spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດ ແລະວິທີດັບກິ່ນປາກ

ສາເຫດ ແລະວິທີດັບກິ່ນປາກ

Published on

ກິ່ນປາກ ແມ່ນກິ່ນເໝັນທີ່ອອກມາຈາກລົມຫາຍໃຈທີ່ສາມາດໄດ້ກິ່ນ, ກິ່ນປາກເປັນກາສເໝັນທີ່ເກີດຂຶ້ນໃນຮ່າງກາຍຂອງຄົນເຮົາ ແລະອອກມາທາງລົມຫາຍໃຈ, ສາເຫດຂອງກິ່ນປາກ ອາດມາຈາກປາກ, ໃນຄໍ ຫຼືດັງກໍເປັນໄດ້ ກິ່ນປາກນອກຈາກຈະສົ່ງກິ່ນເໝັນແລ້ວ ຍັງເຮັດໃຫ້ຂາດຄວາມໝັ້ນໃຈ, ຂາດບຸກຄະລິກະພາບ ແລະເຮັດໃຫ້ຄຽດໄດ້, ມື້ນີ້ເຮົາຈະມາຮູ້ສາເຫດຂອງກິ່ນປາກ ແລະວິທີດັບກິ່ນປາກ ເພື່ອເຮັດໃຫ້ກິ່ນປາກນັ້ນບໍ່ມາໃກ້ເຮົາໄດ້

  1. ສາເຫດຂອງກິ່ນປາກ:
  • ການບໍ່ຮັກສາສຸຂະພາບຂອງຊ່ອງປາກໃຫ້ສະອາດດີ
  • ລີ້ນເປັນຝ້າ ຍ້ອນການສະສົມຂອງເສດອາຫານ ແລະແບັກທີເລຍ
  • ນໍ້າລາຍໜ້ອຍ ເຮັດໃຫ້ຊຳລະລ້າງເສດອາຫານບໍ່ໄດ້ໝົດ ຈົນເຮັດໃຫ້ເກີດກິ່ນປາກ
  • ຄາບຫີນປູນ ທີ່ເກາະຕິດກັບແຂ້ວ
  • ແຂ້ວຜຸ ເຮັດໃຫ້ເສດອາຫານຕິດກັບແຂ້ວ ແລ້ວກໍເກີດກິ່ນຂຶ້ນມາ
  • ແຜໃນຊ່ອງປາກ ເປັນສາເຫດໜຶ່ງຂອງກິ່ນປາກ
  • ເຫືອກອັກເສບ
  • ພະຍາດກ່ຽວກັບທາງເດີນຫາຍໃຈ ກ່ຽວກັບຄໍ, ດັງ ແລະຫຼອດລົມ
  • ມະເຮັງໂພງດັງ ຈະເຮັດໃຫ້ເໝັນທີ່ສຸດ ແລະຈະເຮັດໃຫ້ມີໜອງໄຫຼໄປໃນຄໍເວລາກົ້ມຫົວລົງ
  • ພະຍາດທາງເດີນທາງເດີນຫາຍໃຈສ່ວນລຸ່ມເຊັ່ນ: ຜູ້ທີ່ເປັນພະຍາດປອດຊໍ້າເຮື້ອ, ມະເຮັງປອດ, ວັນນະໂລກ ຈະເຮັດໃຫ້ມີກິ່ນອອກມາທາງປາກ
  • ພະຍາດທາງເດີນອາຫານເຊັ່ນ: ທ້ອງອືດ, ກົດໄຫຼກັບ
  • ການກິນອາຫານທີ່ເຮັດໃຫ້ເກີດກິ່ນເຊັ່ນ ກິນອາຫານທີ່ເໝັນ, ກິນກະທຽມ, ກິນຫອມ
  • ດື່ມເຄື່ອງດື່ມທີ່ມີແອວກໍຮໍທຸກປະເພດ
  • ຄົນທີ່ສູບຢາ ຈະເຮັດໃຫ້ຫາຍໃຈ ແລະປາກມີກິ່ນເໝັນ
  • ຜູ້ທີ່ໃສ່ແຂ້ວປອມ ຫຼືໃສ່ເຄື່ອງມືຕ່າງໆໃນປາກ
  1. ວິທີດັບກິ່ນປາກ:
  • ຖູແຂ້ວທຸກເທື່ອຫຼັງກິນອາຫານ
  • ໃຊ້ຢາສີຟັນທີ່ມີສ່ວນປະສົມຂອງຟູອໍໄຣ
  • ທຳຄວາມສະອາດລີ້ນ ເພື່ອບໍ່ໃຫ້ມີເສດອາຫານຕົກຄ້າງ ແລະມີແບັກທີເລຍ
  • ບ້ວນປາກດ້ວຍນໍ້າ ຫາກບໍ່ສະດວກທີ່ຈະຖູແຂ້ວ
  • ເລືອກໃຊ້ນໍ້າຢາບ້ວນປາກຍາມຈຳເປັນ
  • ໃຊ້ສະເປລະງັບກິ່ນປາກ ເພື່ອຄວາມສະດວກສະບາຍ
  • ໃຊ້ຢາສີຟັນ ທີ່ມີສ່ວນປະສົມຂອງເກືອ
  • ອົມນໍ້າເກືອ ດ້ວຍການອົມໄວ້ປະມານ 3-5 ນາທີ ຈາກນັ້ນຈຶ່ງບ້ວນຖິ້ມ
  • ປ່ຽນໄມ້ສີຟັນ ເພາະປະສິດທິພາບໃນການທຳຄວາມສະອາດຂອງໃໝ່ຈະດີກວ່າອັນເກົ່າ
  • ໝັ່ນກວດສຸຂະພາບແຂ້ວ ແລະຊ່ອງປາກກັບທັນຕະແພດຕະຫຼອດ
  • ໝັ່ນຂູດຫີນປູນ ທຸກໆ 6 ເດືອນ ຫຼືຢ່າງໜ້ອຍປີລະຄັ້ງ
  • ຮັກສາບາດແຜໃນຊ່ອງປາກ
  • ດື່ມນໍ້າມື້ລະ 8 ແກ້ວ ເພາະຈະຊ່ວຍລ້າງແບັກທີເລຍໄດ້
  • ຢ່າປ່ອຍໃຫ້ປາກແຫ້ງ ເພາະຈະເຮັດໃຫ້ແບັກທີເລຍເພີ່ມຂຶ້ນ
  • ເຊົາສູບຢາ
  • ດື່ມນໍ້າໝາກນາວ ເພາະໝາກນາວຈະເພີ່ມປະລິມານນໍ້າລາຍໄດ້
  • ຮັບປະທານອາຫານທີ່ມີເສັ້ນໃຍຫຼາຍໆ ແລະຮັບປະທານອາຫານໃຫ້ຄົບ 5 ໝູ່
  • ກິນຜັກ ແລະໝາກໄມ້ທີ່ຫຼຸດກິ່ນປາກ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...