Homeສຸຂະພາບ ແລະ ສີ່ງແວດລ້ອມ11 ນິໄສກ່ອນເຂົ້ານອນທີ່ຄວນຫຼີກລ່ຽງ ເພາະສ່ຽງຕໍ່ປັນຫາສຸຂະພາບຢ່າງຮ້າຍແຮງ

11 ນິໄສກ່ອນເຂົ້ານອນທີ່ຄວນຫຼີກລ່ຽງ ເພາະສ່ຽງຕໍ່ປັນຫາສຸຂະພາບຢ່າງຮ້າຍແຮງ

Published on

 

  1. ຢຸດດື່ມນໍ້າກ່ອນເຂົ້ານອນ: ຄວນດື່ມນໍ້າພາຍໃນ 1-2 ຊົ່ວໂມງກ່ອນເຂົ້ານອນ ເພາະອາດຕ້ອງຕື່ນຂຶ້ນມາ 2-3 ຄັ້ງເພື່ອໄປເຂົ້າຫ້ອງນໍ້າ.
  2. ຫຼີກລ່ຽງການນອນເວັນ: ຫາກນອນເວລາກາງເວັນຈົນເປັນກິດຈະກໍາປະຈໍາ ສະໝອງຈະຈື່ ແລະເຮັດຕາມນັ້ນ.
  3. ເກັບມ້ຽນເຄື່ອງມືເອເລັກໂຕນິກທັງໝົດກ່ອນເຂົ້ານອນ ຖ້າບໍ່ເກັບມ້ຽມ ຫຼືຫາກຍັງນໍາໃຊ້ສິ່ງດັ່ງກ່າວຈະລົບກວນສະໝອງໄດ້
  4. ຖ້າຫາກມີນິໄສມັກອ່ານໜັງສືໃນເວລາຈະເຂົ້ານອນ ໃຫ້ພະຍາຍາມຫຼີກລ່ຽງ ຫຼືໃຫ້ອ່ານພຽງເລັກໜ້ອຍ
  5. ຫຼີກລ່ຽງການໃຊ້ໂມງປຸກທີ່ມີສຽງແຮງເກີນໄປ ເພາະມັນຈະໄປລົບກວນສະໝອງ ແລະເຮັດໃຫ້ນອນຫຼັບຍາກຂຶ້ນ
  6. ຄວນກິນອາຫານແລງຢ່າງໜ້ອຍ 2 ຊົ່ວໂມງກ່ອນເຂົ້ານອນ
  7. ຫຼັງອອກກໍາລັງກາຍມາ ຢ່າງໜ້ອຍ 3 ຊົ່ວໂມງຈຶ່ງເຂົ້ານອນ
  8. ໃນເວລານອນບໍ່ຄວນປະໃຫ້ຕີນເຢັນເກີນໄປ
  9. ເຮັດໃຫ້ຮ່າງກາຍຮູ້ສຶກເຖິງການນອນຫຼັບໃນເວລາການຄືນ ໂດຍເລີ່ມກໍາໝົດແບບແຜນດ້ວຍການໄປເຂົ້າຫ້ອງນໍ້າ, ຖູແຂ້ວ ແລະລ້າງໜ້າ ເພື່ອໃຫ້ຮ່າງກາຍກຽມພ້ອມທີ່ຈະພັກຜ່ອນ
  10. ບໍ່ດື່ມກາເຟຢ່າງໜ້ອຍ 4 ຊົ່ວໂມງກ່ອນນອນ
  11. ເລືອກນອນໃນທ່າທີ່ສະບາຍທີ່ສຸດ ຍົກເວັ້ນຖ້າຫາກມີອາການເຈັບຫຼັງ ແລະບ່າໄຫຼ່ ແມ້ກະທັ່ງຄໍ ຄວນນອນໃນທ່າສະແຄງຂ້າງເພື່ອກະເພາະອາຫານ ແລະຫຼັງ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...