spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດຈັບກຸມ ພຣະສົງໄທ 2 ອົງ ເມົາອາລະວາດ

ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດຈັບກຸມ ພຣະສົງໄທ 2 ອົງ ເມົາອາລະວາດ

Published on

ເມື່ອເວລາ 19.30 ໂມງ ຂອງວັນທີ 13 ທັນວາ ທີ່ຜ່ານ ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງມຸກດາຫານ ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ກົງສຸນໃຫຍ່ແຂວງ ສະຫວັນນະເຂດ ສປປ ລາວ ແລະ ຕຳຫຼວດ ສປປ ລາວ ໄດ້ຈັບກຸມພຣະສົງໄທ 2 ອົງ ຈາກວັດພຣະທາດອິງຮັງ ເຊິ່ງມີອາການມຶນເມົາສຸຣາ ແລ້ວ ອາລະວາດຊົກຕີກັນ ທາງເຈົ້າໜ້າທີ່ຕຳຫຼວດລາວ ຈິ່ງໄດ້ຈັບກຸມພຣະທັງ 2 ອົງ ແລ້ວ ແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດທີ່ດ່ານກວດຄົນເຂົ້າເມືອງມຸກດາຫານ ມາຮັບເອົາພຣະທັງ 2 ອົງ ກັບໄປຝັ່ງມຸກດາຫານ.

ເຊິ່ງພຣະທີ່ເມົາ ແລະ ກໍ່ເຫດຕີກັນ ໃນງານ ບຸນພຣະທາດ ອິງຮັງ ມີຊື່ວ່າ ພຣະ ສຸພະກິດ ອາພາສະໂຣ ອາຍຸ 57 ປີ ເປັນພຣະທີ່ສັງກັດຢູ່ ອຳເພີບ້ານ ໄຮ່ ຈັງຫວັດ ອຸໄທທານີ ແລະ ພຣະມະຫາວິໄຊ ວິຊິຣະຍາໂຍ ອາຍຸ 45 ປີ ເປັນພຣະສັງກັດຢູ່ຕຳບົນຖອນສະໝໍ ອຳເພີທ່າຊ້າງ ຈັງຫວັດສິງບູລີ

ເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດໄດ້ຈັບກຸມ ພຣະສົງຊາວໄທ 3 ອົງ ເມົາແລ້ວອາລະວາດ ໃນຂະນະທີ່ກໍາລັງເດີນທາງເຂົ້າຮ່ວມງານບຸນນະມັດສະການພະທາດອີງຮັງ ບ້ານ ໂພນສິມ ແຂວງ ສະຫວັນນະເຂດ ໃນວັນທີ 13 ທັນວາ ຜ່ານມາ

ຈາກການສອບສວນພຣະທັງສອງອົງໄດ້ໃຫ້ການວ່າ ທັງສອງໄດ້ເດີນທາງເຂົ້າມາທີ່ ສປປ ລາວ ເພື່ອໄປນະມັດສະການອົງພຣະທາດອິງຮັງ ຈາກນັ້ນໄດ້ນຳເງິນໃຫ້ຍາດໂຍມໄປຊື້ສຸຣາມາດື່ມກ່ອນທີ່ຈະເດີນທາງກັບຄືນມາປະເທດໄທ ຈົນມາຖືກເຈົ້າໜ້າທີ່ ຕມ. ສປປລາວ ທີ່ດ່ານຈັບກຸມຕົວ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດໄດ້ນຳເຄື່ອງວັດແອລກໍຮໍ ມາວັດກໍ່ພົບວ່າ ພຣະທັງສອງຮູບມີປະລິມານ ແອລກໍຮໍເກີນທີ່ກຳນົດໄວ້ ດັ່ງນັ້ນ ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງມຸກດາຫານຈິ່ງນຳພຣະທັງສອງອົງໄປໃຫ້ ເຈົ້າຄະນະຈັງຫວັດມຸກດາຫານ ເຈົາອາວາດວັດສີບຸນເຮືອງ ເປັນອົງເຮັດພິທີລາສິກຂາພຣະພິຂຸທັງ 2 ອົງ

1985

 

ແຫລ່ງຂ່າວ: http://77jowo.tnews.co.th/contents/216803/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...