຊິດີເອງ ຫຼືກໍຊອກຊື້ຢາມາກິນເອງ, ຫາກປະໄວ້ອາດເຮັດໃຫ້ເກີດອາການຮ້າຍແຮງກວ່າເກົ່າໄດ້

  1. ໜ້າທ້ອງໃຫຍ່ເພາະເບຍ: ເພາະເບຍ 568 ມິນລີລິດ ທີ່ດື່ມເຂົ້າໄປ ໃຫ້ພະລັງງານຫຼາຍກວ່າ 180 ແຄລໍລີ່, ຍັງໄປຢັບຢັ້ງການເຮັດວຽກຂອງ ເລບຕິນ ຫຼືໂຮໂມນຄວາມອິ່ມ ເຊິ່ງເປັນໂຮໂມນທີ່ເຮັດໜ້າທີ່ລະງັບການຢາກອາຫານ ຈຶ່ງເຮັດໃຫ້ຫາກດື່ມເບຍແລ້ວ ຮູ້ສຶກຫົວຫຼາຍຂຶ້ນ ແລະເຮັດໃຫ້ໜ້າທ້ອງໜາຂຶ້ນ
  2. ອາການແສບຮ້ອນໃນເອິກ: ອາການແສບຮ້ອນກາງເອິກ ເປັນອາການທີ່ເກີດຈາກກົດໄຫຼກັບຂຶ້ນມາຫຼອດອາຫານ ເຊິ່ງມັກມີສາເຫດຈາກການກິນອາຫານໃນປະລິມານຫຼາຍເກີນໄປ ຫຼືນອນທັນທີຫຼັງຈາກກິນອາຫານອິ່ມ, ລວມເຖິງປັດໄຈອື່ນໆເຊັ່ນ: ການສູບຢາ, ການດື່ມເບຍ, ນໍ້າໜັກຫຼາຍເກີນໄປ
  3. ເສື່ອມສະມັດສະພາບທາງເພດ: ດຣ ອະລັນ ໄຊມອນ ເວົ້າວ່າ ປະມານ 50% ຂອງຜູ້ຊາຍທີ່ມີຊ່ວງອາຍຸລະຫວ່າງ 40-70 ປີ ພົບວ່າ ເປັນພະຍາດເສື່ອມສະມັດທະພາບທາງເພດ ເຊິ່ງອາດມີສາເຫດຈາກສະພາບຈິດໃຈ (ຄວາມຄຽດ, ອາການຊຶມເສົ້າ), ທາງກາຍ (ພະຍາດຄວາມດັນເລືອດສູງ, ພະຍາດຫົວໃຈ ຫຼືເບົາຫວານ)
  4. ນອນໂກນສຽງດັງ: ເກີດຈາກແຮງສັ່ນສະເທືອນຂອງເນື້ອເຍື່ອໃນຊ່ອງປາກ ແລະລຳຄໍ ລະຫວ່າງນອນຫຼັບ ເຊິ່ງເຮັດໃຫ້ເກີດສຽງດັງຜິດປົກກະຕິ, ນອກຈາກນີ້ ຄົນທີ່ມີນໍ້າໜັກຫຼາຍເກີນໄປ, ດື່ມເຄື່ອງດື່ມແອວກໍຮໍ, ສູບຢາ ລວມເຖິງເປັນພະຍາດພູມແພ້ ກໍອາດເຮັດໃຫ້ນອນໂກນໄດ້ເຊັ່ນກັນ, ດັ່ງນັ້ນ ຖ້າຫາກນອນໂກນຫຼາຍເກີນໄປ ກໍມີຄວາມສ່ຽງທີ່ຈະເກີດພາວະຢຸດຫາຍໃຈຂະນະຫຼັບ, ອາດນຳໄປສູ່ພະຍາດຫົວໃຈ ແລະພະຍາດຫຼອດເລືອດສະໝອງໄດ້
  5. ຮູ້ສຶກເມື່ອຍ ແລະຄໍແຫ້ງຕະຫຼອດ: ດຣ ອະລັນ ໄຊມອນ ບອກວ່າ ອາການຮູ້ສຶກເມື່ອຍ ແລະຢາກນໍ້າຕະຫຼອດ ລວມເຖິງມີອາການອື່ນໆເຊັ່ນ: ໄປຖ່າຍເບົາຕະຫຼອດ, ຮູ້ສຶກວິນຫົວ, ປວດຮາກ ແລະຄັນຕາມຕົນໂຕ ອາການເຫຼົ່ານີ້ ອາດເປັນສັນຍານວ່າ ເຈົ້າສ່ຽງເປັນພະຍາດເບົາຫວານ
  6. ມີບັນຫາກ່ຽວກັບການຖ່າຍເບົາ: ໜຸ່ມໆ ຄົນໃດທີ່ມີບັນຫາກັບການຖ່າຍເບົາຍາກ ຫຼືຖ່າຍເບົາຕະຫຼອດ ອາດເປັນສິ່ງບົ່ງບອກວ່າ ເຈົ້າມີບັນຫາກ່ຽວກັບຕ່ອມລູກໝາກໄດ້, ສາມາດເກີດຂຶ້ນໄດ້ກັບຜູ້ຊາຍທຸກໄວອາຍຸ ໂດຍສະເພາະໃນຊ່ວງອາຍຸ 50 ປີຂຶ້ນໄປ ຈະມີໂອກາດສ່ຽງເປັນພະຍາດກ່ຽວກັບຕ່ອມລູກໝາກໃຫຍ່ ແລະອາດສ່ຽງເປັນພະຍາດມະເຮັງຕ່ອມລູກໝາກໄດ້
  7. ມີຄວາມຜິດປົກກະຕິໃນໜ່ວຍອັນທະ: ພະຍາດມະເຮັງອັນທະ ສາມາດພົບໄດ້ຫຼາຍໃນຜູ້ຊາຍທີ່ມີອາຍຸ 15-40 ປີ ປັດໄຈທີ່ສ່ຽງເປັນຍ້ອນ: ກໍາມະພັນ, ຫາກຮູ້ສຶກຜິດປົກກະຕິໃຫ້ປຶກສາແພດທັນທີ ເພາະສາມາດຮັກສາໃຫ້ດີຂາດໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ