spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດ 8 ຂໍ້ຂອງການດື່ມນໍ້າໃນຊ່ວງທ້ອງຫວ່າງ

ປະໂຫຍດ 8 ຂໍ້ຂອງການດື່ມນໍ້າໃນຊ່ວງທ້ອງຫວ່າງ

Published on

ປະໂຫຍດສໍາຄັນຂອງການດືມນໍ້າໃນຊ່ວງທ້ອງຫວ່າງ

  1. ກໍາຈັດສານພິດໃນຮ່າງກາຍ: ການດື່ມນໍ້າໃນເວລາທ້ອງຫວ່າງໃນຕອນເຊົ້າ ຮ່າງກາຍຈະຊ່ວຍຂັບສານພິດທີ່ເປັນອັນຕະລາຍອອກໄປ ເຮັດໃຫ້ຮ່າງກາຍສົດຊື່ນ ແລະແຂງແຮງ ແລະເພີ່ມການຜະລິດເຊວກ້ານຊີ້ນ ແລະເຊວເມັດເລືອດໃໝ່.
  2. ພັດທະນາຂະບວນການເຜົາຜານ: ການດື່ມນໍ້າໃນຊ່ວງທ້ອງຫວ່າງຈະເຮັດໃຫ້ອັດຕາການເຜົາຜານໃນຮ່າງກາຍເພີ່ມຂຶ້ນ ແລະການດື່ມນໍ້າທັນທີຫຼັງຕື່ນນອນຈະຊ່ວຍທໍາຄວາມສະອາດລໍາໄສ້ໃຫຍ່ ແລະເຮັດໃຫ້ດູດຊຶມອາຫານໄດ້ງ່າຍກວ່າປົກກະຕິ.
  3. ສະໜັບສະໜູນການຫຼຸດນໍ້າໜັກເພື່ອສຸຂະພາບ: ການດື່ມນໍ້າເວລາທ້ອງຫວ່າງໃນຕອນເຊົ້າຈະເຮັດໃຫ້ຮ່າງກາຍຂັບສານພິດອອກໄປໝົດ ແລະຊ່ວຍໃຫ້ລະບົບຍ່ອຍອາຫານທໍາງານດີຂຶ້ນ ຈະຮູ້ສຶກຫິວ ແລະກິນໜ້ອຍລົງ ແລະນໍ້າໜັກກໍຈະຫຼຸດລົງ
  4. ບັນເທົາອາການແສບຮ້ອນກາງເອິກ ແລະອາຫານບໍ່ຍ່ອຍ: ອາຫານບໍ່ຍ່ອຍເກີດຈາກການມີກົດໃນກະເພາະຫຼາຍເກີນໄປ ຮູ້ສຶກຂຶ້ນໄສ້ ເມື່ອກົດໄຫຼກັບເຂົ້າໄປໃນຫຼອດອາຫານ ແຕ່ຖ້າຫາກດື່ມນໍ້າໃນເວລາທ້ອງຫວ່າງກົດເຫຼົ່ານີ້ຈະຖືກດັນລົງໄປ ແລະຈືດຈາງລົງ
  5. ຜິວພັນກະຈາງໃສຂຶ້ນ
  6. ເສັ້ງຜົມເງົາງາມ ແລະແຂງແຮງ: ການຂາດນໍ້າຈະສົ່ງຜົນກະທົບຮຸນແຮງຕໍ່ການຈະເລີນເຕີບໂຕຂອງເສັ້ນຜົມ ຂະນະທີ່ການດື່ມນໍ້າໃນຊ່ວງທ້ອງຫວ່າງໃນຕອນເຊົ້າຈະເຮັດໃຫ້ຄຸນນະພາບຂອງເສັ້ນຜົມດີຂຶ້ນ
  7. ປ້ອງກັນນິ້ວໃນຖົງບີ ແລະກະເພາະປັດສະວະອັກເສບ: ການດື່ນໍ້າທັນທີຫຼັງຕື່ນນອນມີສ່ວນສໍາຄັນໃນການປ້ອງກັນນິ້ວໃນຖົງບີ ແລະກະເພາະປັດສະວະອັກເສບ ຂະນະດື່ມນໍ້າໃນຕອນທ້ອງຫວ່າງຈະຊ່ວຍເຈືອຈາງກົດທີ່ເຮັດໃຫ້ເກີດກ້ອນນິ້ວ ແຕ່ຕ້ອງດື່ມໃນລະດັບທີ່ເໝາະສົມ ກໍຍິ່ງປ້ອງກັນສານພິດທີ່ເຮັດໃຫ້ເກີດກະເພາະປັດສະວະອັກເສບໄດ້
  8. ເສີມສ້າງລະບົບພູມຄຸ້ນກັນ: ການດື່ມນໍ້າໃນຕອນເຊົ້າຈະຊ່ວຍລະບາຍ ແລະສ້າງຄວາມສົມດຸນໃຫ້ແກ່ລະບົບນໍ້າເຫຼືອງ ຊຶ່ງຈະເຮັດໃຫ້ຄວາມແຂງແຮງຂອງລະບົົບພູມຄຸ້ນກັນເພີ່ມຂຶ້ນ ຈະປອດໄພຈາກພະຍາດຕ່າງໆ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...