spot_img
Homeຂ່າວເຫດການມອບລາງວັນ ໃຫ້ຜູ້ຊະນະເລີດການແຂ່ງຂັນອອກແບບຖັງນ້ຳ

ມອບລາງວັນ ໃຫ້ຜູ້ຊະນະເລີດການແຂ່ງຂັນອອກແບບຖັງນ້ຳ

Published on

ໃນວັນທີ 30 ພະຈິກ ຜ່ານມານີ້ ຢູ່ ນະຄອນຫລວງວຽງຈັນ ທ່ານ ບົວລີນ ສ້ອຍສຸວັນ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມອບລາງວັນຊະນະເລີດ ການແຂ່ງຂັນໃນການອອກແບບຖັງນ້ຳ “ນັກສ້າງສັນວັນໃໝ່” ປະກອບມີທືນໄປທັດສະນະສຶກສາຢູ່ປະເທດມາເລເຊຍ 5 ມື້ , IPad 4mini , ເງິນຈຳນວນ 6 ແສນກີບ ແລະ ໃບຢັ້ງຢືນ ໃຫ້ແກ່ກຸ່ມນັກສຶກສາຄື : ທ. ອະນຸສອນ ສີສຸດທຳ , ທ. ສຸຜາໄຊ ໄຊຍະວົງ, ທ. ນູສິນ ນາມມານິນິນ ຈາກຄະນະວິຊະວະກຳສາດ , ນອກນີ້ ຍັງໄດ້ມອບລາງວັນຮອງຊະນະເລີດ ປະກອບມີ IPad 4mini , ເງິນຈຳນວນ 6 ແສນກີບ ແລະ ໃບຢັ້ງຢືນ ໃຫ້ແກ່ກຸ່ມນັກສຶກສາຄື : ທ. ເລິງ ສຸພາລີ ແລະ ທ. ພອນໄຊ ຈັນທະວີ

%e0%ba%a1%e0%ba%ad%e0%ba%9a%e0%ba%a5%e0%ba%b2%e0%ba%87%e0%ba%a7%e0%ba%b1%e0%ba%99%e0%ba%99

ທ່ານ ບົວລີນ ສ້ອຍສຸວັນ ໄດ້ກ່າວວ່າ : ຈຸດປະສົງໃນການຈັດງານຄັ້ງນີ້ ເພື່ອຊ່ວຍສ້າງບັນດານັກສ້າງສັນວັນໃໝ່ສຳລັບປະເທດລາວ , ໂດຍຜູ້ເຂົ້າຮ່ວມແຂ່ງຂັນ ຈະໄດ້ປ່ຽນສະພາບຖັງໃສ່ນ້ຳທີ່ບໍ່ໃຊ້ງານແລ້ວໃຫ້ເກີດປະໂຫຍດຢູ່ໃນວິທະຍາເຂດ , ພື້ນທີ່ໃດໜຶ່ງທີ່ບໍ່ໃຊ້ງານແລ້ວ ເຊິ່ງສາມາດປ່ຽນສະພາບໃຫ້ກາຍມາເປັນບາງສິ່ງບາງຢ່າງທີ່ເປັນປະໂຫຍດ ຕາມຈິນຕະນາການ , ບໍ່ມີຂອບເຂດສຳລັບແນວຄວາມຄິດ ແລະ ຄວາມຄິດສ້າງສັນຕາບໃດທີ່ແນວຄວາມຄິດສ້າງສັນເຫລົ່ານັ້ນຕອບສະໜອງຈຸດປະສົງທີ່ເປັນປະໂຫຍດ ຂອງວິ ທະຍາດເຂດໃນ ມະຫາວິທະຍາໄລ.
ການແຂ່ງຂັນດັ່ງກ່າວ ໄດ້ດຳເນີນມາເປັນເວລາ 2 ເດືອນກວ່າ (23/9/2016) ເປັນການຮ່ວມມືກັນລະຫວ່າງ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ບອສ “BOSCH”.

ຂ່າວ: ສຳນັກຂ່າວຕ່າງປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...