spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄຂຂໍ້ຂ້ອງໃຈ 7 ອາການຜິດປົກກະຕິຂອງເຕົ້ານົມເຫຼົ່ານີ້ ອັນຕະລາຍ ຫຼືບໍ່?

ໄຂຂໍ້ຂ້ອງໃຈ 7 ອາການຜິດປົກກະຕິຂອງເຕົ້ານົມເຫຼົ່ານີ້ ອັນຕະລາຍ ຫຼືບໍ່?

Published on

ມື້ນີ້ເຮົາຈະມາໄຂຂໍ້ຂ້ອງໃຈນຳກັນ ເລື່ອງອາການຜິດປົກກະຕິຂອງເຕົ້ານົມ ທີ່ເກີດຂຶ້ນກັບສາວໆ, ແຕ່ອາການເຫຼົ່ານີ້ສາເຫດມາຈາກຫຍັງ ແລະເປັນອັນຕະລາຍ ຫຼືບໍ່ ເຮົາມາຮູ້ນຳກັນ

  1. ເຕົ້ານົມຂະຫຍາຍໃຫຍ່ຂຶ້ນ: ຫາກເຕົ້ານົມຂອງສາວໆໃຫຍ່ຂຶ້ນ ເຊິ່ງເປັນເລື່ອງທີ່ບໍ່ຄວນກັງວົນໃຈ ເພາະມີຫຼາຍສາເຫດທີ່ເຮັດໃຫ້ເຕົ້ານົມໃຫຫຍ່ຂຶ້ນເຊັ່ນ: ນໍ້າໜັກຫຼາຍຂຶ້ນ, ການຖືພາ, ການກິນຢາຄຸມ ຫຼືການປ່ຽນແປງໂຮໂມນໃນຊ່ວງເປັນປະຈຳເດືອນ
  2. ເຕົ້ານົມຫົດນ້ອຍລົງ: ນັ້ນອາດເປັນສາເຫດຂອງນໍ້າໜັກຫຼຸດລົງ, ລະດັບໂຮໂມນເດສໂຕຣເຈນຫຼຸດລົງ, ການເຊົາກິນຢາຄຸມ ຫຼືອາດເປັນສັນຍານຊ່ວງຈະເປັນປະຈຳເດືອນ, ແຕ່ຖ້າມີອາການອື່ນໆເຊັ່ນ: ຜົມຫຼົ່ນ, ເປັນສິວ, ອາດເປັນສັນຍານຂອງພະຍາດຮັງໄຂ່ຜິດປົກກະຕິ
  3. ເຕົ້ານົມປ່ຽນຮູບ: ສາວໆຫຼາຍຄົນຮູ້ບໍວ່າ ເຕົ້ານົມຂອງເຮົາກໍສາມາດປ່ຽນຮູບໄດ້ເພາະ ຫຼັງຈາກຜ່ານການໃຫ້ນົມລູກ ຫຼືອາຍຸຫຼາຍຂຶ້ນ ເຕົ້ານົມກໍຈະຂະຫຍາຍອອກ, ຈຶ່ງເຮັດໃຫ້ເຕົ້ານົມຍານລົງຫຼາຍນັ້ນເອງ
  4. ມີກ້ອນໃນເຕົ້ານົມ: ໃນຊ່ວງທີ່ເປັນປະຈຳເດືອນຈະຮູ້ສຶກວ່າມີກ້ອນໃນເຕົ້ານົມ ເຊິ່ງສາເຫດນັ້ນເພາະ ໃນຊ່ວງເປັນປະຈຳເດືອນໂຮໂມນເພດຈະປ່ຽນແປງ ຈຶ່ງເຮັດໃຫ້ເກີດກ້ອນເນື້ອທີ່ບໍ່ຮ້າຍແຮງຊະນິດໄຟໂບຣຊີສຕິດ ທີ່ອາດເຮັດໃຫ້ເກີດການເຈັບນົມ, ເຈັບບ່ອນກ້ອນນັ້ນ ອາດເປັນຍ້ອນປະຈຳເດືອນມານັ້ນເອງ
  5. ເຈັບເຕົ້ານົມ: ເຊິ່ງມີຫຼາຍສາເຫດເຊິ່ງສ່ວນຫຼາຍເກີດເພາະເນື້ອງອກ ທີ່ບໍ່ອັນຕະລາຍ, ແຕ່ຖ້າເຈັບທັງສອງເຕົ້າທີ່ກ່ຽວກັບໂຮໂມນ ຫຼືຍ້ອນການກິນສານຄາເຟອິນຫຼາຍເກີນໄປ, ລວມທັງການໃສ່ເສື້ອຊ້ອນທີ່ຮັດຫຼາຍ ກໍເປັນສາເຫດຂອງການເຈັບເຕົ້ານົມໄດ້
  6. ມີສານຫຼັ່ງຜິດປົກກະຕິຈາກຫົວນົມ: ສາວໆຫຼາຍຄົນຄິດວ່າ ການມີສານຫຼັ່ງອອກມາຈາກຫົວນົມຄື ອາການຂອງມະເຮັງເຕົ້ານົມ ເຊິ່ງກໍມີສ່ວນເປັນໄປໄດ້, ແຕ່ຖ້າມີສານຫຼັ່ງອອກມາຈາກຫົວນົມທັງສອງເບື້ອງ ທີ່ກ່ຽວກັບໂຮໂມນ ຫຼືອາດເກີດຈາກການທີ່ລະດັບຂອງໂຮໂມນໂປຣແລັກຕິນສູງຂຶ້ນຈາກການກິນຢາ, ລະບົບຕ່ອມໄທລອຍເຮັດວຽກໜ້ອຍ ຫຼືບາງທີອາດເກີດຂຶ້ນໃນເວລາຖືພາ ແລະເລີ່ມຜະລິດນໍ້ານົມນັ້ນເອງ
  7. ສີຫົວນົມປ່ຽນ: ເປັນທຳມະດາທີ່ຫົວນົມ ແລະວົງປານຫົວນົມໃຫຍ່ຂຶ້ນ ແລະມີສີເຂັ້ມຂຶ້ນ ຈະເປັນສັນຍານບົ່ງບອກວ່າ ເຈົ້າຖືພາ ຫຼືຫົວນົມສີເຂັ້ມ ແລະໃຫຍ່ຂຶ້ນ ກໍເປັນປົກກະຕິທີ່ຫົວນົມໃຫຍ່ຂຶ້ນ ບອກໄດ້ເລີຍວ່າ ສີສັນປ່ຽນໄດ້ ບໍ່ແມ່ນເລື່ອງຜິດປົກກະຕິບໍ່ຄວນກັງວົນໃຈ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...