spot_img
Homeຂ່າວຕ່າງປະເທດເດັກປາເລດຕິນ 9 ຄົນຖືກລະເບີດເສຍຊີວິດ ຂະນະຫຼິ້ນຊິງຊ້າ ສັງເວີຍສົງຄາມກາຊາທີ່ຍັງສືບຕໍ່ຮຸນແຮງ

ເດັກປາເລດຕິນ 9 ຄົນຖືກລະເບີດເສຍຊີວິດ ຂະນະຫຼິ້ນຊິງຊ້າ ສັງເວີຍສົງຄາມກາຊາທີ່ຍັງສືບຕໍ່ຮຸນແຮງ

Published on

Isra02_2

 

ເມື່ອວັນທີ 28 ກໍລະກົດ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ອິດສະລາແອນ ແລະ ກຸ່ມຮາມັສ

ຕ່າງກໍໂຍນຄວາມຜິດໃຫ້ກັນ ແລະ ກັນ ຫຼັງເກີດເຫດລະເບີດຂຶ້ນ ເຮັດໃຫ້ເດັກຜູ້ບໍລິສຸດຊາວປາເລດຕິນທີ່ກຳ

ລັງຫຼິ້ນຊິງຊ້າຢ່າງມ່ວນຊື່ນ ເສຍຊີວິດ 9 ລາຍ ຈາກການປະທະກັນທີ່ຍັງບໍ່ມີວີ່ແວວຈະຈົບສິ້ນ.

 

ເຫດການສຸດເລືອດເຢັນນີ້ ເກີດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ ໃນລະຫວ່າງທີ່ຊາວປາເລດຕິນກຳລັງສະຫຼອງ

ການອອກສິນອົດມື້ທຳອິດ ທີ່ລານສາທາລະນະຢູ່ສູນຜູ້ອົບພະຍົບ ທາງພາກຕາເວັນອອກສຽງເໜືອຂອງກາຊາ

ແລະ ຢູ່ໆກໍ່ມີລະເບີດຍິງມາລົງໃນບໍລິເວນຊິງຊ້າ ທີ່ມີເດັກນ້ອຍຫຼິ້ນຢູ່ ສົ່ງຜົນເຮັດໃຫ້ເດັກນ້ອຍຜູ້ບໍລິສຸດທີ່ກຳລັງ

ຫຼິ້ນຊິງຊ້າຢ່າງມ່ວນຊື່ນ ເສຍຊີວິດ 9 ລາຍ ແລະ ມີຜູ້ໃຫຍ່ອີກ 1 ລາຍ ເສຍຊີວິດຈາກເຫດການດັ່ງກ່າວນີ້ດ້ວຍ,

ນອກຈາກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກຈຳນວນໜຶ່ງ.

 

ຜູ້ເຫັນເຫດການໄດ້ເລົ່າເຖິງເຫດການສຸດສະຫຼົດໃຈວ່າ ເດັກນ້ອຍກຳລັງຫຼິ້ນຊິງຊ້າຢູ່ຢ່າງສະໜຸກສະໜານ ແລະ

ຢູ່ໆກໍເກີດລະເບີດຂຶ້ນ ບາງຄົນກໍຄໍຂາດ ບາງຄົນຂາ ແລະ ແຂນຂາດ.

 

ຢ່າງໃດກໍຕາມ ຫຼັງເກີດເຫດການ ອິດສະລາແອນ ແລະ ກອງກຳລັງຮາມັສໃນເຂດກາຊາ ຕ່າງກໍອອກມາໂທດກັນ

ແລະ ກັນ ວ່າອີກຝ່າຍເປັນຄົນຍິງລະເບີດສັງຫານເດັກຜູ້ບໍລິສຸດເຫຼົ່ານີ້ ໂດຍບໍ່ມີໃຜສະແດງຄວາມຮັບຜິດຊອບ

ຕໍ່ກັບເຫດການທີ່ເກີດຂຶ້ນເລີຍ.

 

ສຳລັບເຫດສະຫຼົດໃຈກ່ຽວກັບການສັງຫານເດັກຜູ້ບໍລິສຸດຄັ້ງນີ້ ເກີດຂຶ້ນເປັນເທື່ອທີ 2 ແລ້ວ, ນັບຕັ້ງແຕ່ອິດສະ

ລາແອນ ເປີດສາກບຸກໂຈມຕີກາຊາ ເມື່ອວັນທີ 8 ກໍລະກົດເປັນຕົ້ນມາ ໂດຍໃນກ່ອນໜ້ານີ້ ເມື່ອວັນທີ 16 ກໍລະ

ກົດຜ່ານມາ ອິດສະລາແອນ ໄດ້ຍິງລະເບີດໃສ່ຊາຍຫາດກາຊາ ເຊິ່ງມີເດັກຊາຍອາຍຸລະຫວ່າງ 9 – 11 ປີ ຫຼິ້ນເຕະ

ບານກັນຢູ່ ສົ່ງຜົນເຮັດໃຫ້ເດັກກຸ່ມດັ່ງກ່າວ ເສຍຊີວິດ 4 ລາຍ ແລະ ຫຼັງເກີດເຫດດັ່ງກ່າວ ທາງກອງທັບອິດສະ

ລາແອນໄດ້ອອກມາຂໍໂທດ ແລະ ບອກວ່າຈະສືບສວນເລື່ອງນີ້ ກ່ອນທີ່ເລື່ອງດັ່ງກ່າວຈະງຽບຫາຍໄປ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...