Homeຂ່າວຕ່າງປະເທດຍົນປາກິສະຖານຕົກ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 47 ຄົນ

ຍົນປາກິສະຖານຕົກ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 47 ຄົນ

Published on

ອີງຕາມການລາຍງານຂ່າວຕ່າງປະເທດເມື່ອວັນທີ 7 ທັນວາຜ່ານມາວ່າ  ຍົນລຸ້ນ ATR-42 ຖ້ຽວບິນ KP-881 ຂອງປາກິສະຖານອິນເຕີເນຊັ່ນແນລ (PIA) ສາຍການບິນແຫ່ງຊາດຂອງປາກິສະຖານ ປະສົບອຸປະຕິເຫດໃນພື້ນທີ່ພາກເໜືອຂອງປະເທດເມື່ອວັນທີ 7 ທັນວາ 2016 ໃນຊ່ວງຕອນບ່າຍ , ຂະນະບິນສູ່ນະຄອນອິສລາມາບັດ ຈາກເມືອງຊິດຣັນ ທາງພາກເໜືອຂອງປະເທດ

ສາຍການບິນ ປາກິສະຖານອິນເຕີເນຊັ່ນແນລ ໄດ້ບອກໃນຖະແຫຼງການວ່າ ຍົນຂາດການຕິດຕໍ່ກັບຫໍຄວບຄຸມການບິນຂອງປາກິສະຖານບໍ່ດົນ ກ່ອນເກີດເຫດດັ່ງກ່າວ, ມີຜູ້ໂດຍສານ ແລະລູກເຮືອເສຍຊີວິດທັງໝົດ 47 ຄົນ ເຊິ່ງໜຶ່ງໃນນັ້ນມີ  ນັກຮ້ອງ, ນັກແຕ່ງເພງຊື່ດັງຂອງ ປາກິສະຖານ, ສຳລັບຈຸດທີ່ຕົກຢູ່ໃກ້ເມືອງ ຮາເວລຽນ ຫ່າງຈາກນະຄອນອິສລາມາບັດ ປະມານ 70 ກິໂລແມັດ, ເຊິ່ງທາງລັດຖະບານກໍໄດ້ລະດົມກູ້ໄພໄປຈຸດເກີດເຫດ

ແຫຼ່ງຂ່າວ: http://news.sanook.com/2115290/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...