spot_img
Homeນານາສາລະໝາກລິ່ນຈີ່ ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ

ໝາກລິ່ນຈີ່ ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ

Published on

ໝາກລິ່ນຈີ່ ເປັນໝາກໄມ້ຊະນິດໜຶ່ງມີປະໂຫຍດຕໍ່ຮ່າງກາຍ ເພາະມີວິຕາມິນ ແລະແຮ່ທາດຫຼາຍຊະນິດທີ່ສຳຄັນກັບຮ່າງກາຍແລ້ວ, ຍັງມີກົດໄຂມັນທີ່ສຳຄັນອີກເຊັ່ນ: ກົດປາມິຕິກ, ກົດໄລໂນເລອິກ, ກົດໂອເລອິກ ເຊິ່ງມີລິດໃນການຕໍ່ຕ້ານອະນຸມູນອິດສະລະ

  1. ເປັນເປັນຢາບຳລຸງຮ່າງກາຍ ແລະຊ່ວຍແກ້ອາການຕັນດັງເປັນຫວັດ
  2. ຊ່ວຍປ້ອງກັນການເກີດ ແລະປິ່ນປົວພະຍາດເລືອດອອກຕາມແຂ້ວ
  3. ຊ່ວຍບຳລຸງລະບົບຍ່ອຍອາຫານ
  4. ຊ່ວຍຫຼຸດກົດໃນກະເພາະອາຫານ
  5. ຊ່ວຍບັນເທົາອາການບໍ່ປົກກະຕິຂອງລະບົບທາງເດີນອາຫານ
  6. ມີສ່ວນຊ່ວຍຫຼຸດຂະໜາດຂອງເນື້ອງອກ
  7. ຊ່ວຍຮັກສາພະຍາດໄສ້ເລື່ອນ ດ້ວຍການເອົາແກ່ນໄປຕາກແຫ້ງແລ້ວເອົາໄປຂົ້ວດ້ວຍໄຟອ່ອນໆ ຈົນສຸກ ແລ້ວເອົາມາບົດເປັນຜົງ ແລ້ວເອົາຜົງນັ້ນປະມານ 1-2 ບ່ວງແກງ ມາປະສົມກັບນໍ້າ ຫຼືເອົາ 1 ບ່ວງແກງມາປະສົມກັບນໍ້າຮ້ອນ ດື່ມມື້ລະ 3-4 ເທື່ອ ຕິດຕໍ່ກັນປະມານ 20 ວັນຈະຊ່ວຍປິ່ນປົວອາການໄດ້
  8. ຊ່ວຍປ້ອງກັນການເກີດພະຍາດຕີນມືຊາ ເພາະມີວິຕາມິນບີ 1
  9. ຊ່ວຍເສີມສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ
  10. ຊ່ວຍຫຼຸດອາການໄອຊໍ້າເຮື້ອ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...