spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຫື່ອອອກມື ສາມາດບົ່ງບອກອາການພະຍາດໄດ້

ເຫື່ອອອກມື ສາມາດບົ່ງບອກອາການພະຍາດໄດ້

Published on

ພະຍາດທີ່ເຮັດໃຫ້ເຫື່ອອອກຫຼາຍໄດ້ແກ່:

  1. ພະຍາດຄຽດ: ລັກສະນະຂອງເຫື່ອທີ່ອອກຫຼາຍບໍລິເວນຝ່າມື, ຝາຕີນ ແລະໜ້າຜາກ ອາດຈະມີອາການອື່ນໆຮ່ວມດ້ວຍເຊັ່ນ ໃຈສັ່ນ, ຊີບພະຈອນເຕັ້ນໄວ ແລະມືສັ່ນ.
  2. ຕ່ອມໄທລອຍເປັນພິດ: ຈະມີເຫື່ອຊຶມອອກມາທົ່ວໂຕ ແລະບໍລິເວນຝ່າມືທັ້ງ 2 ຂ້າງ ອາດມີອາການງຸດງິດ, ມືສັ່ນ, ຕົກໃຈງ່າຍ, ຕາໂປ-ຜົມຫຼົ່ມ ແລະຫິວນໍ້າຕະຫຼອດ.
  3. ວັນນະໂຣກ: ເຫື່ອອອກຫຼາຍທົ່ວຕົນໂຕ ໃນເວລາກາງຄືນ ສະລັບກັບມີອາການໄອຊໍ້າເຮື້ອພ້ອມ.
  4. ພະຍາດເບົາຫວານ: ຈະມີເຫື່ອຊຶຶມທົ່ວຕົນໂຕ ໂດຍສະເພາະຝ່າມື, ຝາຕີນ, ໃຈສັ່ນ,​ ເມື່ອຍຫອບຄ້າຍຄືວ່າຊິເປັນລົມ.
  5. ພະຍາດຫົວໃຈ: ຈະມີອາການເຫື່ອອອກ, ໃຈສັ່ນ, ເມື່ອຍຫອບຂະນະອອກກໍາລັງກາຍ ຫາກມີອາການແໜ້ນໜ້າເອິກ, ເຫື່ອອອກຕາມນີ້ວມື, ນີ້ວຕີນທຸກຄັ້ງທີ່ອອກກໍາລັງກາຍ ມີຄວາມສ່ຽງເປັນພະຍາດຫົວໃຈສູງ.
  6. ພາວະໃກ້ໝົດປະຈໍາເດືອນ: ຄົນທີ່ໃກ້ຈະໝົດປະຈໍາເດືອນ ສະໝອງຈະຫຼັ່ງຮອກໂມນເພດຍິງໜ້ອຍລົງ ເຮັດໃຫ້ເຫື່ອອອກຫຼາຍໃນເວລາກາງຄືນ

ເຖິງແມ່ນວ່າອາການເຫື່ອອອກຫຼາຍຈະບົ່ງບອກອາການຂອງພະຍາດໄດ້ ແຕ່ກໍຕ້ອງມີປັດໄຈອື່ນໆຮ່ວມດ້ວຍ ຫາກມີອາການເຫື່ອອອກຫຼາຍຜິດປົກກະຕິຄວນເບິ່ງສຸຂະພາບ ຫາວິທີປ້ອງກັນ ແລະໄປພົບແພດໝໍເພື່ອກວດສອບຮ່າງກາຍ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...