spot_img
Homeຂ່າວເຫດການປີນີ້ມີນັກໂທດເກືອບ 1.500 ຄົນ ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ໃນໂອກາດວັນຊາດ

ປີນີ້ມີນັກໂທດເກືອບ 1.500 ຄົນ ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ໃນໂອກາດວັນຊາດ

Published on

ປີ 2016 ລັດຖະບານ ໄດ້ພິຈາລະນາໃຫ້ນັກໂທດຈໍານວນທັງໝົດ 1.450 ຄົນ ຍິງ 310 ຄົນ ໃນຈຳນວນນີ້ ມີນັກໂທດຄົນຕ່າງປະເທດ 31 ຄົນ ຍິງ 4 ຄົນ ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 302 ລົງວັນທີ 29 ພະຈິກ 2016 ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 02 ທັນວາ ຄົບຮອບ 41 ປີ.

ສະເພາະນັກໂທດທີ່ໄດ້ຮັບການຫຼຸດຜ່ອນໂທດ ມີທັງໝົດ 1.123 ຄົນ ຍິງ 241 ຄົນ, ຕ່າງປະເທດ 25 ຄົນ ຍິງ 4 ຄົນ (ເປັນຄົນໄທ 9 ຄົນ ຍິງ 2 ຄົນ, ຄົນຫວຽດນາມ 6 ຄົນ, ຄົນຈີນ 9 ຄົນ ຍິງ 2, ຄົນ ຄົນເກົາຫຼີ 1 ຄົນ), ນັກໂທດຕະຫຼອດຊີວິດ 35 ຄົນ ຍິງ 4 ຄົນ. ໃນຈໍານວນດັ່ງກ່າວເປັນນັກໂທດຄະດີຢາເສບຕິດ 986 ຄົນ ຍິງ 227 ຄົນ ຄົນຕ່າງປະເທດ 11 ຄົນ ຍິງ 1 ຄົນ (ຄົນໄທ 6 ຄົນ ຍິງ 1 ຄົນ, ຄົນຫວຽດນາມ 5 ຄົນ) ນັກໂທດຕະຫຼອດຊີວິດ 32 ຄົນ ຍິງ 4 ຄົນ,  ນັກໂທດຄະດີທົ່ວໄປມີ 132 ຄົນ ຍິງ 14 ຄົນ ຕ່າງປະເທດ 14 ຄົນ ຍິງ 3 ຄົນ (ຄົນໄທ 3 ຄົນ ຍິງ 1 ຄົນ ຄົນຫວຽດນາມ 1 ຄົນ ຄົນຈີນ 9 ຄົນ ຍິງ 2 ຄົນ ຄົນເກົາຫຼີ 1 ຄົນ) ນັກໂທດຕະຫຼອດຊີວິດມີ 3 ຄົນ, ນັກໂທດຄະດີຕາມມາດຕາ 56 57 58 59 60 61 62 66 67 68 69 72 80 ຂອງກົດໝາຍອາຍາມີ 5 ຄົນ ອະໄພຍະໂທດຫຼຸດຜ່ອນໂທດຈາກໂທດຕະຫຼອດຊີວິດ ມາເປັນໂທດທີ່ມີກໍານົດ 20 ປີ ມີຈໍານວນ 35 ຄົນ ຍິງ 4 ຄົນ, ໃນຈໍານວນດັ່ງກ່າວ ມີນັກໂທດຄະດີຢາເສບຕິດຈໍານວນ 32 ຄົນ ຍິງ 4 ຄົນ ນັກໂທດຄະດີທົ່ວໄປມີຈໍານວນ 3 ຄົນ.

ສ່ວນນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍໂຕ ມີຈໍານວນທັງໝົດ 327 ຄົນ ຍິງ 69 ຄົນ, ເປັນຄົນຕ່າງປະເທດ 6 ຄົນ (ຈີນ 1 ຄົນ, ຫວຽດນາມ 2 ຄົນ, ໄທ 3 ຄົນ) ໃນນີ້ມີນັກໂທດຄະດີຢາເສບຕິດຈໍານວນ 292 ຄົນ ຍິງ 69 ຄົນ, ຕ່າງປະເທດ 4 ຄົນ (ຫວຽດນາມ 1 ຄົນ, ໄທ 3 ຄົນ) ນັກໂທດຄະດີທົ່ວໄປມີ 35 ຄົນ, ຕ່າງປະເທດ 2 ຄົນ (ຈີນ 1 ຄົນ, ຫວຽດນາມ 1 ຄົນ).

 

ແຫລ່ງຂ່າວ:

ວຈທດ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...