spot_img
Homeຂ່າວຕ່າງປະເທດສະຫະພາບເອີຣົບ ເພີ່ມເວລາຂວ້ຳບາດຣັດເຊຍ ກໍລະນີບັນຫາອູແກຣນ ອອກໄປອີກ 6 ເດືອນ

ສະຫະພາບເອີຣົບ ເພີ່ມເວລາຂວ້ຳບາດຣັດເຊຍ ກໍລະນີບັນຫາອູແກຣນ ອອກໄປອີກ 6 ເດືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວານີ້ວ່າ ບັນດາຜູ້ນຳສະຫະພາບເອີຣົບ ໄດ້ເປີດກອງປະຊຸມກັນ ທີ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນວັນພະຫັດທີ 15 ທັນວາຜ່ານມາ ມີມະຕິຕົກລົງເຫັນດີ ເພີ່ມເວລານຳໃຊ້ມາດຕະການຂວ້ຳບາດຕໍ່ຣັດເຊຍ ອອກໄປອີກ 6 ເດືອນ ໄປຈົນເຖິງກາງປີ 2017 ໃນຂະນະທີ່ຂະບວນການຢ່າງເປັນທາງການ ໃນການເພີ່ມເວລາຂວ້ຳບາດທາງການທະຫານ, ພະລັງງານ ແລະ ການເງິນຂອງຣັດເຊຍ ຈະມີຂຶ້ນໃນຕົ້ນອາທິດໜ້າ.

ທັງນີ້ ການຂວ້ຳບາດຂອງສະຫະພາບເອີຣົບຕໍ່ຣັດເຊຍ ມີຂຶ້ນພາຍຫລັງເກີດມີສະພາບຄວາມບໍ່ສະຫງົບຢູ່ອູແກຣນ ຊຶ່ງຝ່າຍຕາເວັນຕົກເຫັນວ່າ ຣັດເຊຍເປັນຜູ້ຢູ່ເບື້ອງຫລັງ ແລະ ໃຫ້ການສະໜັບສະໜູນ ແຂວງໄຄຣເມຍ ແຍກຕົວອອກຈາກອູແກຣນ ແລ້ວໄປຂຶ້ນເປັນສ່ວນໜຶ່ງຂອງດິນແດນຣັດເຊຍ ເມື່ອປີ 2014 ຜ່ານມາ.​

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...