spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ທັນວາ ຫຼືມື້ວາງຈຳໜ່າຍເກມ Suikoden

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ທັນວາ ຫຼືມື້ວາງຈຳໜ່າຍເກມ Suikoden

Published on

ວັນທີ 14 ທັນວາ ປີ 1995 ຫຼືມື້ນີ້ເມື່ອ 21 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Suikoden ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ເຊິ່ງເກມນີ້ເປັນເກມແນວ RPG ທີ່ພັດທະນາໂດຍ Konami ແລະຍັງເປັນພາກທຳອິດຂອງຊີຣີ Suikoden ອີກນຳ, ໂດຍຈາກຄວາມສຳເລັດທີ່ເກມນີ້ກອຍໂກຍໄປໄດ້ກໍເຮັດໃຫ້ມີການພອຣ໌ດລົງໃນແພລັດຟອຣ໌ມອື່ນອີກໃນເວລາຕໍ່ມາ. 

ສຳລັບເກມ Suikoden ນັ້ນ ທາງທີມພັດທະນາໄດ້ຮັບແຮງບັນດານໃຈມາຈາກນະວະນິຍາຍຈີນບູຮານທີ່ມີຊື່ວ່າ: “108 ຜູ້ກ້າແຫ່ງເຂົາຫຼຽງຊານ” (ຫຼືຊື່ພາສາອັງກິດວ່າ: “108 Stars of Destiny”) ໂດຍໂຕເກມໄດ້ດັດແປງໃຫ້ມີໂຄງເລື່ອງໃໝ່ ເຊິ່ງມີເນື້ອຫາປະມານວ່າ: ເກີດຄວາມຂັດແຍ່ງທາງການເມືອງໃນອານາຈັກ Scarlet Moon ແລ້ວຜູ້ຫຼິ້ນຈະໄດ້ຮັບບົດເປັນລູກຊາຍຂອງນາຍພົນຜູ້ເກັ່ງກ້າຈາກອານາຈັກດັ່ງກ່າວ ແລະມີເປົ້າໝາຍຕ້ອງອອກຄົ້ນຫານັກຮົບມາເຂົ້າພວກຈຳນວນ 108 ຄົນ ເພື່ອສ້າງກອງກຳລັງປະຕິວັດຕໍ່ຕ້ານຜູ້ນຳປະຕິການໃຫ້ພົ້ນຈາກອຳນາດໄປ. 

ທາງດ້ານ Gameplay ຈະເປັນລັກສະນະຄ້າຍເກມ RPG ທົ່ວໄປໃນຍຸກນັ້ນ ທີ່ຈະມີສາກແຜນທີ່ແລະສາກດັນຈ້ຽນໃຫ້ປະຈົນໄພ ເຖິງວ່າເກມນີ້ຈະມີໝູ່ໃຫ້ຊອກຫາເຖິງ 108 ຄົນ ແຕ່ວ່າຈະນຳມາໃຊ້ຕໍ່ສູ້ຫຼືເຂົ້າປາຣ໌ຕີ້ໄດ້ພຽງ 90 ຄົນເທົ່ານັ້ນ ແລະໃນສາກຕໍ່ສູ້ຈະສາມາດຍັດໂຕລະຄອນໄປສູ້ໄດ້ສູງສຸດ 6 ຄົນ ເຊິ່ງແຕ່ລະຄົນກໍຈະມີຄວາມສາມາດແລະຖະໜັດອາວຸດທີ່ແຕກຕ່າງກັນໄປ. 

Fact ເລັກນ້ອຍກ່ຽວກັບເກມ Suikoden

  • ເກມນີ້ຈະມີບັ໊ກຢ່າງໜຶ່ງຄື: ເມື່ອຜູ້ຫຼິ້ນໃຊ້ໄອເທັມຟື້ນພະລັງຈົນໃກ້ໝົດກໍໃຫ້ນຳມັນໄປຝາກໄວ້ທີ່ໂກດັງ ແລ້ວດຶງໄອເທັມທີ່ຝາກໄວ້ກັບເຂົ້າມາອີກຮອບ ຈຳນວນໄອເທັມທີ່ດຶງກັບມາຈະເຕັມ 99 ອັນທັນທີ. 

  • Suikoden ເຄີຍໄດ້ຮັບການຍ້ອງຍໍຈາກສຳນັກຣີວິວ RPGamer ວ່າ: ເປັນເກມທີ່ສີກແນວຮູບແບບເດີມໆຂອງ RPG ສະຕາຍທີ່ມີໜຸ່ມພະເນຈອນອອກມາກູ້ໂລກເປັນເກມທີ່ມີຄວາມສົດໃໝ່ ແຖມຍັງສ້າງຖານແຟນເກມທີ່ຄອຍນຳຫຼິ້ນທຸກພາກໄວ້ໄດ້ຢ່າງໜຽວແໜ້ນ ແຕ່ໜ້າເສຍດາຍທີ່ຄຸນນະພາບຂອງພາກຫຼັງໆມານີ້ພັດດຣອບລົງແບບບໍ່ໜ້າເຊື່ອ ເພາະຖ້າເກມໄດ້ຮັບການພັດທະນາໄປໃນທາງທີ່ຖືກຫຼາຍກວ່ານີ້ ໂຕເກມພາກຕໍ່ຂອງຊີຣີ Suikoden ອາດຈະມີຄຸນນະພາບເທົ່າທຽມກັບ Wild Arms ຫຼື Final Fantasy VII ກໍເປັນໄດ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...