spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ສາວໆເປັນສິວ ຄວນຫຼີກລຽງ ເພາະຍິ່ງກິນຫຼາຍ ສິວຈະຂຶ້ນຫຼາຍເທົ່ານັ້ນ

ອາຫານທີ່ສາວໆເປັນສິວ ຄວນຫຼີກລຽງ ເພາະຍິ່ງກິນຫຼາຍ ສິວຈະຂຶ້ນຫຼາຍເທົ່ານັ້ນ

Published on

ໃຜທີ່ກຳລັງເປັນສິວຢູ່ ຊ່ວງນີ້ຄົງຈະເກີດອາຫານເມື່ອຍໃຈ ເພາະປິ່ນປົວແບບໃດ ຫຼືຊື້ຫຫຍັງມາທາກໍບໍ່ດີຈັກເທື່ອ ຈົນເຮັດໃຫ້ເກີດອາການຄຽດ, ແລ້ວເຄີຍສັງເກດຕົນເອງບໍວ່າ ເປັນຫຍັງສິວຈຶ່ງມັກຂຶ້ນ ເພາະອາການທີ່ເຮົາກິນມີສ່ວນເຮັດໃຫ້ເກີດຂຶ້ນ

  1. ນົມງົວ: ເພາະຢູ່ໃນນົມງົວ ມີໂຮໂມນທີ່ມາຈາກງົວ ຈະເຮັດໃຫ້ສາວໆຍ່ອຍຍາກ, ລະບົບຂັບຖ່າຍເຮັດວຽກໜັກ ແລະໄປກະຕຸ້ນໃຫ້ເກີດສິວ ເຊິ່ງຊ່ວງນີ້ຄວນເຊົາກິນນົມງົວກ່ອນ
  2. ເຄື່ອງດື່ມແອວກໍຮໍ: ເພາະຖ້າຫາກກິນເຂົ້າໄປ ຮ່າງກາຍກໍຈະກຳຈັດນໍ້າທີ່ເປັນສິ່ງເສດເຫຼືອອອກເປັນນໍ້າປັດສະວະ ແລະຈະເຮັດໃຫ້ຜິວແຫ້ງ, ຄໍແຫ້ງ, ຢາກນໍ້າຕະຫຼອດ ແລະສົ່ງຜົນເຮັດໃຫ້ສິວຂຶ້ນ
  3. ເຂົ້າໜົມຫວານ ແລະເຄັກ: ຖ້າຫາກບໍ່ຢາກໃຫ້ເປັນສິວຫຼາຍກວ່າເກົ່າກໍຄວນເຊົາ ເພາະນໍ້າຕານຈະເຮັດໃຫ້ເກີດການແບ່ງເຊວຜິວຢ່າງໄວ ແລະເກີດການອຸດຕັນໃນຜິວໜັງ ເຮັດໃຫ້ເກີດສິວໄດ້ງ່າຍ
  4. ອາຫານທີ່ປຸງດ້ວຍນໍ້າມັນ: ອາຫານທີ່ປຸງດ້ວຍນໍ້າມັນຈະເຮັດໃຫ້ເກີດທ້ອງອືດ, ຍ່ອຍຍາກ, ສາວໆທີ່ເປັນສິວ ຈະບໍ່ສາມາດຍ່ອຍໄຂມັນໄດ້ດີ ດັ່ງນັ້ນ ຄວນຫຼີກລຽງອາຫານທີ່ປຸງແຕ່ງດ້ວຍນໍ້າມັນຈະດີກວ່າ
  5. ອາຫານດອງ: ອາຫານຈຳພວກນີ້ ເປັນອາຫານຊະນິດໜຶ່ງທີ່ສາວໆຄົນທີ່ເປັນສິວຄວນຫຼີກລຽງ ເພາະບາງຄົນກິນຈະເກີດອາການແພ້, ຜິວໜັງດຳ ແລະອັກເສບໄດ້ງ່າຍ

ນີ້ເປັນອາຫານທີ່ສາວໆທີ່ເປັນສິວຄວນຫຼີກລຽງ ແລະໃຫ້ສິວດີກ່ອນຄ່ອຍກິນຈະດີກວ່າ, ນອກຈາກນີ້ ຕ້ອງກິນອາຫານທີ່ມີປະໂຫຍດ ແລະອອກກຳລັງກາຍ, ທີ່ສຳຄັນພັກຜ່ອນໃຫ້ພຽງພໍ ເທົ່ານີ້ສິວກໍຈະຍຸບ ແລະດີຂຶ້ນແນ່ນອນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...