spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7 ນິໄສ ທີ່ທໍາລາຍສະໝອງຂອງຄົນ

7 ນິໄສ ທີ່ທໍາລາຍສະໝອງຂອງຄົນ

Published on

ສະໝອງເປັນອະໄວຍະວະທີ່ສຳຄັນໃນການຄວບຄຸມການເຮັດວຽກຂອງຮ່າງກາຍ ຫາກສະໝອງໄດ້ຮັບການກະທົບກະເທືອນ ຈະເຮັດໃຫ້ຮ່າງກາຍບໍ່ສາມາດເຮັດວຽກໄດ້ຢ່າງປົກກະຕິ ເຮົາຈຶ່ງຄວນຮັກສາສະໝອງໃຫ້ຢູ່ໃນສະພາບດີ ແລະຝຶກໃຫ້ສະໝອງສະຫຼາດຢູ່ສະເໝີ ເພື່ອເຮັດໃຫ້ຊີວິດມີຄວາມສຸກ

  1. ພັກຜ່ອນບໍ່ພຽງພໍ: ຫຼາຍຄັ້ງທີ່ເຮົາຕິດເປັນນິໄສເຊິ່ງທຳລາຍສະໝອງເຊັ່ນ: ການນອນຫຼັບບໍ່ພຽງພໍ ເຊິ່ງເປັນສາເຫດເຮັດໃຫ້ມັກລືມ, ເປັນພະຍາດຄວາມຈຳເສື່ອມ
  2. ໃຊ້ເວລາຢູ່ຄົນດຽວດົນເກີນໄປ: ຖ້າຫາກມັກຢູ່ຄົນດຽວ ແລະປ່ອຍໃຫ້ຕົນເອງເຫງົາ ຈະເປັນຜົນຮ້າຍຕໍ່ສະໝອງ ດັ່ງນັ້ນ ເຮົາຄວນມີໝູ່ ເພື່ອຈະໄດ້ເວົ້າລົມນຳກັນ ເພື່ອເຮັດໃຫ້ສະໝອງປອດໂປ່ງ
  3. ກິນອາຫານທີ່ບໍ່ມີປະໂຫຍດຫຼາຍເກີນໄປ: ໜ້າທີ່ສ່ວນໜຶ່ງຂອງສະໝອງຄືການເຊື່ອມໂຍງຄວາມຈຳ ແລະການຮຽນຮູ້ ສຸຂະພາບຈິດຂອງຄົນທີ່ກິນອາຫານບໍ່ມີປະໂຫຍດເຊັ່ນ: ແຮມເບີເກີ, ໝາກມັນຈືນ, ເຄື່ອງດື່ມໂຊດາຕ່າງໆ ຈະທຳລາຍສະໝອງໄດ້ຫຼາຍກວ່າຄົນທີ່ກິນອາຫານທີ່ມີສຸຂະພາບເຊັ່ນ: ສາລີ, ຖົ່ວ, ຜັກ
  4. ໃສ່ສາຍສະເບົ້າຕະຫຼອດ: ເມື່ອເຮົາໃສ່ສາຍສະເບົ້າແລ້ວເປີດເພງດັງໆ ສຽງນັ້ນຈະເຂົ້າໄປທຳລາຍສະໝອງ ແລະຫູໄດ້, ຍັງເຮັດໃຫ້ເກີດພະຍາດສະໝອງເສື່ອມ ຫຼືສູນເສຍເຊວຕ່າງໆໃນສະໝອງ
  5. ສູບຢາ: ຈະເຮັດໃຫ້ສະໝອງຖືກທຳລາຍ ແລະເຮັດໃຫ້ຄວາມຈຳເສື່ອມ, ຍັງເປັນສາເຫດຂອງພະຍາດຫົວໃຈ, ພະຍາດເບົາຫວານ, ເສັ້ນເລືອດໃນສະໝອງແຕກ ແລະຄວາມດັນເລືອດສູງອີກດ້ວຍ
  6. ກິນອາຫານຫຼາຍເກີນໄປ: ຫາກເຮົາກິນອາຫານຫຼາຍເກີນໄປ ເຖິງແມ່ນວ່າຈະເປັນອາຫານທີ່ດີ ແຕ່ຈະສົ່ງຜົນເສຍກັບສະໝອງ ເພາະສະໝອງບໍ່ສາມາດສ້າງເຄືອຂ່າຍໃນການເຊື່ອມໂຍງຄວາມຄິດ ແລະຄວາມຈຳໄດ້, ການກິນອາຫານຫຼາຍເກີນໄປ ຈະເປັນອັນຕະລາຍຕໍ່ສຸຂະພາບອີກ ເພາະການມີນໍ້າໜັກຫຼາຍ ເຮັດໃຫ້ເປັນພະຍາດຫົວໃຈ, ເບົາຫວານ ແລະພະຍາດອື່ນໆອີກ
  7. ຢູ່ບ່ອນມືດຫຼາຍເກີນໄປ: ຫາກເຮົາບໍ່ໄດ້ຮັບແສງຈາກທຳມະຊາດ ເຮົາຈະຮູ້ສຶກເຄັ່ງຄຽດ ແລະເຮັດໃຫ້ສະໝອງເຮັດວຽກຊ້າ, ນັກວິໄຈຄົ້ນພົບວ່າ ແສງຕາເວັນ ສາມາດເຮັດໃຫ້ສະໝອງຂອງຄົນເຮົາດີຂຶ້ນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...