spot_img
Homeເກັບຕົກ-ເລື່ອງແປກຄອບຄົວຊາວຈີນ ປ່ອຍເດັກຖ່າຍໜັກເທິງເບາະໂດຍສານ ສົ່ງກິ່ນເໝັນກຸ້ມຕະຫຼອດເສັ້ນທາງ!

ຄອບຄົວຊາວຈີນ ປ່ອຍເດັກຖ່າຍໜັກເທິງເບາະໂດຍສານ ສົ່ງກິ່ນເໝັນກຸ້ມຕະຫຼອດເສັ້ນທາງ!

Published on

0
(ພາບປະກອບຂ່າວ)

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກໍລະກົດນີ້ວ່າ ຜູ້ໂດຍສານເທິງເຮືອບິນຂອງ

ສາຍການບິນເດລຕ້າ ແອຣ໌ລາຍ ເສັ້ນທາງແຕ່ນະຄອນຫຼວງປັກກິ່ງ ໄປເມືອງດີທຣອຍ

ສະຫະລັດອາເມລິກາ ຕ້ອງທົນສູດດົມກິ່ນບໍ່ເພິ່ງປະສົງໄປຕະຫຼອດທາງ ຫຼັງຈາກຄອບຄົວ

ຊາວຈີນ ປອ່ຍໃຫ້ລູກນ້ອຍຂອງຕົນເອງຖ່າຍໜັກໃສ່ເທິງຕັ່ງນັ່ງຂອງເຮືອບິນ ໂດຍໃຊ້ໜັງ

ສືພິມປູໃຫ້ ແລະ ບໍ່ຍອມພາໄປຫ້ອງນ້ຳ ເຖິງແມ່ນວ່າລູກເຮືອ ແລະ ຜູ້ໂດຍສານຫຼາຍຄົນພະ

ຍາຍາມອ້ອນວອນແລ້ວກໍຕາມ.

 

ເຫດການດັ່ງກ່າວນີ້ ກໍ່ໃຫ້ເກີດສຽງຮຽກຮ້ອງຢ່າງຫຼວງຫຼາຍ ເນື່ອງຈາກກິ່ນຂອງມັນໄດ້ລອຍ

ກຸ້ມໄປທົ່ວທັງຫ້ອງໂດຍສານ ໃນຂະນະທີ່ຜູ້ໂດຍສານຊາວຈີນຄົນໜຶ່ງທີ່ຢູ່ເທິງເຮືອບິນລຳດັ່ງ

ກ່າວໄດ້ເວົ້າວ່າ ເຖິງແມ່ນຈະມີການຂໍຮ້ອງຈາກຜູ້ໂດຍສານ ແລະ ພະນັກງານຕ້ອນຮັບເທິງ

ເຮືອບິນ ໃຫ້ພາເດັກໄປເຂົ້າຫ້ອງນ້ຳແລ້ວກໍຕາມ, ແຕ່ປຸ່ ແລະ ຍ່າຂອງເດັກທີ່ເດີນທາງມານຳ

ກັນ ຕ່າງກໍຢືນຢັນທີ່ຈະໃຫ້ເດັກຂັບຖ່າຍເທິງຕັ່ງນວມຂອງຜູ້ໂດຍສານ ເຊິ່ງພາຍຫຼັງເດັກໄດ້

ເຮັດວຽກສ່ວນໂຕຂອງເຂົາສຳເລັດແລ້ວ ກິ່ນກໍ່ຄ່ອຍໆທະຍານຂຶ້ນ ກະຈາຍໄປທົ່ວຫ້ອງໂດຍ

ສານ ສ້າງຄວາມທໍລະມານໃຫ້ແກ່ຜູ້ໂດຍສານຄົນອື່ນໆ.

 

ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງອາທິດທີ່ຜ່ານມາ ໂດຍທາງສາຍການບິນ ເດລຕ້າ ແອຣ໌

ລາຍ ກໍຍັງບໍ່ທັນອອກມາໃຫ້ຄວາມເຫັນໃດໆຕໍ່ເລື່ອງດັ່ງກ່າວນີ້ເທື່ອ.

 

 

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...