spot_img
Homeຂ່າວຕ່າງປະເທດລັດຖະສະພາເກົາຫລີໃຕ້ ມີມະຕິ 234 ຕໍ່ 56 ສຽງ ຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງແລ້ວ

ລັດຖະສະພາເກົາຫລີໃຕ້ ມີມະຕິ 234 ຕໍ່ 56 ສຽງ ຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງແລ້ວ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ລັດຖະສະພາເກົາຫລີໃຕ້ ມີມະຕິດ້ວຍຄະແນນສຽງ 234 ຕໍ່ 56 ສຽງ ໃນການຜ່ານຮ່າງລັດຖະບັນຍັດ ຖອດຖອນປະທານາທິບໍດີ ປາກ ກຶນເຮ ອອກຈາກຕຳແໜ່ງແລ້ວ ແລະ ໄດ້ມີການສັ່ງການ ໃຫ້ມອບອຳນາດບໍລິຫານທັງໝົດຂອງນາງ ໃຫ້ກັບນາຍົກລັດຖະມົນຕີເກົາຫລີໃຕ້ ເປັນຜູ້ຮັກສາການແທນຊົ່ວຄາວ ໃນລະຫວ່າງການລໍຖ້າຄຳຕັດສິນຂອງສານລັດຖະທຳມະນູນເກົາຫລີໃຕ້ ວ່າຈະອອກຄຳພິພາກສາຊີ້ຂາດວ່າ ຈະຢືນຢັນເຫັນດີຕາມມະຕິຂອງລັດຖະສະພາ ຫລື ບໍ່ ຊຶ່ງອາດຕ້ອງໃຊ້ເວລາດົນເຖິງ 6 ເດືອນ ນັບຈາກນີ້ເປັນຕົ້ນໄປ.

ທັງນີ້ ຖ້າຫາກສານລັດຖະທຳມະນູນເກົາຫລີໃຕ້ ພິພາກສາຢືນຢັນເຫັນດີຕາມມະຕິຂອງລັດຖະສະພາ ຈະເຮັດໃຫ້ ທ່ານ ນາງ ປາກ ກຶນເຮ ຖືກປົດອອກຈາກຕຳແໜ່ງຢ່າງຖາວອນ, ສ້າງຄວາມເຄັ່ງຮ້ອນໃນເວທີການເມືອງເກົາຫລີໃຕ້ໃນປັຈຸບັນ ທີ່ມີປະຊາຊົນອອກມາເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ ທ່ານ ນາງ ປາກ ກຶນເຮ ລາອອກຈາກຕຳແໜ່ງ ຈຳນວນຫລາຍແສນຄົນ ໃນແຕ່ລະອາທິດ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...