spot_img
Homeຂ່າວເຫດການລັດສັ່ງເຂັ້ມ 9 ຕົວເມືອງ ຂອງນະຄອນຫລວງ ໃຫ້ຂາຍຊີ້ນໝູໃນລາຄາທີ່ກຳນົດໄວ້

ລັດສັ່ງເຂັ້ມ 9 ຕົວເມືອງ ຂອງນະຄອນຫລວງ ໃຫ້ຂາຍຊີ້ນໝູໃນລາຄາທີ່ກຳນົດໄວ້

Published on

ແນໃສ່ຊຸກຍູ້ສົ່ງເສີມຜູ້ດຳເນີນທຸລະກິດການຜະລິດ, ຜູ້ຊື້-ຜູ້ຂາຍ ທັງເປັນການປົກປ້ອງສິດຜົນປະໂຫຍດຕໍ່ຜູ້ຊົມໃຊ້ໃຫ້ມີຄວາມຍຸຕິທຳບົນພື້ນຖານກົນໄກຕະຫຼາດ ແລະຫຼີກເວັ້ນການເອົາລັດເອົາປຽບກັນລະຫວ່າງຜູ້ຊື້-ຜູ້ຂາຍ
ແລະທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ລັດກໍຄືພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ ຈິ່ງໄດ້ອອກແຈ້ງການໃຫ້ 9 ຕົວເມືອງໃນນະຄອນຫຼວງເອົາໃຈໃສ່ປະຕິບັດການຈຳໜ່າຍລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູໃຫ້ຢູ່ໃນລາຄາທີ່ກຳນົດໃຫ້.

ໃນແຈ້ງການຂອງທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນ ໄດ້ລະບຸວ່າ: ເພື່ອຮັບປະກັນໃຫ້ແກ່ການຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນທຸລະກິດການຜະລິດ ກໍຄືຫົວໜ່ວຍທຸລະກິດຈັດສັນຕະຫຼາດ ແລະບັນດາຟາມລ້ຽງໝູ, ການຊື້-ຂາຍລະຫວ່າງນາຍຮ້ອຍ ແລະລູກຂຽງຕາມຮ້ານຄ້າແຜງລອຍຢູ່ຕະຫຼາດພາຍໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ, ທັງນີ້ ກໍເພື່ອເປັນການປົກປ້ອງສິດ ແລະຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ ມີຄວາມຍຸຕິທຳບົນພື້ນຖານກົນໄກຕະ ຫຼາດລວມເຖິງການຫຼີກເວັ້ນການເອົາລັດເອົາປຽບລະຫວ່າງຜູ້ຊື້-ຜູ້ຂາຍໃນ ແຈ້ງການນີ້ແມ່ນໄດ້ລະບຸຢ່າງລະອຽດກ່ຽວກັບລາຄາໝູເປັນໜ້າຟາມຊື້-ຂາຍ ລາຄາສູງສຸດບໍ່ໃຫ້ເກີນ 19 ພັນກີບຕໍ່ກິໂລ, ສ່ວນລາຄາຂາຍຍົກໝູທັງໂຕທີ່ໄດ້ຂ້າ, ຄົວ ແລະຕັດເປັນຊີ້ນລວມສູງສຸດບໍ່ໃຫ້ ເກີນ 23 ພັນກີບຕໍ່ກິໂລ ຊຶ່ງເປັນລາຄາທີ່ນາຍຮ້ອຍສົ່ງໃຫ້ລູກຂຽງຮອດຕະຫຼາດ.

ສຳລັບລາຄາຂາຍຍ່ອຍຂອງລູກຂຽງໃຫ້ຜູ້ບໍລິໂພກຢູ່ຕະຫຼາດ ໂດຍສະເພາະແມ່ນຊີ້ນໝູປະເພດ 1 (ຊີ້ນກ້ອນ, ດູກຂ້າງ ແລະຊີ້ນສາມຊັ້ນ) ຕ່ຳສຸດ 33 ພັນກີບຕໍ່ກິໂລ ແລະກຳນົດລາຄາຂາຍສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ ຊຶ່ງແຈ້ງການສະບັບນີ້ແມ່ນໄດ້ເລີ່ມປະຕິບັດມານັບແຕ່ວັນທີ 23 ພະຈິກ 2016 ເປັນຕົ້ນໄປ ແລະຫຼັງ 3 ເດືອນ ຈິ່ງຈະໄດ້ພິຈາລະນາຄືນໃໝ່.

ແນວໃດກໍຕາມຜ່ານການລົງຕິດຕາມ ແລະສອບຖາມແມ່ຄ້າໃນທ້ອງຕະຫຼາດເຊົ້າວັນທີ 29 ພະຈິກເຫັນວ່າບັນດາຕະຫຼາດໃຫຍ່ ຂອງນະຄອນຫຼວງກໍມີການດັດປັບໃຫ້ເຂົ້າກັບແຈ້ງການ ຂອງນະຄອນຫຼວງແລ້ວ ໂດຍສະເພາະຊີ້ນກ້ອນ, ດູກຂ້າງ ແລະຊີ້ນສາມຊັ້ນຢູ່ຕະຫຼາດຂົວດິນຂາຍໃນລາຄາ 35 ພັນກີບ, ສ່ວນຊີ້ນຕິດດູກແມ່ນ 27 ພັນກີບ ແຕ່ຕະຫຼາດສະພານທອງແມ່ຄ້າທ່ານໜຶ່ງບອກວ່າ ຕົນກໍຮັບມາໃນລາຄາທີ່ສູງແລ້ວ, ສະນັ້ນ ຈະໃຫ້ຂາຍໃນລາຄາ 35 ພັນກີບຕໍ່ກິໂລ ສຳລັບຊີ້ນກ້ອນນັ້ນແມ່ນເປັນໄປໄດ້ຍາກ ດັ່ງນັ້ນ ຈິ່ງເຮັດໃຫ້ລາຄາຊີ້ນໝູປະເພດ 1 ຢູ່ຕະຫຼາດດັ່ງກ່າວຂາຍ 37 ພັນກີບ, ສ່ວນຊີ້ນປະເພດ 2 ແມ່ນຂາຍໃນລາຄາດຽວກັນກັບຕະຫຼາດອື່ນຄື 30 ພັນກີບຕໍ່ກິໂລກຣາມ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...