Homeນານາສາລະໝາກສີດາ ຊ່ວຍຕ້ານອະນຸມູນອິດສະລະ ແລະຫຼຸດຄວາມສ່ຽງມະເຮັງ

ໝາກສີດາ ຊ່ວຍຕ້ານອະນຸມູນອິດສະລະ ແລະຫຼຸດຄວາມສ່ຽງມະເຮັງ

Published on

ໝາກສີດາ ເປັນໝາກໄມ້ທີ່ອຸດົມດ້ວຍວິຕາມິນ ແລະແຮ່ທາດຫຼາຍຊະນິດ, ເປັນໝາກໄມ້ທີ່ມີວິຕາມິນຊີຫຼາຍທີ່ສຸດໃນບັນດາໝາກໄມ້, ໝາກສີດາ 165 ກຣາມ ຈະມີວິຕາມິນຊີຫຼາຍເຖິງ 377 ມິນລີກຣາມ ເຊິ່ງຖືວ່າຫຼາຍທີ່ສຸດ

  1. ຊ່ວຍປ້ອງກັນ ແລະຫຼຸດຄວາມສ່ຽງເປັນມະເຮັງ
  2. ມີສານຕ້ານອະນຸມູນອິດສະລະຫຼາຍ ຊ່ວຍການຢັບຢັ້ງການແກ່ກ່ອນໄວ ແລະສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ
  3. ຊ່ວຍບຳລຸງຜິວໃຫ້ສົດໃສ, ປົກປ້ອງຜິວຈາກອະນຸມູນອິດສະລະ ແລະເປັນໝາກໄມ້ທີ່ຊ່ວຍຫຼຸດນໍ້າໜັກໄດ້ດີ
  4. ຊ່ວຍຫຼຸດໄຂມັນໃນເລືອດ ແລະປິ່ນປົວພະຍາດຄວາມດັນເລືອດສູງ
  5. ຊ່ວຍປິ່ນປົວພະຍາດເບົາຫວານ ແລະອາການຜິດປົກກະຕິຂອງຫົວໃຈ
  6. ໃບໃຊ້ໃນການດັບກິ່ນປາກ ດ້ວຍການຫຍໍ້າໃບແລ້ວຄາຍຖິ້ມ
  7. ໝາກອ່ອນຊ່ວຍບຳລຸງເຫືອກ ແລະແຂ້ວ
  8. ໃຊ້ກິນເປັນຢາລະບາຍ ແລະຫຼຸດອາການທ້ອງຜູກ
  9. ຊ່ວຍລ້າງສານພິດໃນຮ່າງກາຍ
  10. ຊ່ວຍດັບກິ່ນຈາກແມງໄມ້ ແລະຊາກໜູຕາຍ ດ້ວຍການໃຊ້ໝາກສຸກ 2-3 ໜ່ວຍ ປະໄວ້ໃນບ່ອນທີ່ມີກິ່ນ ກິ່ນດັ່ງກ່າວກໍຈະຄ່ອຍຫາຍໄປ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...