spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີຂົ້ວຜັກ ທີ່ອາດຈະເຮັດໃຫ້ເປັນມະເຮັງໄດ້

4 ວິທີຂົ້ວຜັກ ທີ່ອາດຈະເຮັດໃຫ້ເປັນມະເຮັງໄດ້

Published on

 

  1. ລ້າງຜັກຫຼັງຈາກຕັດ ຫຼືເດັດສໍາເລັດແລ້ວ: ຜັກທີ່ຕັດ ຫຼືເດັດແລ້ວເວລານໍາໄປລ້າງເທິງພື້ນຜິວທີ່ສໍາຜັດກັບນໍ້າຈະມີຫຼາຍກວ່າຕອນທີ່ຍັງບໍ່ໄດ້ຕັດ ຫຼືເດັດເຮັດໃຫ້ແຮ່ທາດບາງຊະນິດ, ວິຕາມິນບີ ແລະຊີບາງສ່ວນລະລາຍໄປນໍານໍ້າ. ວິທີເຮັດທີ່ຖືກຕ້ອງຄືຄວນຈະຄ່ອຍໆ ລ້າງຜັກໃຫ້ສະອາດ ແລະສະເດັດນໍ້າໃຫ້ແຫ້ງກ່ອນນໍາມາຕັດ ຫຼືເດັດ ແລະທີ່ສໍາຄັນກໍຄືຜັກທີ່ຕັດ ຫຼືເດັດແລ້ວຄວນຈະນໍາໄປປະກອບໃນອາຫານທັນທີ ຫຼືບໍ່ຄວນປະໄວ້ດົນເກີນກວ່າ 2 ຊົ່ວໂມງ ບໍ່ດັງນັ້ນຈະເຮັດໃຫ້ສານອາຫານທີ່ຢູ່ໃນຜັກສູນເສຍໄປເພາະຖືກກັບອາກາດ.
  2. ຖ້າມີຄວັນຂຶ້ນຄ່ອຍໃສ່ຜັກ: ໝາຍເຖິງການນໍາຜັກລົງໄຂົ້ວໃນອຸນຫະພູທີ່ມີນໍ້າມັນສູງກວ່າ 200 ອົງສາ ຊຶ່ງຈະເຮັດໃຫ້ສູນເສຍສານອາຫານ ແລະຈໍານວນແຮ່ທາດໃນຜັກ ແຖມຍັງເຮັດໃຫ້ເກີດສານກໍ່ມະເຮັງ ວິທີການທີ່ຖືກຕ້ອງຄວນຈະໃສ່ວັດຖຸດິບທຸກຢ່າງລົງໄປກ່ອນທີ່ນໍ້າມັນຈະມີຄວັນຂຶ້ນມາ.
  3. ໃສ່ນໍ້າມັນຫຼາຍໆ: ບໍ່ວ່າຈະແມ່ນນໍ້າມັນປະເພດໃດກໍຕາມຈະມີປະລິມານໄຂມັນຫຼາຍກວ່າ 98% ຄວາມສາມາດໃນການດູດຊຶມນໍ້າມັນຂອງຜັກນັ້ນສູງກວ່າຊີ້ນສັດຫຼາຍ ຖ້າຫາກໃສ່ນໍ້າມັນຫຼາຍເກີນໄປເວລາຂົ້ວຜັກກໍຈະເຮັດໃຫ້ພື້ນຜິວຂອງຜັກນັ້ນເຄືອບເຕັມໄປດ້ວຍນໍ້າມັນ ລົດຊາດຂອງເຄື່ອງປຸງທີ່ໃສ່ລົງໄປນັ້ນຈະບໍ່ເຂົ້າໄປໃນຜັກ ແຖມຍັງເຮັດໃຫ້ຮ່າງກາຍຂອງເຮົາດູດຊຶມແຮ່ທາດ ແລະສານອາຫານຈາກຜັກໄດ້ໜ້ອຍລົງ ວິທີທີ່ເໝາະສົມຄືເວລາຂົ້ວຜັກບໍ່ຄວນໃສ່ນໍ້າມັນເກີນກວ່າ 1 ບ່ວງ.
  4. ໃສ່ເຄື່ອງປຸງທີ່ມີສ່ວນປະກອບຂອງເກືອຫຼາຍເກີນໄປ: ໃນສະອີວມີສ່ວນປະກອບຂອງເກືອ 15-20%, ໃນແປ້ງງນົວຈະມີສ່ວນປະກອບຂອງເກືອ 10% ຖ້າຫາກໃສ່ເຄື່ອງປຸງເຫຼົ່ານີ້ແລ້ວກໍບໍ່ຄວນໃສ່ເກືອ ຫຼືນໍ້າປາ ເພາະມັນຈະເຮັດໃຫ້ປະລິມານໂຊດຽມໃນອາຫານສູງເກີນໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...