spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ພະຍາດຮ້າຍຖາມຫາ ຫາກບໍ່ກິນອາຫານເຊົ້າ

5 ພະຍາດຮ້າຍຖາມຫາ ຫາກບໍ່ກິນອາຫານເຊົ້າ

Published on

ອາຫານເຊົ້າເປັນອາຫານທີ່ຫຼາຍໆຄົນມັກລະເລີຍຢູ່ຕະຫຼອດ ຈົນຕິດເປັນນິໄສ ຂໍໃຫ້ຮີບປັບປ່ຽນພຶດຕິກໍາໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍໄດ້ເຊັ່ນ:

  1. ພະຍາດອ້ວນ ( ຕຸ້ຍ ) ເພາະຖ້າເຮົາບໍ່ກິນອາຫານເຊົ້າ ລະບົບເຜົາຜານຈະທໍາງານຊ້າລົງ, ຫິວຢູ່ຕະຫຼອດ ຄວາມຫິວຈາກທີ່ບໍ່ກິນຕອນເຊົ້າກໍຈະໄປລົງກັບມື້ອື່ນໆ ເຮັດໃຫ້ກິນຫຼາຍເກີນກວ່າຮ່າງກາຍຕ້ອງການ ຈະເຮັດໃຫ້ອ້ວນ.
  2. ພະຍາດເບົາຫວານ: ອາຫາເຊົ້າສໍາຄັນສຸດ ຮ່າງກາຍຕ້ອງການຫຼາຍ ເພາະຮ່າງກາຍຕ້ອງການພະລັງງານ ແລະສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາາດຫຼຸດພາວະຜິດປົກກະຕິຂອງຮອກໂມນອິນຊູລິນ ຊຶ່ງຖືເປັນສາເຫດຂອງການເກີດພະຍາດເບົາຫວານກວ່າ 40-50% ດັ່ງນັ້ນ ບໍ່ພຽງສະເພາະຜູ້ສູງອາຍຸ ແຕ່ທຸກໄວບໍ່ຄວນລະເລີຍອາຫານເຊົ້າ.
  3. ພະຍາດກົດໄຫຼກັບ: ກະເພາະອາຫານຂອງເຮົາເມື່ອເຖິງເວລາ ມັນກໍຈະຫຼັ່ງນໍ້າຍ່ອຍອອກມາເພື່ອຍ່ອຍອາຫານຕາມເວລາປົກກະຕິ ແຕ່ຖ້າຫາກເຮົາກັບອົດອາຫານເຊົ້າ ບໍ່ຍ່ອມກິນ ນໍ້າຍ່ອຍເຫຼົ່ານັ້ນກໍຈະບໍ່ໄດ້ທໍາງານ ແລະຖືກຂັງຢູ່ໃນຮ່າງກາຍຂອງເຮົາ ເຮັດໃຫ້ຫຼອດອາຫານ ແລະເຍື່ອຫຸ້ມກະເພາະອາຫານເກີດຄວາມລະຄາຍເຄືອງ ຍິ່ງເຮົາປະໃຫ້ເວລາຜ່ານໄປດົນຫຼາຍຂຶ້ນ ກົດນໍ້າຍ່ອຍເຫຼົ່ານັ້ນກໍອາດຈະກັບຈາກຫຼອດອາຫານຂຶ້ນໄປເຖິງຄໍຫອຍໄດ້.
  4. ພະຍາດອັນໄຊເມີຣ໌: ບໍ່ກິນເຂົ້າແຕ່ກ່ຽວຫຍັງກັບສະໝອງ? ກໍເພາະວ່ານໍາຕານໃນເລືອດເປັນນອາຫານສໍາຄັນສໍາຫຼັບສະໝອງ ຫຼັງຈາກຕື່ນນອນ ຮ່ງກາຍເຮົາບໍ່ໄດ້ຮັບສານອາຫານມາເປັນເວລາດົນກວ່າ 10-12 ຊົ່ວໂມງ ຖ້າເຮົາບໍ່ກິນເຂົ້າເຊົ້າອີກ ຈະເຮັດໃຫ້ນໍ້າຕານໃນເລືອດຕໍ່າລົງ ເຮັດໃຫ້ມີນໍ້າຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຊົງຈໍາທໍາງານບໍ່ເຕັມທີ່ ຊ້າ ແລະເສື່ອມລົງໄປນັ້ນເອງ.
  5. ພະຍາດຫົວໃຈ ແລະຫຼອດເລືອດ: ເມື່ອບໍ່ໄດ້ກິນອາຫານເຊົ້າຈົນຕິດເປັນນິໄສ ຈະເຮັດໃຫ້ຕຸ້ຍ, ເບົາຫວານ ແລະອີກຫຼາຍໆພະຍາດ ເມື່ອພະຍາດດັ່ງກ່າວມາເຢືອນ ປະລິມານຄໍເລດເຕີລອຍໃນຮ່າງກາຍກໍຈະສູງຂຶ້ນ ເຮັດໃຫ້ມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈ ແລະຫຼອດເລືອດຕາມມາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...