Homeຂ່າວຕ່າງປະເທດລັດຖະສະພາເກົາຫລີໃຕ້ ຍື່ນຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງ ກຽມລົງມະຕິມື້ອື່ນນີ້

ລັດຖະສະພາເກົາຫລີໃຕ້ ຍື່ນຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງ ກຽມລົງມະຕິມື້ອື່ນນີ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວານີ້ວ່າ ລັດຖະສະພາ ແຫ່ງ ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້ ໄດ້ສະເໜີຮ່າງລັດຖະບັນຍັດ ຖອດຖອນປະທານາທິບໍດີ ປາກ ກຶນເຮ ອອກຈາກຕຳແໜ່ງແລ້ວໃນມື້ນີ້ ແລະ ຈະມີການລົງມະຕິຢ່າງເປັນທາງການໃນມື້ອື່ນ (9 ທັນວາ) ຊຶ່ງຮ່າງລັດຖະບັນຍັດດັ່ງກ່າວ ຈະຕ້ອງໄດ້ຮັບການສະໜັບສະໜູນຈາກ ສານລັດຖະທຳມະນູນ ຊຶ່ງເປັນຂັ້ນຕອນສຸດທ້າຍ ແລະ ຄາດວ່າຈະໃຊ້ເວລາອີກຫລາຍເດືອນ.

ທັງນີ້ ທ່ານ ນາງ ປາກ ກຶນເຮ ໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດກັບ ນາງ ຊອຍ ຊຸນຊິນ ໝູ່ສະໜິດຂອງຕົນ ໃນການກົດດັນບັນດາເຈົ້າຂອງທຸລະກິດລາຍໃຫຍ່ ໃຫ້ການບໍລິຈາກເງິນໃຫ້ມູນນິທິ 2 ແຫ່ງ ຊຶ່ງທ່ານເອງໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ແລະ ຢືນຢັນຈະລໍຖ້າຄຳຊີ້ຂາດຂອງສານ.

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...