spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7 ສ່ວນໃນຮ່າງກາຍ ທີ່ສ່ຽງເປັນມະເຮັງຜິວໜັງ

7 ສ່ວນໃນຮ່າງກາຍ ທີ່ສ່ຽງເປັນມະເຮັງຜິວໜັງ

Published on

106_20130828173211.

 

ໂລກມະເຮັງ ທີ່ຫຼາຍໆຄົນຢ້ານ ໂດຍສະເພາະມະເຮັງຜິວໜັງ ທີ່ພຽງແຕ່ຕາກແດດຫຼາຍໆ ແດດໃນບ້ານເຮົາ ກໍ່ເຮັດໃຫ້ເປັນມະເຮັງຜິວໜັງໃດ້ແລ້ວ ສະນັ້ນຄວນສັງເກດຄວາມຜິດປົກກະຕິຂອງຮ່າງກາຍເຮົາຕະຫຼອດ ແລະຢ່າມອງຂ້າມ 7 ສ່ວນນ້ອຍໆ ໃນຮ່າງກາຍທີ່ສ່ຽງເກິດມະເຮັງຜິວໜັງ ຫາກຢາກຮູ້ວ່າມີສ່ວນໃດແດ່ ມາເບິ່ງກັນເລີຍ.

    1. ເປືອກຕາ

ຜູ້ຊຽວຊານທາງດ້ານຜິວໜັງເຊື່ອວ່າ: ກວ່າ 5-10 ເປີເຊັນຂອງມະເຮັງຜິວໜັງ ສາມາດເກິດຂື້ນໃດ້ທີ່ເປືອກຕາ ສະນັ້ນບໍ່ຄວນມອງຂ້າມຄວນໄປກວດຈຸດນີ້ຢູ່ສະເໝີ ຢ່າງນ້ອຍເດືອນລະເທື່ອກະໃດ້ ວ່າມີສິ່ງຜິດປົກກະຕິໃດໆ  ເກິດຂື້ນເຫຼືອບໍ່ ຈະໃດ້ຮັກສາທັນ.

  2. ຝາຕີນ

ບໍ່ໜ້າເຊື່ອແມ່ນເບາະ ທີ່ມະເຮັງຜິວໜັງສາມາດເກິດຂື້ນໃດ້ທີ່ຝາຕີນຂອງທ່ານ ຫາກທ່ານຢ່າງນຳພື້ນທີ່ແສງແດດ ສອດສ່ອງຈົນຮ້ອນ ໂດຍບໍ່ໃຊ້ເກິບ ນິ້ນຖືວ່າເປັນຄວາມສ່ຽງ ທີ່ຈະເຮັດໃຫ້ເກິດມະເຮັງຜິວໜັງຫຼາຍຂື້ນ ສະນັ້ນຢ່າລະເລີຍທີ່ຈະໃສ່ເກິບ ກ່ອນອອກຈາກບ້ານທຸກເທື່ອ.

  3. ໃນປາກ

ແນ່ນອນວ່າມັນບໍ່ມີມະເຮັງໃນປາກແບບທີ່ທ່ານເຄີຍໃດ້ຍິນມາ ແຕ່ດ້ານໃນປາກຂອງທ່ານທີ່ເປັງຜິວໜັງ ທີ່ມີຄວາມສ່ຽງ ຈະເກິດມະເຮັງຜິວໜັງໃດ້ຄືກັນ ເອົາເປັນວ່າເວລາທີ່ທ່ານໄປພົບແພດເພື່ອກວດສຸຂະພາບແຂ້ວ ກໍ່ລອງບອກໃຫ້ແພດ ກວດມະເຮັງໃຫ້ທ່ານພ້ອມ ທ່ານກໍ່ຄວນສັງເກດຄວາມຜິດປົກກະຕິດ້ວຍຕົນເອງຄືກັນ ຫາກມີອາການເຈັບໃນປາກ ໃຫ້ຟ້າວໄປປຶກສາແພດໄວໆເລີຍ.

  4. ເລັບມື

ຮູ້ບໍ່ວ່າ ໃຕ້ເລັບມືແລະເລັບຕີນຂອງທ່ານກໍ່ເປັນພື້ນທີ່ນ້ອຍໆ ທີ່ສ່ຽງຕໍ່ການເກິດມະເຮັງຜິວໜັງໃດ້ຄືກັນ ຫາກເກິດຈຸດເຫຼືອ ເສັ້ນດຳໆ ທີ່ໃຕ້ເລັບໂດຍຫາສາເຫດບໍ່ໃດ້ ໃຫຟ້າວໄປກວດກັບແພດດ່ວນ.

   5. ຫຼັງຫູ

ຮູ້ຢູ່ແລ້ວວ່າ ສາວໆ ຕ້ອງປົກປ້ອງຜິວດ້ວຍການທາຄີມກັນແດດ ແຕ່ທ່ານຄວນທາໄປຈົນເຖິງຫຼັງຫູນຳ ເພາະຫຼັງຫູເປັນສ່ວນທີ່ສ່ຽງຕໍ່ການເກິດມະເຮັງຜິວໜັງໃດ້ຄືກັນ ນອກຈາກນີ້ຄວນມີແວ່ນນ້ອຍໆ ຕິດໂຕໄວ້ ຈະໃດ້ກວດວ່າມີ ສິ່ງຜິດປົກກະຕິດໃດໆ ເກິດຂື້ນທີ່ຫຼັງຫູເຫຼືອບໍ່ ເສຍເວລາຈັກນ້ອຍເພື່ອສຸຂະພາບຂອງທ່ານ.

      6. ງ່າມຕີນ

ໃຜທີ່ມັກໃສ່ເກິບແຕະລະວັງໃຫ້ດີ  ເພາະທ່ານຈະປົກປ້ອງຜິວຈາກແສງແດດໃດ້ເປັນບາງສ່ວນ ແຕ່ງ່າມນິວຕີນ ທີ່ຕ້ອງຮັບແສງແດດເຕັມໆ ທາງທີ່ດີຄວນທາຄີມກັນແດດໃຫ້ທົ່ວຕີນນຳ ແລ້ວຄອຍສັງເກດຄວາມຜິດປົກກະຕິ ທີ່ເກິດຂື້ນແຖວງ່າມຕີນດ້ວຍ.

   7. ດ້ານຫຼັງຂອງຮ່າງກາຍ

ຫາກເກິດຄວາມຜິດປົກກະຕິທີ່ສ່ວນດ້ານຫຼັງຂອງຮ່າງກາຍ ທ່ານກໍ່ມັກຈະເບິ່ງບໍ່ເຫັນ ຫາບໍ່ໃດ້ຫັນຫຼັງໃຫ້ກະຈົກ ສະນັ້ນລອງຖາມໝູ່ ເບິ່ງທ່ານມີຮ້ອຍຜິດປົກກະຕິເກິດຂື້ນທີ່ດ້ານຫຼັງບໍ່ ຫາກມີໃຫ້ກໍ່ລອງໃຫ້ໝູ່ຖ່າຍຮູບໃຫ້ເບິ່ງ ແລ້ວໄປພົບແພດເພື່ອປຶກສາ ຈະບໍ່ຕ້ອງເສຍໃຈພາຍຫຼັງ.

     ແຕ່ສ່ວນທີ່ກ່າວມານີ້ ເຊື່ອວ່າສາວໆ ຫຼາຍຄົນບໍ່ເຄີຍສັງເກດ ແລະບໍ່ຄາດຄິດເລີຍແມ່ນເບາະ ເອົາເປັນວ່າ ຮູ້ແລ້ວກໍ່ລອງສັງເກດເບິ່ງຕະຫຼອດ ແລະລອງໄປກວດເບິ່ງສຸຂະພາບແດ່ ຈະບໍ່ໃດ້ເກິດມະເຮັງຜິວໜັງ ທີ່ອັນຕະລາຍ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...