spot_img
Homeປະເພນີ-ວັດທະນະທຳຄວາມໝາຍຄຳວ່າ "ນາກ"

ຄວາມໝາຍຄຳວ່າ “ນາກ”

Published on

ຜູ້ທີ່ຈະບວດເປັນພະພິກຂຸນັ້ນເພິ່ນເອີ້ນວ່າ: ນາກ  ແປຕາມ ຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດຜູ້ບໍ່ມີບາບໝາຍຄວາມວ່າຜູ້ທີ່ຈະບວດນັ້ນເປັນຜູ້ບໍລິສຸດຜຸດຜ່ອງ.

ສະໄໝກ່ອນຊາຍພະເນຈອນເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າສູ່ຟັງວ່າ: ກ່ອນຈະເອີ້ນວ່ານາກນັ້ນໄດ້ມີຕໍານານກ່າວໄວ້ວ່າຍັງມີພະຍານາກຕົນໜຶ່ງມີຄວາມເຫຼື້ອມໃສໃນພະພຸດທະສາສະໜາແລ້ວປອມກາຍເປັນມະນຸດມາບວດແຕ່ໃນເມື່ອພະພິກຂຸຕົນນັ້ນນອນຫຼັບໄປຮ່າງກາຍກໍເລີຍກາຍເປັນນາກ, ເມື່ອພິກຂຸທັງຫຼາຍເຫັນແນວນັ້ນຈິ່ງໄດ້ນໍາເອົາເລື່ອງດັ່ງກ່າວນັ້ນເຂົ້າໄປທູນແດ່ພະພຸດທະເຈົ້າເມື່ອພະພຸດທະອົງຊົງສອບຖາມເຫັນເປັນຄວາມຈິງ ຈິ່ງໄດ້ໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າເຈົ້າເປັນສັດເດຍລະສານຈະມາບວດໃນພະພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກມີຄວາມອາໄລໃນເພດບວດຫຼາຍທີ່ສຸດຈິ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງແມ່ນວ່າຈະບໍ່ໄດ້ຄອງເພດເປັນສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດທີ່ຈະເຂົ້າມາບວດໃນພະພຸດທະສາສະໜານັ້ນຂໍໃຫ້ເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບຕັ້ງແຕ່ນັ້ນມາຈິ່ງໄດ້ເອີ້ນວ່າ: ນາກ.

– ປະເພນີໃນການເຄນນາກແຕ່ຄາວກ່ອນນັ້ນ, ກ່ອນຈະເຖິງມື້ ບວດ 15 ມື້ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຫຼື ວ່າເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາເອົາຜູູູູູູ້ທີ່ຈະບວດນັ້ນໄປວັດແລ້ວເຄນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວັດວິໄນສົງອື່ນໆທີ່ຈໍາເປັນເພື່ອຈະໄດ້ນໍາໃຊ້ໃນເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນນັ້ນເອີ້ນວ່າ: ເຄນນາກ. ພໍພະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.

– ປະເພນີໃນການປ່ອຍນາກ ນັ້ນ, ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແດ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພິ່ນເປີດໂອກາດໃຫ້ນາກນັ້ນໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫຼື ໄປຂໍຂະມາລາໂທດຕໍ່ຜູ້ຫຼັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫຼອດຈົນການຊໍາລະໜີ້ສິນເພື່ອວ່າບວດແລ້ວຈະບໍ່ໄດ້ກັງວົນໃນເວລາບໍາເພັນສະມະນະທໍາ ຫຼື ວຽກງານຂອງສາດສະໜາອື່ນໆການເຮັດແນວນັ້ນເອີ້ນວ່າ: ການປ່ອຍ ນາກ.

– ກອງບວດໄດ້ແກ່ກອງບຸນທີ່ປະກອບດ້ວຍສະມະນະບໍລິຂານຂອງພະຜູ້ທີ່ບວດໃໝ່ນັ້ນເອງການບວດນັ້ນ, ເພິ່ນນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫຼອງ ແລະ ໃຫ້ຍາດຕິພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າໃນກໍລະນີກອງບວດມີຫຼາຍໆກອງຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫຼື ຢູ່ບ່ອນໃດບ່ອນໜຶ່ງທີ່ສະດວກ ແລະ ເໝາະສົມ, ທັງນີ້ກໍເພື່ອຄວາມສະດວກໃນການນິມົນພະສົງມາໃນພິທີ. ການປະກອບພິທີຕັ້ງບຸນຕອນແລງເວລາ 4-5 ໂມງ ມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບ ງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກຈາກນັ້ນຈິ່ງມີການແຫ່ກອງບວດ.

– ປະເພນີໃນການແຫ່ນາກນັ້ນແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍແຫ່ກັນໄປດ້ວຍການຍ່າງ, ການແຫ່ດ້ວຍມ້ານັ້ນຄົງຖື ກັນວ່າຕອນເຈົ້າຊາຍສີທັດຖະອອກບວດນັ້ນກໍໄດ້ຂີ່ມ້າກັນຖະກະສະເດັດອອກໄປ, ຖ້າຕັ້ງກອງຢູ່ບ້ານກໍແຫ່ແຕ່ບ້ານໄປຫາວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມສິມນັ້ນໂລດ.

ກ່ຽວກັບຄວາມໝາຍ, ປະຫວັດຄວາມເປັນມາ, ພິທີການບວດ ແລະ ການແຫ່ນາກຕ່າງໆທີ່ໄດ້ກ່າວມານັ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບຄົນລາວຊາວພຸດທຸກຄົນທີ່ພວກເຮົາບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນອະນຸລັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກໃຫ້ຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນເອົາໄວ້ເພື່ອສືບທອດໃຫ້ຄົນລຸ້ນໃໝ່ຕໍ່ໆກັນໄປ.

 

ທີ່ມາຈາກ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...

ຄືບໜ້າ 70 % ການສ້າງທາງປູຢາງ ແຍກທາງເລກ 13 ໃຕ້ ຫາ ບ້ານປຸງ ເມືອງຫີນບູນ

ວັນທີ 18 ທັນວາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການກ່ຽວຂ້ອງຂອງແຂວງຈໍານວນໜຶ່ງ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ...