spot_img
Homeວັນນະກຳເລື່ອງສັ້ນຄົນດີ...ທີຮັກ ຕອນທີ 6

ຄົນດີ…ທີຮັກ ຕອນທີ 6

Published on

ອ່ານຕໍ່ຈາກສະບັບກ່ອນ…

ຊຽງໄດ້ໄປສົ່ງນ້ຳຮອດຫ້ອງກ່ອນຈະກັບເມືອເຮືອນ ນ້ຳໄດ້ຊວນຊຽງເຂົ້າໄປນັ່ງຫຼິ້ນໃນຫ້ອງພັກຂອງນາງ ເກດທີ່ກຳລັງນັ່ງເບິ່ງໂທລະພາບຢູ່ຮູ້ສຶກແປກໃຈທີ່ເຫັນ ນ້ຳມາກັບຊຽງ ນ້ຳໄດ້ພາຊຽງມານັ່ງຫຼິ້ນທີ່ໂຊຟານ້ອຍໆໃນບ່ອນຮັບແຂກ ແລ້ວນາງກໍ່ຍ່າງໄປທີ່ຫ້ອງຄົວເພື່ອເອົານ້ຳມາເສີບ ເກດກໍ່ຟ້າວລຸກຂຶ້ນຈາກຕັ່ງນັ່ງແລ້ວຍ່າງນຳຫຼັງນ້ຳໄປທີ່ເຮືອນຄົວທັນທີ ເພື່ອຈະໄປຖາມເລື່ອງລາວທັງໝົດກັບນ້ຳ ແຕ່ເບື້ອງຕົ້ນນ້ຳກໍ່ບໍ່ໄດ້ເລົ່າລາຍລະອຽດຫຍັງສູ່ເກດຟັງ

ນ້ຳໄດ້ເອົານ້ຳໄປເສີບໃຫ້ຊຽງທີ່ກຳລັງນັ່ງເບິ່ງໂທລະທັດ ຊຽງແນມເບິ່ງຮອບໆຫ້ອງ ຫ້ອງທີ່ນ້ຳຢູ່ເປັນຫ້ອງນ້ອຍໆ ແຕ່ກໍ່ຕົບແຕ່ງໄດ້ໜ້າຮັກ ແລະ ສະອາດສົມຄວນ

ທັງສາມຄົນ ຊຽງ, ນ້ຳ ແລະ ເກດ ນັ່ງລົມກັນປະມານ 20 ນາທີ ກ່ອນທີ່ຊຽງຈະກັບເມື່ອເຮືອນ ເມື່ອຊຽງ ກັບ ໄປ ນ້ຳກໍ່ໄດ້ເລົ່າເລື່ອງທັງໝົດໃຫ້ເກດຟັງ ເມື່ອເກດຟັງແລ້ວກໍ່ຮູ້ສຶກດີໃຈແທນໝູ່ທີ່ເຫັນໝູ່ຮັກໄດ້ພົບກັບຄົນດີໆ ຢ່າງຊຽງ ແຕ່ກໍ່ຄິດເຫງົາໃນໃຈເລັກໜ້ອຍ ເພາະຕົນເອງຍັງບໍ່ມີໃຜ

ຂ່າວຄວາມສຳພັນຂອງນ້ຳ ແລະ ຊຽງ ໄດ້ແຜ່ກະຈາຍໄປທົ່ວໂຮງຮຽນຢ່າງໄວວາ ໂດຍມີຄົນໜຶ່ງທີ່ຢູ່ໃນເຫດການມື້ນັ້ນ ນຳຮູບທີ່ຖ່າຍຢູ່ຮ້ານອາຫານຫຼັງຈາກເຕະບານແລ້ວພວກເຂົາໄປກິນລ້ຽງສາມັກຄີນຳກັນທີ່ຮ້ານອາຫານ ແລະ ຖ່າຍ ຮູບຮ່ວມກັນມາ ໂພສຕ໌ລົງເຟສບຸກ ເຊິ່ງມີພາບຖ່າຍລວມ ແລະ ພາບຖ່າຍດ່ຽວ ລວມທັງພາບຖ່າຍຄູ່ລະຫວ່າງ ຊຽງ ກັບ ນ້ຳທີ່ນັ່ງຂ້າງກັນ ໄດ້ມີຄົນເຂົ້າມາກົດໄລນ໌ຮູບນີ້ເປັນຈຳນວນຫຼາຍ ແລະ ຍັງມີຄອມເມັ້ນລຸ່ມພາບຖາມກ່ຽວກັບຄວາມສຳພັນຂອງສອງຄົນໃນຮູບອີກດ້ວຍ ການທີ່ນ້ຳ ກັບ ຊຽງຄົບກັນ ເຮັດໃຫ້ສາວໆຫຼາຍຄົນທີ່ແອບຊື່ນຊົມຊຽງຮູ້ສຶກຜິດຫວັງໄປຕາມກັນ ເຊິ່ງຂ່າວນີ້ມັນໄດ້ເຮັດໃຫ້ມີບາງຄົນບໍ່ພໍໃຈຢ່າງແຮງໃນຄວາມສຳພັນຂອງພວກເຂົາ ໂດຍສະເພາະແມ່ນ ລິນດາທີຫຼົງຮັກຊຽງມາຕັ້ງແຕ່ດົນ (ຕັ້ງແຕ່ຕອນຮຽນປີ 1 – ປີ 3) ແລະ ເຄີຍສະແດງອາການໃຫ້ຊຽງໄດ້ຮັບຮູ້ຕັ້ງຫຼາຍເທື່ອ ແຕ່ກໍ່ຖືກຊຽງປະຕິເສດທຸກເທື່ອ ລິນດາ ຮູ້ສຶກຄຽດໃຫ້ຊຽງ ແລະ ນ້ຳທີ່ສຸດ

ທີ່ຫ້ອງນ້ຳຂອງໂຮງຮຽນໃນຂະນະທີ່ ນ້ຳ ກັບ ເກດ ກຳລັງນັ່ງໃນຫ້ອງນ້ຳ ກໍ່ໄດ້ຍິນສຽງຜູ້ຍິງສອງຄົນກຳລັງເວົ້າຂັວນນ້ຳຢ່າງມ່ວນປາກ ໂດຍແມ່ນຕຸ່ນ ກັບ ລິນດາ ບໍ່ຮູ້ວ່ານ້ຳກັບເກດຢູ່ໃນຫ້ອງນ້ຳ.

ຕຸ່ນ: ບໍ່ເຂົ້າໃຈວ່າຊຽງຄິດແນວໃດ ຈິ່ງໄປເລືອກຄົນແບບນັ້ນມາເປັນແຟນ ໜ້າຈືດຄືໄກ່ຕົ້ນນິ ເບິ່ງແລ້ວບໍ່ເປັນຕາແຊ໊ບຕານົວຈັ່ງໜ່ອຍ

ລິນດາ: ຊຽງລາວຄົງຈະມັກແບບແປກໆ! ມັກແບບຈືດໆ ຈາງໆ, ໜ້າບ້ານໆ…

ນ້ຳພະຍາຍາມອົດທົນຟັງໃນຫ້ອງນ້ຳດ້ວຍການຂົ່ມໃຈບໍ່ໃຫ້ໂມໂຫ ເພາະບໍ່ຢາກມີເລື່ອງຜິດຖຽງກັນ ແຕ່ເກດ ຮູ້ສຶກທົນຟັງບໍ່ໄຫວແລ້ວເລີຍຟ້າວລ້າງຫ້ອງນ້ຳແລ້ວໄຂປະຕູອອກມາທັນທີ

ເກດ (ເອົາມືຊີ້ໜ້າ): ເວົ້າໃຫ້ໝູ່ຂ້ອຍດີໆໃດ໋! ພວກເຈົ້າວິເສດມາແຕ່ໃສຈິ່ງມາວິຈານໝູ່ຂ້ອຍ! ຜູ້ຊາຍທີ່ເຂົາມີສະໝອງເຂົາກໍ່ຄົງບໍ່ເລືອກຜູ້ຍິງແບບພວກເຈົ້າດອກທີ່ແຕ່ລະມື້ ດີແຕ່ແຕ່ງໜ້າ ແຕ່ງຕົວ ແລະ ໃຊ້ສະໝອງຄິດແຕ່ເລື່ອງຈັບຜູ້ຊາຍ ແຕ່ລະມື້ດີແຕ່ເວົ້າຂັວນ ກັບ ອິດສາຄົນອື່ນ ຜູ້ຊາຍດີໆທາງໃດເຂົາຈະເອົາ

ລິນດາ: ເຮີ້ຍ! ໂຕເວົ້າແຮງເກີນໄປແລ້ວໃດ໋

ເກດ:​ ບໍ່ແຮງດັອກ! ຊ່ຳນີ້ມັນພໍດີກັບພວກໂຕແລ້ວ

ນ້ຳໄດ້ຍິນສຽງເກດກຳລັງຜິດຖຽງກັບຄົນທາງນອກ ນາງກໍ່ຟ້າວອອກມາເບິ່ງທັນທີ ແລ້ວກໍ່ເຫັນ 2 ລຸມ 1 ນ້ຳກໍ່ຟ້າວໄປຫ້າມສອງສາມຄົນນັ້ນທັນທີ

ນ້ຳ (ແນມເບິ່ງໜ້າ ລິນ,ຕຸ່ນ): ຢຸດໄດ້ແລ້ວ! ຂ້ອຍບໍ່ຮູ້ດອກວ່າພວກເຈົ້າແມ່ນ ເຮົາບໍ່ຮູ້ຈັກກັນ! ແຕ່ຂ້ອຍບໍ່ມັກກັບການທີ່ເຈົ້າຈະເວົ້າຂົ່ມເພິ່ນຢໍໂຕແບບນີ້ ຂ້ອຍບໍ່ຮູ້ວ່າເຈົ້າມີດີກວ່າຂ້ອຍພຽງໃດ ແຕ່ຂ້ອຍໝັ້ນໃຈວ່າຜູ້ຊາຍຄົນທີ່ເຈົ້າສົນໃຈຢູ່ເວລານີ້ລາວຮັກຂ້ອຍຫຼາຍ. (ເມື່ອເວົ້າສຸດຄວາມນ້ຳກໍ່ຈັບແຂນເກດຍ່າງອອກຈາກຫ້ອງນ້ຳທ່າມກາງຜູ້ຄົນຈຳນວນຫຼາຍທີ່ມາຫຸ້ມເບິ່ງທີ່ໜ້າປະຕູ)

ລິນດາ ຮູ້ສຶກເຈັບໃຈໃນຄຳເວົ້າຂອງນ້ຳ ສ່ວນນ້ຳເອງກໍ່ຮູ້ສຶກອາລົມເສຍ ແລະ ໂມໂຫເລັກໜ້ອຍທີ່ໄດ້ຍິນຄົນເວົ້າໃຫ້ຕົນເອງແບບນັ້ນ ແລ້ວກໍ່ເກັບເອົາຄຳເວົ້າເຫຼົ່ານັ້ນມາຄິດ ແລະ ປ່ຽນເປັນແຮງພັກດັນຕົວເອງ ນ້ຳຄິດວ່າ “ຖ້າຄິດຈະຄົບກັບ ຊຽງ ລາວຕ້ອງເກັ່ງ ແລະ ປັບປຸງຕົວເອງໃຫ້ງາມຂຶ້ນກວ່ານີ້” ນ້ຳຕັດສິນໃຈປິດເລື່ອງນີ້ໂດຍຢ້ຳກັບເກດຫ້າມເກດເລົ່າເລື່ອງນີ້ສູ່ໃຜຟັງເດັດຂາດ ໃຫ້ຮູ້ກັນຢູ່ 2 ຄົນລະພໍ ເຊິ່ງເກດກໍ່ຮັບປາກ.

ແຕ່ຄວາມລັບມັນບໍ່ໄດ້ມີໃນໂລກ ມີຄົນທີ່ເຫັນເຫດການໃນຫ້ອງນ້ຳ ເລົ່າປາກຕໍ່ປາກ ແລ້ວຍັງບໍ່ພໍຍັງແຕ່ຍັງມີມືດີປ່ອຍ ຄລິບ ໃນຂະນະທີ່ທີ່ທັງສີ່ສາວຜິດກັນໃນຫ້ອງນ້ຳ (ຄລິບມີຄວາມຍາວ 30 ວິນາທີ) ລົງເຟສບຸກ ແລະ ຍັງພາດຫົວຂ່າວໃສ່ຄລິບວ່າ: “ສອງສາວງາມ ຈາກສອງພາກວິຊາ ຜິດໃຈກັນຍ້ອນຜູ້ຊາຍຄົນດຽວ ໂດຍມີໝູ່ຂອງທັງສອງເປັນຕົວຊ່ວຍໃນເລື່ອງນີ້” ຂ່າວໄດ້ກະຈ່າຍແຜ່ໄວໃນໂລກອອນໄລນ໌ ມີຄົນແຊຣ, ຄົນກົດໄລນ໌ ແລະ ມີຄົນເຂົ້າມາຄອມເມັ້ນເປັນຈຳນວນຫຼາຍ

ເກດ: ເຮີ້ຍນ້ຳ! ມາເບິ່ງນີ້ ມີຄົນບ້າທາງໃດເອົາຄລິບພວກເຮົາທີ່ມີເລື່ອງສວາຍນີ້ມາໂພສຕລົງເພສເຟສບຸກ! ແຕ່ຍັງດີທີ່ມັນຍັງເບີໜ້າຈຸເຮົາໄວ້ຢູ່ ຖືວ່າມັນຍັງມີມະນຸດສະທຳຢູ່ເລັກໜ້ອຍ

ນ້ຳ: ໃສ! ອູ່ແມ່ນແທ້!  ແບບນີ້ຕ້ອງກວດສອບວ່າມັນແມ່ນໃຜ? ນ້ຳຮູ້ສຶກ ໂມໂຫສຸດໆເລີຍທີ່ເຫັນຂ່າວແບບນີ້ ນ້ຳຮ້ອນຮົນໃນການກວດເບິ່ງຮູບໂປຣຟາຍເຈົ້າຂອງເຟສ ແຕ່ບໍ່ເຫັນລາຍລະອຽດຂອງເຈົ້າຂອງເພສເຟສບຸກດັ່ງກ່າວລະບຸກໄວ້ເລີຍ ນ້ຳຮ້ອນໃຈຢາກເຂົ້າໄປລຶບຄລິບນັ້ນຖຶ້ມໄວໆ ນ້ຳພະຍາຍາມຫາໄອດີ  ແລະ ກວດສອບໄອພີແອດເດຣສ ເພື່ອຢາກຮູ້ວ່າເຈົ້າຂອງໂພສຕ໌ວິດີໂອນີ້ເປັນໃຜ ນ້ຳພະຍາຍາມຈະແຮັກເຂົ້າເຟສບຸກດັ່ງກ່າວ ແຕ່ທຸກຢ່າງມັນຊັບຊ້ອນເກີນກວ່າຄວາມສາມາດຂອງນາງຈະເຮັດໄດ້ ນ້ຳຈິ່ງໄດ້ແຕ່ນັ່ງເຫຼືອໃຈຢູ່ໜ້າຄອມ

ຫຼັງເລີກຮຽນຊຽງ,​ສິດ ແລະ ໄຊ ໄດ້ໄປຮວມຕົວກັນທີ່ເຮືອນຂອງຊຽງ ແລະ ກຳລັງປຶກສາກັນເລື່ອງແຜນການສ້າງບໍລິສັດ ອອກແບບ ແລະ ສ້າງເວັບໄຊ໌ ຫຼັງຈາກທີ່ພວກເຂົາຮຽນຈົບ (ເປັນບໍລິສັດຮ່ວມທຶນສ້າງຂອງທັງສາມຄົນ) ພວກເຂົາໄດ້ຕົກລົງກັນວ່າຈະເຊົ່າຫ້ອງການເກົ່າລຸງຂອງຊຽງ ຕົບແຕ່ງເປັນຫ້ອງການຂອງພວກເຂົາໃນອານາຄົດ, ຊຽງຈະເປັນຜູ້ຖືຮຸ້ນຫຼັກ ຮອງມາຈະແມ່ນສິດ ກັບ ໄຊ ເມື່ອລົມກັນເລື່ອງວາງແຜນວຽກງານເປັນຊົ່ວໂມງ ໄຊກໍ່ຂໍພັກສະໝອງຈັກ 10 ນາທີ ລາວໄດ້ເຂົ້າເບິ່ງເຟສບຸກ ແລ້ວກໍ່ເຫັນຄລິບດັ່ງກ່າວ

ໄຊ (ລະທຶກ): ເຮີ້ຍໆ ຂ່າວໃໝ່ ເຮີ້ຍ ມີຄລິບຜູ້ຍິງກຳລັງຜິດກັນຍາດຜູ້ບ່າວຄົນດຽວ ແຕ່ທີ່ສຳຄັນສະຖານທີ່ໃນຄລິບຄ້າຍໆຫ້ອງນ້ຳໂຮງຮຽນເຮົາເລີຍ

ສິດ(ຢາກຮູ້ຢາກເຫັນ): ໃສໆ! ເອີ້ແມ່ນໃດ໋ນິ ! ສາວທີ່ຢູ່ໃນຄລິບເບິ່ງຮູບຮ່າງແລ້ວຄຸ້ນໆຄືໃຜນໍ້! ອໍ້…ຄິດອອກແລ້ວ! ຄືນ້ຳ ກັບ ລິນດາ

ໄຊ: ເອີ້ ແມ່ນໆ

ຊຽງອອກຈາກຫ້ອງນ້ຳມາ ກໍ່ຍ່າງມາຫາສິດ ກັບ ໄຊ: ແມ່ນພວກເຈົ້າເບິ່ງຄລິບຫຍັງ! (ໄຊ ກັບ ສິດແນມເບິ່ງໜ້າຊຽງ ແລ້ວເອົາຄລິບໃຫ້ຊຽງເບິ່ງ, ຊຽງໄດ້ຈ້ອງຕາໄປເບິ່ງທີ່ຄລິບນັ້ນ ສັງເກດເບິ່ງຜູ້ຍິງໃນຄລິບດ້ວຍໃຈຈົດຈໍ່ ແລະ ຕັ້ງໃຈຟັງສຽງກໍ່ແນ່ໃຈເລີຍວ່າ ໜຶ່ງຄົນໃນຄລິບນັ້ນແມ່ນມີນ້ຳຢູ່ແນ່ນອນ ຊຽງຮູ້ສຶກບໍ່ພໍໃຈຢູ່ເລິກໆ ແຕ່ຍັງຄົງທ່ານິ້ງໆ ເກັບກົດຄວາມຮູ້ສຶກໂມໂຫໄວ້ ເຮັດຄືບໍ່ໄດ້ຄິດຫຍັງໃນສິ່ງທີ່ເຫັນ ເມື່ອເບິ່ງຄລິບນັ້ນຈົບ ຊຽງກໍ່ຈັດການແຮັກເຂົ້າ ເຟສບຸກເພສນັ້ນທັນທີ ຊຽງເຂົ້າໄປລົບຄລິບນັ້ນອອກຈາກເພສ,​ ປ່ຽນລະຫັດເຂົ້າເຟສ ພ້ອມທັງປິດຄວາມສາມາດໃນການອັບໂຫຼດວິດີໂອ ແລະ ຮູບພາບຂອງເພຈນັ້ນໄວ້ພ້ອມ ຊາຍນິລະນາມເຈົ້າຂອງ ເຟສບຸກດັ່ງກ່າວເມື່ອຮູ້ວ່າເຟສຂອງຕົນເອງຖືກແຮັກເກີ້ມືດີຈັດການ ລາວກໍ່ຮູ້ສຶກເຈັບໃຈສຸດໆ.

ສິດ ແລະ ໄຊ ຮູ້ວ່າຊຽງເຂົ້າໄປຈັດການ ເຟສບຸກນັ້ນແລ້ວ ທັງສອງກໍ່ພາກັນຍົກໂປ້ໃຫ້ໃນການກະທຳຂອງເພື່ອນຮັກ ຊຽງຍິ້ມເບົາໆດ້ວຍຄວາມສະໃຈ, ຈາກນັ້ນລາວກໍ່ລຸກຍ່າງໄປທາງເຮືອນຄົວຂອງເຮືອນແລ້ວຈົກໂທລະສັບຈາກຖົງໂສ້ງອອກມາກົດໂທໄປຫານ້ຳ

ນ້ຳ (ລົມສາຍ): ຊຽງ

ຊຽງ (ລົມສາຍ): ນ້ຳ! ມື້ອື່ນຕອນເຊົ້າວ່າງບໍ່

ນ້ຳ (ລົມສາຍ): ວ່າງ! ມີຫຍັງ

ຊຽງ (ລົມສາຍ): ມື້ອື່ນເຊົ້າຈະໄປຮັບເດີ້! ມີເລື່ອງຈະລົມນ້ຳ!

ນ້ຳ (ລົມສາຍ):​ໄດ້! ແຕ່ຕອນນີ້ຂໍວາງສາຍກ່ອນເພາະຄາເບິ່ງບົດຮຽນກຽມເສັງ! ບ່າຍ!ບ່າຍ

ເຊົ້າມື້ຕໍ່ມາຊຽງໄດ້ມາຮັບນ້ຳທີ່ໜ້າຫ້ອງ ແລ້ວພວກເຂົາກໍ່ໄດ້ຂີ່ລົດອອກໄປນຳກັນ ຊຽງພານ້ຳໄປກິນເຂົ້າ ເຊິ່ງເຊົ້າມື້ນີ້ນ້ຳເປັນຄົນເລືອກຮ້ານອາຫານເອງ ເຊິ່ງເປັນຮ້ານອາຫານເຈ (ພາຊຽງກິນເຈ) ເມື່ອຮອດຮ້ານ ທັງສອງໄດ້ໄປເລືອກອາຫານ ແລ້ວມານັ່ງກິນທີ່ໂຕະ ທັງສອງທັງກິນທັງລົມກັນໄປ

ຊຽງ:​ ປີນີ້ນ້ຳຢູ່ປີສາມແລ້ວ ອີກບໍ່ດົນກໍ່ກຽມຝຶກງານລະໃດ໋ເນາະ

ນ້ຳ: ແມ່ນລະ! ຕອນນີ້ຂ້ອຍກັບ ເກດ ກຳລັງ ຊອກຫາບ່ອນລົງຝຶກງານໄວ້ຢູ່

ຊຽງ:​ ແລ້ວໄດ້ລະບໍ່ບ່ອນລົງຝຶກງານ! ມີຫຍັງໃຫ້ຊ່ວຍລະບອກຂ້ອຍເດີ້

ນ້ຳ (ຍິ້ມ): ບໍ່ລົບກວນລະ! ເລື່ອງເລັກໜ້ອຍແບບນີ້ຂ້ອຍຈັດການເອງໄດ້

ຊຽງ: ອື້! ນ້ຳ! ເຈົ້າມີເລື່ອງຫຍັງຈະເລົ່າສູ່ຂ້ອຍຟັງບໍ່ ນອກຈາກເລື່ອງຝຶກງານ

ນ້ຳ (ຄິດໃນໃຈ “ຊຽງຄົງເຫັນຄລິບນັ້ນແລ້ວ ແລະ ຢາກຮູ້ລາຍລະອຽດກ່ຽວກັບເລື່ອງທີ່ເກີດຂຶ້ນ”):​ ອິ້ມ! ເຈົ້າຄົງຈະເຫັນຄລິບແລ້ວ ແລະ ຄົງຈະໄດ້ຍິນສຽງໃນຄລິບນັ້ນແລ້ວ ເລື່ອງມັນກໍ່ເປັນແບບໃນຄລິບນັ້ນລະ

ຊຽງ (ເອົາມືເບື້ອງໜຶ່ງຢື່ນມາຈັບມືນ້ຳໄວ້ ແລ້ວຕາຈ້ອງເບິ່ງໜ້ານ້ຳ): ເຈົ້າບໍ່ເປັນຫຍັງຫຼາຍຕີ້! ຂ້ອຍໝາຍເຖິງຄວາມຮູ້ສຶກຂອງເຈົ້າ

ນ້ຳ (ຄິດໃນໃຈ “ຊຽງ ແຄຣຄວາມຮູ້ສຶກຂອງເຮົານຳ ຮູ້ສຶກດີແທ້” ນ້ຳຍິ້ມໃສ່ຊຽງເບົາໆ): ບໍ່ເປັນຫຍັງ! ເລື່ອງຊ່ຳນີ້ ເພາະຂ້ອຍຈັດການໄດ້ ຄວາມຈິງຂ້ອຍທຳໃຈແລ້ວແຫຼະ ມີແຟນຫຼໍ່ກໍ່ຕ້ອງພົບກັບເລື່ອງແບບນີ້ ມັນເປັນເລື່ອງປົກກະຕິ

ຊຽງ (ຮູ້ສຶກດີໃຈທີ່ໄດ້ຍິນນ້ຳຕອບແບບນີ້ ຊຽງຍິ້ມອາລົມດີ): ດີແລ້ວທີ່ເຈົ້າບໍ່ເປັນຫຍັງ! ຢ່າຄິດຫຍັງຫຼາຍ ເພາະບໍ່ມີໃຜແຍກຂ້ອຍກັບເຈົ້າອອກຈາກກັນໄດ້ ເພາະຂ້ອຍເລືອກແລ້ວວ່າຕ້ອງແມ່ນເຈົ້າຄົນດຽວທີ່ຢູ່ຂ້າງກາຍຂ້ອຍ.

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ:​ ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...