ລິຂິດຮັກເໜືອການເວລາ

ທ່າມກາງຄວາມອຸກອັ່ງ, ກັງວົນໃຈ, ຮ້ອນຮົນດັ່ງໄຟກຳລັງເຜົາຜານເຂົ້າເຖິງຂົ້ວຮົ້ວໃຈກັບແວວຕາອັນແສນເສົ້າຂອງ ຕ້ອມ ທີ່ແນມເບິ່ງໜ້າຍິງຄົນຮັກ (ລາຕີ) ທີ່ກຳລັງນອນຫຼັບໄຫລບໍ່ໄດ້ສະຕິເປັນເວລາກວ່າໜຶ່ງອາທິດແລ້ວຫຼັງຈາກເກີດອຸບັດຕິເຫດລົດຕຳຈົນຕ້ອງໄດ້ຜ່າຕັດເອົາເລືອດຄ້າງໃນສະໝອງອອກ ມີພຽງສາຍອົກຊີທີ່ແຍ່ເຂົ້າປາກເຂົ້າດັງຂອງນາງເພື່ອປະຄັບປະຄອງຮ່າງທີ່ຫຼັບໄຫລໃຫ້ມີລົມຫາຍໃຈໂດຍບໍ່ຮູ້ວ່າວັນຂ້າງໜ້າຈະເປັນແນວໃດ ມີພຽງສິ່ງດຽວທີ່ຕ້ອມເຮັດໄດ້ກໍ່ຄືການອະທິຖານຂໍໃຫ້ສິ່ງສັດສິດຊ່ວຍຄຸ້ມຄອງຄົນທີ່ລາວຮັກຟື້ນຄືນມາອີກຄັ້ງ

ກ່ອນມື້ທີ່ລາຕີຈະເກີດອຸບັດຕິເຫດໜຶ່ງອາທິດ ຕ້ອມກັບລາຕີໄດ້ໄປເລາະຊື້ເຄື່ອງຢູ່ຕະຫຼາດຂົວດິນ ແລະ ຍ່າງຜ່ານທາງຄິວລົດເມ ໃນຂະນະທີ່ສອງຄົນກຳລັງຫິ້ວຖົງເຄື່ອງຍ່າງໄປດີໆ ກໍ່ມີແມ່ເຖົ້າຄົນໜຶ່ງທີ່ເຮັດອາຊີບເປັນໝໍດູຢູ່ບໍລິນັ້ນ ເອີ້ນມາໃສ່ລາຕີ (ສາວ!ສາວ!ຢຸດກ່ອນ ແມ່ເຖົ້າມີເລື່ອງຈະບອກ) ເມື່ອລາຕີໄດ້ຍິນແມ່ເຖົ້າຄົນດັ່ງກ່າວນັ້ນເອີ້ນກໍ່ຢຸດແລ້ວຫັນໜ້າໄປເບິ່ງໜ້າແມ່ເຖົ້າຄົນນັ້ນ ແລ້ວລາວກໍ່ຍ່າງເຂົ້າໄປຫາແມ່ເຖົ້າຄົນນັ້ນພ້ອມກັບຕ້ອມ ແມ່ເຖົ້າຄົນດັ່ງກ່າວໄດ້ແນມເບິ່ງໜ້າລາຕີແລ້ວທ້ວງວ່ານາງກຳລັງຈະມີເຄາະໃຫຍ່ ຄົນຮັກເກົ່າຂອງນາງແຕ່ຊາດແລ້ວກຳ ລັງຈະມາມາຫານາງ ແລະ ຍັງບອກໄວ້ອີກວ່າປີນີ້ດວງຊະຕາບໍ່ດີ ເປັນປີລາຫູເຂົ້າ ເປັນລາຫູເທຄົວ ຊີວິດຄວາມຮັກຈະເກີດບັນຖ້າບໍ່ປະຮ້າງກັນ ກໍ່ເຖິງຂັ້ນໝົດເນື້ອໝົດຕົວ ສະນັ້ນນາງຕ້ອງໄດ້ແກ້ ເມື່ອລາຕີໄດ້ຍິນແນວນັ້ນກໍ່ຮູ້ສຶກຕົກໃຈຈິ່ງຖາມແມ່ເຖົ້າໄປວ່າຕ້ອງແກ້ແນວໃດ ແຕ່ຕ້ອມຮູ້ສຶກບໍ່ພໍໃຈທີ່ແມ່ເຖົ້າມາທ້ວງຄົນຮັກຂອງຕົນເອງແບບນັ້ນ ຮູ້ສຶກວ່າເລື່ອງນີ້ມັນເປັນເລື່ອງງົມງວາຍໄຮ້ສາລະ ແມ່ເຖົ້າຍັງບໍ່ທັນໄດ້ບອກວິທີແກ້ກັບລາຕີເທື່ອຕ້ອມກໍ່ລາກແຂນລາຕີຍ່າງໄປບ່ອນອື່ນແລ້ວ ພ້ອມທັງຕຳນິລາຕິ ແລະ ສັ່ງຫ້າມລາຕີບໍ່ໃຫ້ໄປຫຍຸ້ງງົມງວາຍກັບເລື່ອງແນວນີ້ອີກ

ເມື່ອມາຮອດເຮືອນລາຕີຮູ້ສຶກອຸກໃຈເມື່ອມີຄົນມາທັກທ້ວງຕົນເອງແນວນັ້ນ ນາງຄິດວ່າຈະໄປປຶກສາໝູ່ທີ່ມັກໃນເລື່ອງດູດວງເພື່ອຫາທາງອອກກ່ຽວກັບເລື່ອງນີ້ ແຕ່ໃນຊ່ວງໄລຍະນີ້ນາງຊ້ຳພັດມີວຽກຫຼາຍເປັນພິເສດແຕ່ລະມື້ຕ້ອງໄດ້ສະສາງວຽກຈົນຄ່ຳຈິ່ງໄດ້ກັບເຮືອນຍ້ອນຄວາມອິດເມື່ອຍນາງຈິ່ງບໍ່ມີເວລາໄປຈັດການເລື່ອງນີ້

ມື້ເກີດເຫດ ແມ່ນເປັນມື້ວັນເກີດຂອງຕ້ອມ ໃນຂະນະທີ່ ລາຕີໄປຊື້ເຄັກວັນເກີດໃຫ້ຕ້ອມຂາກັບກໍ່ມີລົດຈັກຄັນໜຶ່ງຂັບມາດ້ວຍຄວາມໄວແຊງລົດໃຫຍ່ມາຫັກລົບແລ້ວມາຕຳເອົາລາຕີທີ່ກຳລັງຂັບລົດຢູ່ ທັງເຄັກທັງຄົນທັງລົດຟົ້ງກະຈາຍອອກຈາກກັນ ຮ່າງລາຕີໄຖໄປນຳທາງຍາວຫຼາຍແມັດເຕີບ ໃນຂະນະທີ່ນາງກຳລັງນອນສະຫຼົບນິ້ງດວງຈິດຂອງນາງກໍ່ເໝືອນກັບວ່າຫຼຸດອອກໄປອີກບ່ອນໜຶ່ງ

ລາຕີໄດ້ມາຢືນຢູ່ທີ່ຮ່ອມທາງເຂົ້າບ້ານວັດໄຕນ້ອຍ ນາງເອງກໍ່ບໍ່ຮູ້ໂຕວ່າມາເຮັດຫຍັງຢູ່ນີ້ ແຕ່ນາງຮູ້ສຶກວ່າທີ່ຮ່ອມແຫ່ງນີ້ແມ່ນຮ່ອມເຮືອນເກົ່າຂອງນາງ (ຕອນຍັງນ້ອຍລາຕີກັບຄອບຄົວເຄີຍອາໃສຢູ່ບ້ານວັດໄຕນ້ອຍເປັນເວລາ 8 ປີ ກ່ອນຈະຢ້າຍໄປອາໃສຢູ່ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ) ນາງຈິ່ງໄດ້ຕັດສິນໃຈຍ່າງເຂົ້າໄປເພື່ອຈະໄປເບິ່ງເຮືອນເກົ່າທີ່ນາງເຄີຍຢູ່ ແຕ່ພໍນາງຍ່າງເຂົ້າໄປຈົນສຸດຮ່ອມສະພາບແວດລ້ອມແຖວນັ້ນປ່ຽນໄປເໝືອນກັບວ່ານາງຫຼຸດເຂົ້າໄປໃນຍຸກສະໄໝບູຮານ ເຮືອນດິນເຮືອນກໍ່ແມ່ນກາຍເປັນເຮືອນໄມ້ ເຮືອນຮ້ານແບບບູຮານ ຕາມທາງເຂົ້າໄປຄ້າຍກັບຕະຫຼາດນ້ອຍ ມີໂຕະທີ່ປູດ້ວຍໃບຕອງ ແລະ ມີປະເພດຜັກວາງຂາຍ ຜູ້ຄົນແຕ່ງກາຍກໍ່ຕ່າງຈາກນາງ ລາຕີໄດ້ຍ່າງເຂົ້າໄປໃນຕະຫຼາດຢ່າງຊ້າໆ ນາງໄດ້ສັງເກດເບິ່ງທຸກສິ່ງທຸກຢ່າງຢ່າງສົນໃຈແລະປະຫຼາດໃຈເລັກນ້ອຍ ແຕ່ກໍ່ຮູ້ສຶກຕື່ນເຕັ້ນດີ ເພາະບໍ່ເຄີຍພົບເຫັນມາກ່ອນ ໃນຂະນະທີ່ນັ້ນກໍ່ມີຍິງສາວຄົນໜຶ່ງ ອາຍຸປະມານ 25 ປີ ຍ່າງເຂົ້າມາຫານາ ແລ້ວເຊີນນາງໄປທີ່ເຮືອນຂອງນາຍບ້ານ ຍິງຄົນນັ້ນໄດ້ຊີ້ເຮືອນຂອງນາຍບ້ານໃຫ້ລາຕີເບິ່ງ ເປັນເຮືອນໄມ້ຫຼັກໃຫຍ່ສວຍງາມ ໃນເຂດນີ້ເຮືອນຫຼັງນັ້ນໃຫຍ່ທີ່ສຸດຖືວ່າເປັນເຮືອນຄົນທີ່ມີຖານະທີ່ສຸດໃນເຂດນີ້ ຍິງຄົນນັ້ນໄດ້ບອກກັບລາຕີວ່າ ມີຄົນຕ້ອງການພົບ ເຊິ່ງລາຕີກໍ່ບໍ່ລັງເລໃຈທີ່ຈະຍ່າງນຳຫຼັງຍິງສາວຄົນນັ້ນໄປທີ່ເຮືອນ ພໍແຕ່ນາງກ້າວຂຶ້ນຂັນໄດເຮືອນຮອດເທິງເຮືອນ ນາງເຫັນຄົນໃນເຮືອນຫຼັງນັ້ນທັງຍິງແລະ ຊາຍທັງໜຸ່ມທັງສາວຕ່າງກໍ່ຍິ້ມໃຫ້ນາງ ເໝືອນພວກເຂົາດີໃຈທີ່ເຫັນນາງກັບມາ ລາຕີໄດ້ຍ່າງກ້າວຂາເຂົ້າໄປໃນເຮືອນຕາມທີ່ຍິງສາວຄົນນັ້ນພາເຂົ້າໄປ ລາວກໍ່ໄດ້ພົບກັບຊາຍຮູບງາມຄົນໜຶ່ງທີ່ກຳລັງນອນຫຼັບຢູ່ ຍິງຄົນທີ່ນຳລາຕີມາບອກໃຫ້ລາຕີຮູ້ວ່າ “ຊາຍຄົນນັ້ນນອນບໍ່ຍອມລຸກເປັນເວລາດົນນານມາແລ້ວ ເພາະລາວກຳລັງລໍຖ້າເຈົ້າຢູ່ໃຫ້ເຈົ້າເຂົ້າໄປຫາລາວ” ລາຕີໄດ້ໄປນັ່ງລົງໃກ້ໆແລ້ວແນມເບິ່ງໜ້າຊາຍຄົນນັ້ນດ້ວຍຄວາມອອນຊອນໃນຄວາມງາມຂອງຊາຍຄົນນັ້ນ ທັງສອງໄດ້ສົ່ງຍິ້ມໃຫ້ກັນຫຼັງຈາກນັ້ນຊາຍທີ່ນອນຢູ່ຕະຫຼອດເປັນໄລຍະເວລາດົນກໍ່ຍອມລຸກຂື້ນມານັ່ງ ສອງມືຂອງຊາຍຄົນນັ້ນໄດ້ຈັບມືລາຕີໄວ້ດ້ວຍຄວາມໜຸ່ມນວນ ທັງສີໜ້າແວວຕາສະແດງເຖິງຄວາມສຸກ, ຄວາມມີຊີວິດຊີວາ ແລ້ວຊາຍຄົນດັ່ງກ່າວໄດ້ເວົ້າກັບລາຕີວ່າ:​ “ຂ້ອຍດີໃຈທີ່ເຈົ້າກັບມາຫາຂ້ອຍ ເຈົ້າເປັນຄົນຮັກຂອງຂ້ອຍ ເຈົ້າຂໍຂ້ອຍໄປຮ່ຳຮຽນສຶກສາແລ້ວເຈົ້າສັນຍາວ່າເຈົ້າຈະກັບມາແຕ່ເຈົ້າກໍ່ປະໃຫ້ຂ້ອຍຄອງຄອຍເຈົ້າເປັນເວລາດົນນານຈົນຂ້ອຍຕ້ອງນອນຊອມໃຈ” ລາຕີຮູ້ສຶກເຖິງຄວາມຈິງໃຈທີ່ຜ່ານຄຳເວົ້າ, ແວວຕາຂອງຊາຍຄົນນັ້ນ ແລະ ຊາຍຄົນນັ້ນກໍ່ເວົ້າຕໍ່ໄປອີກວ່າ “ມື້ນີ້ຂ້ອຍດີໃຈທີ່ເຈົ້າກັບມາ ຂ້ອຍຈະສັ່ງຂ້າທາດເຮັດອາຫານຕ້ອນຮັບເຈົ້າ ແລະ ມັດແຂນເອົາເຈົ້າ” ລາຕີຟັງດ້ວຍຄວາມຊົມຊື່ນໃຈ ແຕ່ກໍ່ແອບຄິດແປກໃຈເລັກໜ້ອຍ ເພາະລາຕີຈື່ບໍ່ໄດ້ວ່າຊາຍຄົນນີ້ເຄີຍເປັນຄົນຮັກຂອງນາງມາກ່ອນ ມີຜູ້ຄົນຈຳນວນຫຼາຍຍ່າງເຂົ້າມາສະແດງຄວາມຍິນດີກັບນາງ ມາຈັບມາລູບນາງ ເອັນດູນາງ ຄືກັບວ່ານາງເຄີຍຮູ້ຈັກນາງມາກ່ອນ ແລ້ວເວລາກໍ່ຜ່ານໄປ ຄົນໃນເຮືອນໄດ້ຈັດພາຂັວນມາແລ້ວບອກໃຫ້ລາຕີໄປນັ່ງຂ້າງໆ ກັບຊາຍຄົນນັ້ນ ແຕ່ກ່ອນພິທີຈະເລີ່ມຢູ່ດີໆລາຕີກໍ່ຮູ້ສຶກເຈັບຫົວໃຈ ຮູ້ສຶກໂສກເສົ້າຂຶ້ນມາທັນທີ ນາງໄດ້ແນມເຫັນແຫວນຄຳກ້ຽງທີ່ນາງສວມໃສ່ທີ່ແຫວນຂ້າງຊ້າຍ ຢູ່ດີໆນາງກໍ່ຮູ້ສຶກໄດ້ວ່າຕອນນີ້ນາງຕ້ອງກັບບ້ານ ເພາະມີຄົນຖ້ານາງຢູ່ ລາຕີຮູ້ສຶກນັ່ງບໍ່ຕິດກະວົນກະວາຍເລັກນ້ອຍ ແຕ່ຢ້ານຊາຍຄົນນັ້ນ ແລະ ຄົນໃນເຮືອນຮູ້ນາງຈິ່ງຫາແຜນໜີອອກຈາກເຮືອນດ້ວຍການຄອບໄປເຂົ້າຫ້ອງນ້ຳບອກວ່າປວດທ້ອງແຮງຕ້ອງໄປດຽວນີ້ ແລ້ວນາງກໍ່ຖາມທາງໄປຫ້ອງນ້ຳ ຈາກນັ້ນນາງກໍ່ຍ່າງຜ່ານໄປທາງເຮືອນຄົວເຫັນແມ່ຄົວກຳລັງຊອຍຊີ້ນແຕ່ງກິນຢູ່ ລາຕີໄດ້ຍ່າງໄປທີ່ຊານບ່ອນມີຕຸ່ມນ້ຳ ນາງສັງເກດເບິ່ງຊານເຮືອນບໍ່ສູງປານໃດພໍໂດດລົງໄດ້ນາງຈິ່ງຕັດສິນໃຈໂດດລົງແລ້ວແລ່ນໜີຈາກເຮືອນຫຼັງນັ້ນຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້ ແມ່ຄົວທີ່ກຳລັງແຕ່ກິນເມື່ອເຫັນລາຕີໂຕນຊານກໍ່ຟ້າວຮ້ອງຂຶ້ນ ຊາຍຄົນນັ້ນທີ່ນັ່ງຢູ່ພາຂັວນກໍ່ຟ້າວແລ່ນໂຕນຂັນໄດເຮືອນລົງມາແລ້ວແລ່ນນຳລາຕີໄປພ້ອມທັງບອກໃຫ້ຄົນຈັບລາຕີໄວ້ ແຕ່ລາຕີກໍ່ສາມາດຜ່າຜູ້ຄົນທີ່ໄລ່ຈັບລາຕີມາໄດ້ ນາງແລ່ນອອກມາທາງເກົ່າຈາກທາງທີ່ນາງເຂົ້າໄປຈົນຮອດທາງໃຫຍ່ເໝືອນກັບນາງຫຼຸດອອກມາຢູ່ຍຸກປັດຈຸບັນອີກຄັ້ງໜຶ່ງ ໂດຍມີຊາຍຄົນນັ້ນແລ່ນນຳຫຼັງມາຕິດໆ ພໍດີລົດເມສາຍໜອງແຕ່ງກາຍມາລາຕີໄດ້ໂບກລົດແລ້ວແລ່ນຂຶ້ນລົດເມປະຕູລົດເມໄດ້ປິດ ແລ້ວລົດກໍ່ແລ່ນໄປ ລາຕີແນມເຫັນຊາຍຄົນດັ່ງກ່າວແລ່ນນຳກົ້ນລົດແລະຮ້ອງບອກໃຫ້ລົດເມຈອດແຕ່ຄືກັບວ່າບໍ່ມີໃຜເຫັນ ຫຼື ໄດ້ຍິນລາວເລີຍຄືມີພຽງແຕ່ລາຕີຄົນດຽວເທົ່ານັ້ນທີ່ເຫັນ ແລະ ໄດ້ຍິນລາວເວົ້າ ຄຳສຸດທ້າຍທີ່ຊາຍຄົນນັ້ນຝາກໄວ້ກັບລາຕີກໍ່ຄື: “ເທື່ອນີ້ເຈົ້າໜີຂ້ອຍໄປໄດ້ ແຕ່ເທື່ອໜ້າຂ້ອຍຈະນຳໄປຫາເຈົ້າແລ້ວຂ້ອຍຈະບໍ່ມີວັນປ່ອຍເຈົ້າໄປໄດ້ອີກແນ່ນອນ” ພໍສິ້ນສຸດຄຳເວົ້າຂອງຊາຍຄົນນັ້ນ ລາຕີທີ່ນອນສະຫຼົບຢູ່ຫຼາຍມື້ກໍ່ຮູ້ສຶກຕົວນາງໄດ້ຍິນແຕ່ສຽງອົກຊີດັງ ແລະ ຮູ້ສຶກແສບຄໍໃນເວລາຫາຍໃຈ ນາງຄິດວ່ານີ້ມັນແມ່ນຄວາມຝັນ ຫຼື ຊີວິດຈິງ ຕາຂອງນາງຄ່ອຍໆມືນຂຶ້ນ ມືຂອງນາງຄ່ອຍໆເໜັງ ຕ້ອມທີ່ກຳລັງເຊັດໜ້າເຊັດມືໃຫ້ລາຕີເມື່ອເຫັນລາຕີຟື້ນຂຶ້ນລາວກໍ່ດີໃຈສຸດຂີດຟ້າວເອີ້ນແພດໝໍມາເບິ່ງອາການ

ຜ່ານໄປອີກໜຶ່ງມື້ລາຕີກໍ່ໄດ້ປົດອົກຊີ ແລ້ວອອກຈາກຫ້ອງ ICU ຢ້າຍໄປຫ້ອງພັກຟື້ນຜູ້ປ່ວຍຜ່າຕັດສະໝອງທີ່ຊັ້ນ 5 ຂອງ ໂຮງໝໍ 150 ຕຽງ ລາຕີໃຊ້ເວລາພັກຟື້ນຢູ່ໂຮງໝໍເປັນເວລາ 14 ມື້ເຕັມໆກ່ອນທີ່ທ່ານໝໍຈະອະນຸຍາດໃຫ້ອອກຈາກໂຮງໝໍ ໃນເວລາຢູ່ໂຮງໝໍລາຕີຕ້ອງທົນເຫັນວິນຍານຂອງຄົນຕາຍ ຍ່າງກາຍໄປມາ, ບາງຄັ້ງກໍ່ໄດ້ຍິນສຽງຜີລົມກັນ ບາງເທື່ອກໍ່ໄດ້ກິ່ນຄາວເລືອດ ນາງຮູ້ສຶກຢ້ານກົວກະວົນກະວານປານຄົນບ້າ ນາງຍັງຈຳເລື່ອງລາວຕອນທີ່ນາງຫຼັບໄຫລໄດ້ເປັນຢ່າງດີ ຍັງຈຳສາຍຕາຂອງຊາຍຄົນນັ້ນທີ່ແນມເບິ່ງນາງດ້ວຍຄວາມຄຽດແຄ້ນໄດ້ດີ ລາຕີໄດ້ເລົ່າສູ່ພໍ່ແມ່,​ ຕ້ອມ ແລະ ເພື່ອນໆຟັງ ແລ້ວທຸກຄົນກໍ່ຫາທາງແກ້ໄຂຊ່ວຍນາງ.

ດ້ວຍຄວາມຮັກຂອງຕ້ອມທີ່ມີຕໍ່ລາຕີຕ້ອມໄດ້ຫາທາງເຮັດທຸກຢ່າງເພື່ອໃຫ້ລາຕີຟື້ນກັບມາ ໃນຊ່ວງເວລາທີ່ນາງຫຼັບໄຫຼຕ້ອມຈະຈັບມືລາຕີໄວ້ ພ້ອມມັກລົມກະຊິບເບົາໆໃສ່ຫູລາຕີ ແລະ ໝັ່ນຮ້ອງຊື່ລາຕີ ໝັ່ນລົມກັບລາຕີເພື່ອຫວັງວ່າສຽງຂອງລາວຈະເຮັດໃຫ້ລາຕີໄດ້ຍິນບໍ່ວ່າດວງວິນຍານຂອງລາຕີຈະຢູ່ໃສກໍ່ຕາມຕ້ອງໄດ້ຍິນສຽງຂອງລາວສະເໝີ ຕ້ອມໄດ້ເດີນທາງໄປວັດສັກສິດທົ່ວນະຄອນຫຼວງເພື່ອຂໍໃຫ້ສິ່ງສັກສິດຊ່ວຍຄຸ້ມຄອງນາງ ຕ້ອມອະທິຖານຍົກບຸນກຸສົນທີ່ລາວສ້າງມາທັງຊີວິດບໍ່ວ່າຈະສ້າງໃນຊາດນີ້ ຫຼື ຊາດທີ່ຜ່ານມາຍົກໃຫ້ລາຕີໝົດ ແລະ ບົນໄວ້ວ່າຖ້າລາຕີຟື້ນຈະເລີກຂ້າສັດໄປຕະຫຼອດຊີວິດ ທຸກເລາທີ່ຫາຍໃຈຕ້ອມຄອຍແຕ່ອະທິຖານໃນໃຈ ຄອຍຮ້ອງແຕ່ຊື່ຂອງລາຕີຢູ່ໃນໃຈ ຕັ້ງແຕ່ລາຕີເກີດອຸບັດຕ້ອມກໍ່ຂາດການ ຍອມລາອອກຈາກງານ ຍອມຍົກເລີກໂອກາດດີໆທີ່ຈະໄດ້ໄປຍົກລະດັບຢູ່ປະເທດອັງກິດເປັນເວລາ 1 ປີມາເຝົ້າດູແລລາຕີ ດ້ວຍອານຸພາບຂອງຄວາມຮັກທີ່ຕ້ອມມີຕໍ່ລາຕີ ຈິ່ງເຮັດໃຫ້ລາຕີຜ່ານຮ່ວງເວລາຂອງຄວາມຕາຍມາໄດ້ ທັງສອງໄດ້ຜ່ານຜ່າຄວາມທຸກຢາກມາດ້ວຍກັນເປັນເວລາ 1 ປີ 5 ເດືອນ ກ່ອນທີ່ເວນກຳຈະວິດໄປປ່ຽນເປັນປີໃໝ່ປີໂຊກເຂົ້າມາ ແຕ່ຍັງໂຊກດີທີ່ຮ່າງກາຍຂອງນາງຟື້ນຕົວໄດ້ໄວ ແລະ ນາງບໍ່ໄດ້ເສຍຄວາມຊົງຈຳ ເຖິງແມ່ນວ່າຕອນທຳອິດນາງຈະເຮັດທ່າທາງແປກໆກໍ່ຕາມ ພາຍໃນໄລຍະ 2 ປີ ນາງສາມາດກັບໄປຊອກເຮັດວຽກໄດ້ ແລ້ວ ຕ້ອມກໍ່ໄດ້ເຮັດວຽກບ່ອນໃໝ່ ເປັນນາຍແປພາສາໃຫ້ໂຄງການມີເງິນເດືອນຫຼາຍກວ່າເຮັດວຽກຢູ່ຫ້ອງການເກົ່າຫຼາຍເທົ່າ ແລ້ວໃຫ້ຊີວິດການເປັນຢູ່ດີຂຶ້ນ ປັດຈຸບັນທັງສອງໃຊ້ຊີວິດຢູ່ດ້ວຍກັນຢ່າງມີຄວາມສຸກ ແລະ ບໍ່ມີວິນຍານຊາຍໜຸ່ມຄົນໃດມາຕາມຫຼອກຫຼອນລາຕີອີກເລີຍ

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!