spot_img
Homeວັນນະກຳເລື່ອງສັ້ນຄົນດີ...ທີ່ຮັກ ຕອນທີ 2

ຄົນດີ…ທີ່ຮັກ ຕອນທີ 2

Published on

ແມ່ນຫຍັງທີ່ເຮັດໃຫ້ຜູ້ຊາຍຄົນໜຶ່ງຕົກຫຼຸມຮັກຍິງສາວຄົນໜຶ່ງໄດ້ຕັ້ງແຕ່ເຫັນຄັ້ງທຳອິດ… ຮູບຮ່າງໜ້າຕາ? ຖານະ? ຫຼື…? ສຳລັບຜູ້ຊາຍສາຍນິ້ງ ຫຍິງເລັກໜ້ອຍຢ່າງ ຊຽງ ຜູ້ຊາຍທີ່ພຽບພ້ອມດັ່ງເຈົ້າຊາຍທີ່ລຸດອອກມາຈາກໜັງສືນິຍາຍຄົນນີ້ ເມື່ອເຂົາໄດ້ພົບກັບ ນ້ຳ ສິ່ງທຳອິດທີ່ເຮັດໃຫ້ເຂົາຕົກຫຼຸມຮັກນາງຄືແວວຕາອັນໃສຊື່ຂອງນາງນັ້ນເອງ

ຊຽງ ໄດ້ນັ່ງເບິ່ງນ້ຳຈາກທາງຫຼັງ ຊຽງຈ້ອງສາຍຕາຈົດຈໍ່ໄປທີ່ນິ້ວມື້ຂອງນ້ຳທີ່ກຳລັງລົວ ແປ້ນພິມໂນ໊ດບຸກຢ່າງລື່ນໄຫລ.​ສຽງກິ໊ງຂອງໂຮງຮຽນໄດ້ດັງຂຶ້ນສົ່ງສັນຍານບອກວ່າຮອດເວລາເຂົ້າຫ້ອງຮຽນແລ້ວ ຊຽງຈິ່ງລຸກຈາກຕັ່ງທີ່ນັ່ງຍ່າງອອກໄປນອກຫ້ອງສະໝຸດ ເພື່ອໄປເຂົ້າຫ້ອງຮຽນ

ຕອນຄ່ຳທີ່ຫ້ອງນອນຂອງຊຽງ ໃນຂະນະທີ່ລາວກຳລັງຄົ້ນຄ້ວາບົດຮຽນຢູ່ດີໆ ໃນສະໝອງຂອງລາວກໍ່ເກີດເຫັນພາບຂອງນ້ຳທີ່ກຳລັງຕັ້ງໃຈຄົ້ນຄ້ວາບົດຮຽນໃນຫ້ອງສະໝຸດຂຶ້ນມາທັນທີ ຊຽງ ເກີນທີ່ຈະຄວບຄຸມຄວາມຮູ້ສຶກໄດ້ ລາວຕ້ອງການຢາກຮູ້ຈັກ ນ້ຳຫຼາຍຂຶ້ນ ດ້ວຍການຊອກຫາຂໍ້ມູນຂອງນາງຜ່ານເຟສບຸກ ຊຽງໄດ້ເປີດເຂົ້າໄປທີ່ເຟສບຸກ ແລ້ວກໍ່ເຂົ້າໄປຄົ້ນຫາຊື່ ໃນທີ່ສຸດລາວກໍ່ເຫັນເຟສຂອງນ້ຳ ຈາກນັ້ນລາວກໍ່ບໍ່ລັງເລທີ່ຈະສົ່ງຄຳຂໍເປັນເພື່ອນກັບ ນ້ຳ ທັນທີ

ທີ່ຫ້ອງຂອງນ້ຳ ໃນຂະນະທີ່ນ້ຳກຳລັງແຊທ ກັບເພື່ອນໃນເຟສບຸກ ສຽງເຕືອນໃນເຟສບຸກກໍ່ດັງຂຶ້ນ ນ້ຳໄດ້ກົດເຂົ້າໄປເບິ່ງ ປະກົດວ່າ ເປັນ ຊຽງ ທີ່ສົ່ງຄຳຂໍມາເປັນເພື່ອນກັບນາງທາງເຟສບຸກ ແລະ ນັ່ງຖ້າຄຳຕອບຈາກນາງດ້ວຍໃຈຈົດຈໍ່.

ນ້ຳ: (ຕື່ນ ເຮັດຕາໃຫຍ່ຂຶ້ນ ແລ້ວຈົ່ມພຶມພຳໃນໃຈ) ຫະ! ອ້າຍຊຽງສົ່ງຄຳຂໍເປັນເພື່ອນກັບເຮົາ! ເຮີ້ຍ ເຮົາບໍ່ໄດ້ຕາຟາດໄປຕິນິ (ດີໃຈຕື່ນເຕັ້ນ) ເປັນຫຍັງເຮົາຕ້ອງຮູ້ສຶກດີໃຈຂະໜາດນີ້, ຈະຮັບ ຫຼື ປະຕິເສດດີນໍ້… ອຶມມມມ! ຮັບດີກວ່າ ຢ່າງນ້ອຍ ເຟສບຸກເຮົາກໍ່ມີຄົນຫລໍ່ໃນກຸ່ມເພື່ອນ! ອິອິອິ ( ນ້ຳກົດຍອມ ຮັບ)

ສຽງເຕືອນເຟສບຸກໄດ້ດັງຂຶ້ນ ສຽງຟ້າວກົດເບິ່ງ ກໍ່ເຫັນວ່າ ນ້ຳໄດ້ກົດຍອມຮັບຕົນເອງເປັນເພື່ອນໃນເຟສບຸກຂອງນາງແລ້ວ ຊຽງຮູ້ສຶກດີໃຈກັບການຍອມຮັບຂອງນາງ ຈາກນັ້ນຊຽງກໍ່ບໍ່ລໍຊ້າທີ່ຈະສົ່ງຂໍ້ຄວາມໄປທັກທາຍນາງກ່ອນ

ຊຽງ (ເຟສບຸກ):  ສະບາຍດີ! ຂອບໃຈທີ່ຕອບຮັບ

ນ້ຳ (ເຟສບຸກ): ສະບາຍດີ! ຍິນດີ ແລະ ກໍ່ຂອບໃຈທີ່ແອັດມາຫາ

ຊຽງ (ເຟສບຸກ): ກຳລັງຫຍຸ້ງຢູ່ບໍ່

ນ້ຳ (ເຟສບຸກ): ບໍ່! ມີຫຍັງ?

ຊຽງ (ເຟສບຸກ): ບໍ່ມີຫຍັງຫຼາຍ ພຽງຢາກລົມນຳ

ນ້ຳ “ຄິດດີໃຈ” ອິອິອິ ອ້າຍຊຽງຍາກລົມກັບເຮົາ ໂອ້ພະສົງ ເປັນຫຍັງເຮົາຕ້ອງຮູ້ສຶກດີປານນີ້

ນ້ຳ (ເຟສບຸກ): ໄດ້!

ຊຽງ (ເຟສບຸກ): ມື້ນີ້ຮຽນເປັນແນວໃດ

ນ້ຳ (ເຟສບຸກ): ດີ! ບໍ່ມີບັນຫາຫຍັງ

ຊຽງ (ເຟສບຸກ): ດີ! ແຕ່ຖ້າມື້ໃດມີບັນຫາກ່ຽວກັບເລື່ອງຮຽນຖ້າບໍ່ເຂົ້າໃຈຫຍັງ ປຶກສາຂ້ອຍໄດ້ຕະຫຼອດເວລາ

ນ້ຳ ດີໃຈ (ເຟສບຸກ): ຮຶ! ແນ່ໃຈວ່າປຶກສາໄດ້ຕະຫຼອດເວລາ

ຊຽງ (ເຟສບຸກ): ແນ່ນອນ

ຊຽງ ເລີ່ມສານສຳພັນກັບ ນ້ຳ ຜ່ານເຟສບຸກທຸກມື້ ທັງສອງຍິ່ງລົມກັນກໍ່ຍິ່ງຮູ້ສຶກຖືກຊະຕາກັນຫຼາຍຂຶ້ນ ຈົນເຮັດໃຫ້ຄວາມຮູ້ສຶກຂອງນ້ຳປ່ຽນໄປຈາກເມື່ອກ່ອນທີ່ເຄີຍຮູ້ສຶກຊື່ນຊົມ ຊຽງ ກໍ່ກາຍເປັນຕົກຫຼຸມຊຽງ ໂດຍບໍ່ຮູ້ຕົວ ເຖິງຂັ້ນເວລານັ່ງຮຽນໃນຫ້ອງ ນາງຍັງຄິດເຫັນຄຳເວົ້າທີ່ລົມກັນກັບຊຽງໃນເຟສບຸກ ແລ້ວຍິ່ມເຂີນຄົນດຽວ ຈົນບາງຄັ້ງເກດໄດ້ຈວບເອົາ

ເກດ: ອັນແນະ! ເບິ່ງທ່າທາງຄືມີຄວາມສຸກແທ້ ຍິ້ມນ້ອຍຍິ້ມໃຫຍ່ຄົນດຽວ (ເອົານິ້ວຊີ້ໜ້ານ້ຳ) ກຳລັງມີຄວາມຮັກແມ່ນບໍ່

ນ້ຳ: (ເອົາມືບັດມືເກດອອກ ແລ້ວຕອບໄປດ້ວຍທ່ານສຽງສູງວ່າ) ບໍ່ມີ….

ເກດ: ນັ້ນແນະ! ສຽງສູງແບບນີ້ແປວ່າກຳລັງມີຄວາມຮັກຢູ່ແທ້ໆ! (ຕາຈຶ້ງໃສນ້ຳ) ບອກມາຊາຍຄົນນັ້ນເປັນໃຜ

ນ້ຳ (ຟ້າວຈັບເອົາປື້ມທີ່ໜ້າໂຕະແລ້ວແລ່ນອອກໄປຈາກຫ້ອງ): ບໍ່ບອກດອກປ່ອຍໃຫ້ງົງ

ເກດກໍ່ຟ້າວແລ່ນນຳໄປ ເພາະຢາກຮູ້ວ່າຕອນນີ້ເພື່ອນຮັກຂອງຕົນກຳລັງມີຄວາມຮັກກັບຊາຍຄົນໃດ ທັງສອງໄດ້ຍ່າງຢອກກັນ ຈົນໄປຮອດທາງລົງຂັນໄດ ແຕ່ນ້ຳ ແລະ ເກດ ກໍ່ຕ້ອງຢຸດນິ້ງ ເພື່ອເຫັນຊາຍໜຸ່ມຮູບງາມຢືນດັກຢູ່ແຈຝາຂ້າງທາງລົງຂັນໄດ້ ແລ້ວສົ່ງຍິ້ມມາໃຫ້ນ້ຳ ທັງເກດ ແລະ ນ້ຳຮູ້ສຶກດີໃຈ ສ່ວນນ້ຳຮູ້ສຶກຕື່ນເຕັ້ນ ແລະ ເຂີນຈົນບອກບໍ່ຖືກດ້ວຍຄວາມອາຍນາງຈິ່ງແລ່ນລົງຂັນໄດໄປ ເຊິ່ງຊຽງເອງກໍ່ຮູ້ສຶກຕະລົກກັບການກະທຳຂອງນ້ຳໃນມື້ນີ້

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...