spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີປ້ອງກັນພະຍາດມະເຮັງປາກມົດລູກ

ວິທີປ້ອງກັນພະຍາດມະເຮັງປາກມົດລູກ

Published on

ພະຍາດມະເຮັງປາກມົດລູກ ເປັນພະຍາດມະເຮັງທີ່ພົບເຫັນຫຼາຍທີ່ສຸດໃນແມ່ຍິງ ເຊິ່ງມັກເກີດໃນຊ່ວງອາຍຸ 30-70 ປີ ແຕ່ກໍອາດຈະກວດພົບນໍາຜູ້ທີ່ອາຍຸນ້ອຍເຊັ່ນ 20 ປີ ແລະໃນຜູ້ອາຍຸສູງ 70 ປີຂຶ້ນໄປ ເຊິ່ງຜູ້ທີ່ເປັນມັກຈະມີປະຫວັດການມີເພດສຳພັນຕັ້ງແຕ່ອາຍຸຍັງນ້ອຍ ທີ່ມີເພດສຳພັນຫຼາຍຄົນ ຫຼືມີເພດສຳພັນແບບບໍ່ປ້ອງກັນ ເຊິ່ງອາດເຮັດໃຫ້ເກີດຄວາມສ່ຽງຕໍ່ການຕິດເຊື້ອໄວຣັດເຮສພີວິ ທີ່ເປັນປັດໄຈສ່ຽງສຳຄັນ ຕໍ່ການເກີດມະເຮັງປາກມົດລູກໄດ້ ແລະຖ້າຫາກບໍ່ຢາກເປັນພະຍາດມະເຮັງນີ້ ເຮົາຕ້ອງປ້ອງກັນຕົວເອງດ້ວຍວິທີດັ່ງນີ້

  1. ຫຼີກລຽງການມີເພດສຳພັນແຕ່ອາຍຸຍັງນ້ອຍ
  2. ຫຼີກລຽງການມີເພດສຳພັນກັບຄູ່ນອນຫຼາຍຄົນ ຫຼືແບບບໍ່ປອດໄພ ເພື່ອຫຼີກລຽງພະຍາດຕິດຕໍ່ທາງເພດສຳພັນ
  3. ຮັກສາຄວາມສະອາດຂອງຮ່າງກາຍ ແລະອະໄວຍະວະໃຫ້ສະອາດຢູ່ສະເໝີ
  4. ການຄຸມກຳເນີດດ້ວຍການໃສ່ຖົງຢາງອະນາໄມ
  5. ກິນຜັກ ແລະໝາກໄມ້ໃຫ້ຫຼາຍໆ
  6. ບໍ່ສູບຢາ
  7. ອອກກຳລັງກາຍຢ່າງສະໝໍ່າສະເໝີ
  8. ພະຍາຍາມຮັກສານໍ້າໜັກໃຫ້ປົກກະຕິ
  9. ໝັ່ນກວດກ່ຽວກັບມະເຮັງໃນທຸກໆປີ ເພື່ອປ້ອງກັນໄວ້ກ່ອນ ແລະຖ້າຫາກເປັນກໍຈະປິ່ນປົວໄດ້ທັນເວລາ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...