spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 15 ທັນວາ ຫຼືມື້ວາງຈຳໜ່າຍເກມ Jackie Chan Stuntmaster

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 15 ທັນວາ ຫຼືມື້ວາງຈຳໜ່າຍເກມ Jackie Chan Stuntmaster

Published on

ວັນທີ 15 ທັນວາ ປີ 2000 ຫຼືມື້ນີ້ເມື່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍເກມ Jackie Chan Stuntmaster ເທິງເຄື່ອງ PS1 ທີ່ກຸ່ມປະເທດສະຫະລາດຊະອານາຈັກ. ໂດຍເກມນີ້ເປັນການຕອບຮັບຄວາມນິຍົມຂອງເສິນຫຼົງ ດາລາຮ່ອງກົງຊື່ກ້ອງໂລກທີ່ຫາກ່ອນມີຜົນງານຮູບເງົາຮໍລີວູດເລື່ອງທຳອິດຄື: Rush Hour ກ່ອນໜ້າທີ່ເກມນີ້ຈະວາງຈຳໜ່າຍໄດ້ບໍ່ດົນ, ແຕ່ວ່າທີ່ຜ່ານມານັ້ນເກມທີ່ເຮັດໂດຍໃຊ້ບຸກຄົນແທ້ໆຈາກວົງການຮູບເງົາຮໍລີວູດມາເປັນຕົ້ນແບບນັ້ນມັກຈະບໍ່ຄ່ອຍປະສົບຄວາມສຳເລັດຫຼາຍ ດ້ວຍເຫດນີ້ ຍຸກສະໄໝນັ້ນເຮົາຈຶ່ງບໍ່ຄ່ອຍເຫັນດາລາຊື່ດັງຄົນໃດຈະເອົາຊື່ສຽງໂຕເອງມາຖິ້ມໃຫ້ກັບເກມເມີ້ເວົ້າຂວັນກັນຫຼິ້ນປານໃດ.  

ພລ໋ອດຂອງເກມນີ້ຈະເລົ່າເຖິງ ເຟຣດຣິກ ປູ່ຂອງ ເສິນຫຼົງ ທີ່ຖືກລັກພາໂຕໄປເລີຍເຮັດໃຫ້ລາວຕ້ອງນຳໄປຊ່ອຍປູ່ກັບມາ, ໂດຍເສິນຫຼົງຕ້ອງລຸຍດົງສັດຕູໄປທົ່ວກຸງນິວຢອຣ໌ກເພື່ອຊອກຫາປູ່ຂອງລາວ ທັງນີ້ໂຕເກມຈະເປັນແນວແອັກຊັ່ນມຸມມອງບຸກຄົນທີ 3 ທີ່ມີຄວາມຍາວທັງໝົດ 20 ດ່ານ ໂດຍຈະມີ 5 ດ່ານໃນນັ້ນເປັນດ່ານບອສ ແລະມີດ່ານພິເສດເພີ່ມອີກ 1 ດ່ານ ລວມເປັນ 21 ດ່ານ ເຊິ່ງບອສແຕ່ລະໂຕຈະມີເກດພະລັງຊີວິດຍາວປະມານ 2 ເທົ່າຂອງໂຕເສິນຫຼົງເອງ ແລະເມື່ອຫຼິ້ນຜ່ານໃນແຕ່ລະດ່ານກໍຈະໄດ້ຮັບກາມັງກອນເປັນລາງວັນ ຜູ້ຫຼິ້ນສາມາດເກັບສະສົມກາມັງກອນນີ້ເພື່ອນຳໄປປົດລ໋ອກດ່ານ ລວມເຖິງຊຸດໃໝ່ໆໃຫ້ເສິນຫຼົງໃສ່ແບບເທ່ໆໄດ້ອີກນຳ. 

Fact ເລັກນ້ອຍກ່ຽວກັບເກມ Jackie Chan Stuntmaster

  • ໃນຊ່ວງຂັ້ນຕອນເລີ່ມຕົ້ນຂອງການເຮັດເກມ Radical Entertainment ຜູ້ພັດທະນາເກມນີ້ໄດ້ຂໍຄຳປຶກສາຈາກເສິນຫຼົງໃນລາຍລະອຽດຕ່າງໆ ເພື່ອໃຫ້ໂຕເກມມີບັນຍາກາດຄ້າຍກັບການເບິ່ງຮູບເງົາຂອງເສິນຫຼົງແທ້ໆ ເຊິ່ງການພັດທະນາດັ່ງກ່າວກໍລວມໄປເຖິງການໃຊ້ເທັກໂນໂລຈີ Motion Capture ເພື່ອໃຫ້ໂຕລະຄອນເສິນຫຼົງໃນເກມສາມາດເຄື່ອນໄຫວທ່າທາງຕ່າງໆໄດ້ຄືກັບເບິ່ງເສິນຫຼົງສະແດງຄິວບູ້ເອງ ໃນຂະນະດຽວກັນ ເສິນຫຼົງກໍໄດ້ໃຫ້ຄວາມຮ່ວມມືໃນການເປັນຜູ້ພາກສຽງໂຕລະຄອນເສິນຫຼົງໃນເກມນຳ ພ້ອມກັນນີ້ ຫາກຜູ້ຫຼິ້ນສາມາດເຄລຍເກມໂດຍເກັບມັງກອນທອງໄດ້ຄົບ ກໍຈະມີວິດີໂອທີ່ເປັນບົດສຳພາດຂອງເສິນຫຼົງທີ່ເວົ້າເຖິງການສ້າງເກມນີ້ ລວມເຖິງຂັ້ນຕອນການເຮັດ Motion Capture ຂອງເຮຍເສິນຫຼົງແບບເຕັມອິ່ມນຳ. 

  • ສຳລັບຍອດຂາຍແລະກະແສຂອງເກມນີ້ໃນຕ່າງປະເທດແມ່ນບໍ່ຄ່ອຍດີ ຄືກັບເກມອື່ນໆທີ່ນຳເອົາດາລາດັງມາເປັນຕົ້ນແບບໃຫ້ໂຕລະຄອນໃນເກມ (ອາດຈະເພາະເທັກໂນໂລຈີ Motion Capture ຂອງຍຸກນັ້ນຍັງບໍ່ຄັກພໍເທົ່າປັດຈຸບັນ) 

  • ໃນໜ້າຈໍໄຕເຕິ້ນຫາກຜູ້ຫຼິ້ນກົດປຸ່ມ L2, ສີ່ຫຼ່ຽມ, ສາມຫຼ່ຽມ, ວົງມົນ, ຄູນ, R2 ແລະ R2 ຕາມລຳດັບ จະສາມາດເລືອກສາກທີ່ຈະຫຼິ້ນໄດ້ຢ່າງອິດສະຫຼະ. 

  • ໃນໜ້າຈໍໄຕເຕິ້ນຫາກຜູ້ຫຼິ້ນກົດປຸ່ມ ຊ້າຍ, ຂວາ, R1, ວົງມົນ, ສີ່ຫຼ່ຽມ, ສາມຫຼ່ຽມ ແລະ ສາມຫຼ່ຽມ ຕາມລຳດັບຈະສາມາດປົດລ໋ອກມູວີ້ລັບຂອງເກມນີ້ມາເບິ່ງໄດ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...