spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກໄມ້ 5 ຊະນິດ ດີຕໍ່ລະບົບການໄຫຼວຽນຂອງໂລຫິດ

ໝາກໄມ້ 5 ຊະນິດ ດີຕໍ່ລະບົບການໄຫຼວຽນຂອງໂລຫິດ

Published on

 

  1. ໝາກພິລາ: ຜົນການວິໄຈໃນສາຫະລັດພົບວ່າ ໝາກພິລາສາມມາດຊ່ວຍປິ່ນປົວຜູ້ທີ່ເປັນເບົາຫວານໄດ້ ຄຸນສົມບັດຊ່ວຍກັກເກັບເຊວເມັດເລືອດແດງ ໂດຍໃຫ້ຜູ້ເປັນເບົາຫວານຈໍານວນ 10 ຄົນດື່ມນໍ້າໝາກພິລາຄັ້ນສົດວັນລະ 1 ຈອກ ເປັນເວລາ 3 ເດືອນ ຜົນອອກມາຄືຮ່າງກາຍມີລະດັບອິນຊູລິນໃນກະແສເລືອດຫຼຸດລົງ ລະບົບໄຫຼວຽນຂອງໂລຫິດເປັນປົກກະຕິຂຶ້ນ, ອາກນມຶ່ນ, ອ່ອນເພຍ ແລະຜົມຫຼົ່ນຫຼຸດລົງ ແລະຜິວພັນສົດໃສຂຶ້ນກວ່າເກົ່າ.
  2. ໝາກມັງກອນ: ອຸດົມໄປດ້ວຍໂປຣຕີນ ຈຶ່ງຊ່ວຍເຕີມຮ່ອງຮອຍຜິວໃຫ້ເຄັ່ງຕຶງ ຜົນວິໄຈພົບວ່າ ໝາກມັງກອນສີແດງດີຕໍ່ລະບົບໄຫຼວຽນຂອງໂລຫິດ ແລະມີທາດເຫຼັກຢູ່ໃນປະລິມານທີ່ເໝາະສົມສໍາຫຼັັບການສ້າງເຊວເມັດເລືອດ ນອກຈາກນີ້ ໄຟເບີຣ໌ໃນໝາກມັງກອນຍັງຊ່ວຍຟື້ນຟູຄວາມແຂງແຮງບໍລິເວນຊ່ອງຄອດ, ບັນເທົາອາການລົງຂາວທີ່ຜິດປົກກະຕິ( ມີສີເຫຼືອງປົນໜອງ, ປົນເລືອດ ແລະມີກິ່ນເໝັນ ).
  3. ໝາກສະຕໍເບີຣີ່: ດ້ວຍຄຸນສົມບັດຂອງວິຕາມິນຢູ່ໃນໝາກສະຕໍເບີຣີ່ ຊ່ວຍບໍາລຸງເຊວເມັດເລືອດແດງ ເມັດນ້ອຍໆທີ່ນໍາໝາກສະຕໍເບີຣີ່ຊ່ວຍລໍາລຽງອອກຊີເຈນໃນຂະບວນການກໍາຈັດເລືອດເສຍ.
  4. ໝາກກ້ວຍ: ຄຸນສົມບັດຂອງແຮ່ທາດແມກນີຊຽມທີ່ອຸດົມຢູ່ໃນໝາກກ້ວຍ ຊ່ວຍບໍາລຸງຜິວທີ່ຂາວແບບຈາງໆໃຫ້ກັບມາເປັ່ງປັ່ງເບິ່ງຄືມີເລືອດ ຈາກຜົນການວິໄຈໃນ American Journal of Epidemiology ເຜີຍວ່າການບໍລິໂພກໝາກກ້ວຍເປັນປຈໍາທຸກວັນສົ່ງຜົນຕໍ່ສຸຂະພາບເລືອດຄື ຊ່ວຍຫຼຸດຄວາມສ່ຽງພະຍາດມະເຮັງເມັດເລືອດຂາວ ໂດຍສະເພາະໃນເດັກນ້ອຍຊ່ວງ 0-2 ປີ.
  5. ໝາກແຕງໂມ: ຈາກການວິໄຈຂອງມະຫາວິທະຍາໄລເນຣາດາໃນສາຫະລັດເຜີຍວ່າ ຫາກກິນໝາກແຕງໂມພຽງເຄິ່ງໜ່ວຍຕໍ່ວັນດີຕໍ່ລະບົບໄຫຼວຽນຂອງໂລຫິດ ເພາະກົດອະມິໂນອາຣ໌ຈີໂນ ທີ່ຮ່າງກາຍປ່ຽນໃຫ້ເປັນສານໃນຕິກອອກໄຊດ໌ ເຮັດໃຫ້ເລືອດສົມບູນຂຶ້ນເຖິງຮ້ອຍລະ 22 ຈຶ່ງຊ່ວຍປ້ອງກັນພາວະກ້າມຊີ້ນຫົວໃຈຕາຍ ແລະພາວະຫຼອດເລືອດແຂງຕົວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...