spot_img
Homeນານາສາລະກິນໝາກອຶໜຶ້ງ ວັນລະ 2-3 ຕ່ອນ ຊ່ວຍບໍາລຸງຕັບ ໝາກໄຂ່ຫຼັງ ແລະຕ້ານຄວາມຊະລາ

ກິນໝາກອຶໜຶ້ງ ວັນລະ 2-3 ຕ່ອນ ຊ່ວຍບໍາລຸງຕັບ ໝາກໄຂ່ຫຼັງ ແລະຕ້ານຄວາມຊະລາ

Published on

ໝາກອຶ ນອກຈາກເຮົາຈະເອົາມາປຸງແຕ່ງອາຫານແລ້ວ ໝາກອຶຍັງມີລິດເປັນຢາໄດ້ດ້ວຍ ເພາະໃນໝາກອຶມີວິຕາມິນຫຼາຍຊະນິດ ສາມາດປ້ອງກັນ ແລະປິ່ນປົວໄດ້ຫຼາຍພະຍາດເຊັ່ນ: ພະຍາດເບົາຫວານ, ພະຍາດຄວາມດັນເລືອດສູງ, ພະຍາດຕັບ ແລະໝາກໄຂ່ຫຼັງ.

  1. ໝາກອຶມີສານຕໍ່ຕ້ານອະນຸມຸນອິດສະລະທີ່ມີສ່ວນຊ່ວຍໃນການຕ້ານຄວາມແກ່ຊະລາ.
  2. ຊ່ວຍບໍາລຸງສຸຂະພາບຜິວ ໃຫ້ເປັ່ງປັ່ງສົດໃສ ແລະຊ່ວຍປົກປ້ອງຜິວບໍ່ໃຫ້ຫ່ຽວຍານ.
  3. ໝາກອຶມີເບຕ້າແຄໂຣທີນສູງ ຊ່ວຍບໍາລຸງ ແລະປິ່ນປົວສາາຍຕາ
  4. ສາມາດກະຕຸ້ນການລັ່ງອິນຊູລິນ ແລະຊ່ວຍຫຼຸດລະດັບນໍ້າຕານໃນເລືອດໄດ້.
  5. ສາມາດຄວບຄຸມຄວາມດັນໂລຫິດ, ບໍາລຸງຕັບ, ບໍາລຸງໝາກໄຂ່ຫຼັງ, ບໍາລຸງດວງຕາ ແລະສ້າງເຊວໃຫມ່ທົດແທນເຊວເກົ່າທີ່ເສື່ອມສະພາບ.
  6. ໃນໝາກອຶມີຄໍລາເຈນຕາມທໍາມະຊາດ ຈຶ່ງຊ່ວຍສ້າງ ຄໍລາເຈນໃຕ້ຜິວໜັງຊ່ວຍເຮັດໃຫ້ຜິວໜັງຜ່ອງໃສ
  7. ມີກົດໂປຣໄພໂອນິ ຊຶ່ງມີສ່ວນເຮັດໃຫ້ເຊວມະເຮັງອ່ອນແອລົງ
  8. ໃຫ້ພະລັງງານຕໍ່າ, ໄຂມັນໜ້ອຍ ທີ່ເໝາະແກ່ຄົນທີ່ຕ້ອງການຄວບຄຸມນໍ້າໜັກ
  9. ປ້ອງກັນການເກີດນິ້ວ ເພາະໃນໝາກອຶມີສານຄິວເຄີຣ໌ບິຕິນ ມີລິດຊ່ວຍຂັບປັດສະວະ ສາມາດປ້ອງກັນການເກີດພະຍາດນິ້ວໄດ້
  10. ໝາກອຶມີລິດອຸ່ນ ຊຶ່ງຈະຊ່ວຍຍ່ອຍອາຫານໄດ້ເປັນຢ່າງດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...